ການ​ເຫີ່​ນຳ​ກັນ - ໂດຍ : ຊຽງ​ເອງ

634 21 ກ.ພ. 2017 ນານາສາລະ

ຄຳ​ວ່າ “ເຫີ່” ນຳ​ກັນ ກໍ່​ເປັນ​ສັບ​ພື້ນ​ບ້ານ​ຂອງ​ລາວ​ເຮົາ​ນີ້​ລະ ແຕ່​ມັນ​ອາດ​ຈະ​ເຊົາ​ໃຊ້​ກັນ​ໄປ​ແດ່ ເພາະ­ວ່າ​ອາດ​ມີ​ສັບ​ໃໝ່ເຂົ້າ​ມາທົດ​ແທນ​ບ່ອນ​ກໍ່​ເປັນ​ໄດ້ ເຫີ່ ເວົ້າ​ແທ້​ຄ້າຍ­ຄື​ກັນກັບ​ການ​ຊວນ ຫຼື ແມ່ນ​ການ​ຊັກ​ຊວນ​ອວນ​ເອີ້ນເຮັດ​ນຳ​ກັນ​ໄປຕາມ​ກະ­ແສ ​ຢ່າງ​ເປັນ​ຂະ​ບວນ​ກວ້າງຂວາງ​ໃຫຍ່​ຫຼວງ ຫຼື ຜູ້​ໜຶ່ງ​ເຮັດ​ແລ້ວ​ຜູ້​ອື່ນ​ນຳ ແນວ​ອວນ​ຊວນ​ກັນ​ເຮັດ​ຕາມ ເຊັ່ນ: ເຫີ່​ຈັດ​ງານແຕ່ງ­ດອງ​ໃຫຍ່​ໂຕ​ມະ​ໂຫ​ຖານ​ໃສ່​ໂຮງ­ແຮມ ເຫີ່ຕັດ​ເຄື່ອງ­ນຸ່ງ​ເຈົ້າ­ພາບ​ຝ່າຍ​ຊາຍ ຝ່າຍ​ຍິງ ໃສ່​ກັນຄົນ​ລະ​ສີ ເຫີ່ເຕັ້ນ​ລຳ​ຈັງ­ຫວະ​ຕ່າງໆ​ໃນ​ເວ­ທີ​ໃຫ້​ຄືກັນ​ປານ​ແອບ​ທະ­ຫານ ເຫີ່​ງານ​ດອງ​ຕ້ອງ​ດື່ມ​ເຫຼົ້າຕ່າງ­ປະ­ເທດ​ທີ່​ມີ​ຊື່​ສຽງ ເຫີ່​ໃຊ້​ເຄື່ອງແບຣນ​ເນມ (ຍີ່­ຫໍ້​ດັງ) ນັບ​ແຕ່​ລົດ​ໂອ​ໂຕ ລົດ​ຫຼູ ໂມງ ແວ່ນ­ຕາ ໂທລະ­ສັບ​ຍີ່­ຫໍ້​ດັງ ເສື້ອ​ຜ້າ​ອາ­ພອນ ແລະ ອື່ນໆຈາກ​ຕ່າງ­ປະ­ເທດ.

ແຕ່​ເມື່ອ​ຕິດ­ຕາມ​ເບິ່ງ​ການ​ເຫີ່​ຂອງ​ຜູ້​ຄົນ​ສ່ວນໃຫຍ່​ແມ່ນ​ຜູ້​ຢູ່​ດຳ­ລົງ​ຊີ­ວິດ​ໃນ​ຕົວ​ເມືອງ ມັກ​ຕິດ​ພັນກັບ​ກະ­ແສ​ບໍ­ລິ­ໂພກ​ນິ­ຍົມ ຕິດ​ພັນ​ກັບ​ແບບ­ແຜນດຳ­ລົງ​ຊີ­ວິດຫຼູ​ຫຼາ ເຫັນ­ແກ່­ໜ້າ​ຕາ​ຈຸ້ມ​ເຈື້ອ ຟຸມເຟືອຍ​ໃນ​ການ​ໃຊ້​ຈ່າຍ ເຊິ່ງ​ສ່ວນ​ໃຫຍ່​ຄົນ​ຕົວເມືອງ​ທີ່​ບໍ່​ມັກ​ອອກ­ແຮງ​ງານ ຫາ​ກິນ​ນຳ​ການ​ຊື້ຂາຍ​ລ້ຳ​ລວຍ  ບາງ​ຄັ້ງ​ກໍ່​ລວຍ​ທາງ​ລັດ ຂາດຄວາມ​ໂປ່ງ​ໃສ​ກໍ່​ມີ ເຊິ່ງ​ການເຫີ່​ດັ່ງ­ກ່າວ ມັນ​ມີສ່ວນ​ກໍ່­ໃຫ້­ເກີດ​ຂະ​ນວນ​ທາງ​ຊົນ​ຊັ້ນ ເຈົ້າ​ທຸກ ຂ້ອຍຮັ່ງ ສ້າງ​ຄວາມ​ແຕກ​ໂຕນ​ໃນ​ສັງ­ຄົມ​ຢ່າງ​ບໍ່​ຮູ້­ສຶກຕົວ ເຮັດ​ໃຫ້​ຊຸມ​ບ່າວ​ສາວ​ທີ່​ຮັກ​ກັນ​ແທ້​ຈຳ­ນວນໜຶ່ງ​ຕ່ຳ​ຄ້ອຍ​ນ້ອຍ​ໃຈ​ ບໍ່​ມີ​ເງິນ​ຄຳ​ຈັດ​ດອງ​ໃຫ້​ຄື​ໜ້າ​ຄື​ຕາ​ນຳ​ເພິ່ນ ຈຳ­ນວນ​ນຶ່ງຕ້ອງ​ຈຳ​ໃຈ​ອົດ­ສາ​ທໍ­ລະມານ​ຕົນ​ເອງ​ເພື່ອ​ເຮັດ​ໃຫ້​ຄື​ໝູ່​ໃນ​ຕົວ​ເມືອງ ດ້ວຍການ​ກູ້​ໜີ້​ຢືມ​ສິນ​ເພື່ອ​ແຕ່ງ­ງານ ເຮັດ​ໃຫ້​ທຸ­ລະກິດ ການ​ຈັດ​ງານ​ດອງ​ກໍ່​ຂະ­ຫຍາຍ­ຕົວ ຕອບ​ສະ­ໜອງຕາມ​ການ​ສະ­ເໜີ​ຂອງ​ຜູ້​ຊົມ­ໃຊ້ ແຕ່​ໜ້າ​ເສຍ​ໃຈ ຍັງ​ບໍ່​ມີ​ໃຜຫ້ອງ­ການ​ໃດ​ສ້າງ​ກະ­ແສ​ເຫີ່​ໃນ​ທາງຖືກ­ຕ້ອງ ເຮັດ​ການ​ແຕ່ງ­ງານ​ດ້ວຍ​ການ​ແຕ່ງ​ແບບຄາວ​ສະ­ໄໝ​ປົດ​ປ່ອຍ​ໃໝ່ ຄື ກິນ​ນ້ຳ​ແຕ້ນ້ຳ​ຊາ ເຂົ້າ­ໜົມ​ເຂົ້າ­ຕົ້ມ ແລະ ການ​ເຊີນ​ແຂກ​ຄົນ​ກໍ່​ໃນວົງ​ຈຳ­ກັດ ​ເອົາ​ແຕ່​ພີ່­ນ້ອງ ຄົນ​ຫ້ອງ­ການ​ໃກ້­ຊິດ​ຕົນເອງ ເພື່ອນ​ສະ­ໜິດ​ກໍ່​ຊັ້ນ​ຈຳ ກົງ­ກັນ­ຂ້າມ​ ບໍ່​ຄວນເຮັດ​ໃຫ້​ງານ​ວິ​ວາເປັນ​ວິ​ວາ​ຂຸນ​ນາງ ວິ​ວາ​ພາ­ນິດ ຫຼື ວິ​ວາ​ແລ້ວ​ຄູ່​ບ່າວ​ສາວ​ຕ້ອງ​ກາຍ­ເປັນ​ຜູ້​ມີ​ໜີ້ອ້ອມ​ຄໍ​ຫອຍ ແຕ່​ການ​ແຕ່ງ­ງານ​ແບບ​ກະ­ທັດ​ເບົາບາງ​ຜ່ານ​ມາ​ນັ້ນ ກໍ່​ບໍ່​ໃສ່​ວ່າ​ບໍ່​ຮຸ່ງ­ເຮືອງ ມີ​ຫຼາຍ​ຄົນເປັນ​ລັດ­ຖະ­ມົນ­ຕີ ຫຼາຍ​ຄົນ​ເປັນ​ເສດ­ຖີ​ກໍ່​ມີ​ມາ​ແລ້ວ ໜ້າ​ຕາ​ກໍ່​ຊ່ຳ​ເກົ່າ ເຖົ້າ​ແກ່​ກໍ່​ຕາມ​ກົດ­ເກນ ໜ້າ​ຕາກໍ່​ບໍ່​ຮັກ­ສາ​ໄວ້​ໄດ້​ຄື­ເກົ່າ.

ການ​ທີ່​ຜູ້​ຂຽນ​ວ່າ​ມາ​ນີ້ ບໍ່​ໄດ້​ໝາ­ຍວ່າ​ບັກ​ບາບໃສ່​ກົກ​ໂພ​ປະ­ການ​ໃດ ແຕ່​ສິ່ງ​ທີ່​ສົງ­ໄສ ເມື່ອ​ກະ­ແສເຫີ່​ມາ​ຫຼາຍ​ດ້ານ ລາຍໄດ້​ທີ່​ສະ­ໜອງ​ໃຫ້​ແກ່​ການບໍ­ລິ­ໂພກ​ນິ­ຍົມ​ຈະ​ເອົາ​ມາ​ແຕ່​ທາງ​ໃດ​ໃຊ້​ຈ່າຍ​ຈຸນເຈືອ ເງິນ​ບໍ່​ແມ່ນ​ອອກ​ມາ​ຄື​ໜໍ່­ໄມ້ ຄື​ເຫັດ ຫຼື ໃບ​ໄມ້ ແຕ່​ເມື່ອ​ການ​ສະ­ໜອງ​ບໍ່​ທັນ​ສະ­ພາບ​ການ ຄວາມຊື່­ສັດ​ບໍ­ລິ­ສຸດ​ອາດ​ຈະ​ຖືກ​ກະ­ທົບ​ປ່ຽນ​ແທນ​ໄປ​ເປັນການ​ເຮັດ​ຜິດກົດ­ໝາຍ ເພື່ອ​ຊອກ​ຊ່ອງ​ຫວ່າງ​ໃຫ້ໄດ້​ມາ​ເຊິ່ງ​ເງິນ.

ດັ່ງ­ນັ້ນ ເຖິງ​ເວ­ລາ​ແລ້ວ ທຸກ​ຄົນ​ໃນ​ສັງ­ຄົມ​ທີ່​ຮັກບ້ານ​ເກີດ​ເມືອງ​ນອນ ໂດຍ​ສະ­ເພາະຜູ້​ຢູ່​ໃນ​ຕົວເມືອງ ​ບໍ່​ຄວນ​ເຫີ່​ນຳ​ສິ່ງ​ທີ່ມາ​ຕາມ​ສື່​ອອນ​ລາຍ ສື່ໄຮ້​ພົມ​ແດນ ແລະ ບຸກ­ຄົນ​ທີ່​ຂາດ​ການ​ພັດ­ທະ­ນາ ຕ້ອງ​ກົ້ມ​ໜ້າ​ຕາ​ເບິ່ງ​ຕົນ​ເອງ​ໃຫ້​ຄັກ ​ວ່າ​ປັດ­ຈຸ­ບັນ​ຢູ່ໃນ​ຈຸດ​ເວ­ລາ​ອັນ​ໃດ​ກັນ​ແທ້ ບ້ານ​ເມືອງ​ຍັງ​ບໍ່​ທັນຫຼຸດ​ພົ້ນ​ຈາກ​ສະ­ພາບ​ດ້ອຍ​ພັດ­ທະ­ນາ ຫຼຽວ​ໄປ​ທາງຊົນ­ນະ­ບົດ​ເຂດ​ຫ່າງໄກ​ສອກ­ຫຼີກ​ຍັງ​ເຫັນ​ວ່າ ­ການດຳ­ລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ບໍ່​ພຽງ​ແຕ່​ແຕກ​ຕ່າງ ແຕ່​ຍັງ​ຫາກ​ແຕກ​ໂຕນ​ອີກ​ດ້ວຍ ຍ້ອນຄວາມ­ທຸກຍາກ​ຍັງ​ຄົງ​ຕົວ​ໃນ​ບາງ​ບ່ອນ… ຫຼຽວ​ເບິ່ງ​ຄົນ​ຕົວເມືອງ​ໃນ​ປະ­ເທດ​ທີ່​ຈະ​ເລີນ ແລະ ພັດ­ທະ­ນາ​ແລ້ວ ກໍ່​ບໍ່​ເປັນ​ເໝືອນ​ເຮົາ ພວກ​ເຂົາ​ທຳ​ມະ​ດາ ຕັ້ງ­ໃຈເຮັດ​ໜ້າ­ທີ່​ໃຜ​ມັນ ການ​ດຳ­ລົງ​ຊີ­ວິດ​ແບບ​ຫຼູ​ຫຼາ​ກໍ່​ບໍ່ເຮັດ​ໃຫ້​ພວກ​ເຂົາ​ກະ​ຕື​ລື​ລົ້ນ​ປະ­ການ​ໃດ ແລະ ການ​ເຫີ່​ຍິ່ງ​ແລ້ວ ຢ່າງ​ດີ​ກໍ່​ພຽງ​ມັກ​ເພງ​ດັງ​ມາ​ໃໝ່ ຮູບ­ເງົາ​ມ່ວນ​ເຂົ້າ​ໃໝ່ ເບິ່ງ​ກີ­ລາ​ດັງໆ ນັກ​ກິ­ລາເດັ່ນໆ​ເທົ່ານັ້ນ ນອກ­ຈາກ​ນັ້ນ​ກໍ່​ແຂ່ງ­ຂັນ​ກັນ​ເຮັດວຽກ​ເຮັດ​ງານ​ທຳ​ມະ​ດາ.

ເຖິງ​ເວ­ລາ​ແລ້ວ ແລະ ນະ​ຈຸດ​ເວ­ລາ​ນີ້ ການ​ຊື່ສັດ​ສຸດ­ຈະ­ລິດການ​ປະ­ຢັດ​ມັດ­ທະ­ຍັດ ບໍ່​ຫຼີ້ນ​ກິນ​ຟຸມ​ເຟືອຍ ຍັງ​ເປັນ​ຄຸນ­ສົມ­ບັດ​ຂອງ​ຄົນ​ລາວ​ໃນ​ລະບອບ​ໃໝ່ ດັ່ງ­ນັ້ນ ຖ້າ​ຍັງ​ພໍ​ເຫີ່​ໄດ້​ກໍ່​ຄື ເຫີ່​ນຳ​ການຮັກ​ການ​ອອກ­ແຮງ​ງານເພິ່ມ​ພູນ​ຜະ­ລິດ­ຜົນ ເພິ່ງຕົນ​ເອງ ກຸ້ມ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມ­ແຂງ​ແກ່ຕົນ​ເອງ ຮູ້­ຈັກ​ຂະ​ນົບ​ທຳ­ນຽມ ຮີດ­ຄອງ​ປະ­ເພ­ນີ​ອັນດີ­ງາມ​ຂອງ​ປະ­ເທດ​ຊາດ ນີ້​ຈະ​ມີ​ຄວາມ​ໝາຍ​ກວ່າເຫີ່​ອື່ນໆ.

ຂ່າວທີ່ກ່ຽວຂ້ອງ