ວັນຈັນ ທີ 16 ທັນວາ 2019 01:28:32

ໂດຍ: ດັ້ນກີບເມກ

ທຸກມື້ນີ້ບໍ່ມີມະນຸດຄົນໃດດອກທີ່ບໍ່ຢາກປະສົບຜົນສຳເລັດ ທັງໃນໜ້າທີ່ການງານ ແລະ ຄອບຄົວ ແຕ່ໃນຄວາມເປັນຈິງ ຄວາມສຳເລັດທັງໃນໜ້າທີ່ການງານ ແລະ ຄອບຄົວນັ້ນ ປາກົດວ່າມີພຽງຄົນຈຳນວນໜຶ່ງເທົ່ານັ້ນທີ່ເຮັດໄດ້ ໝາຍຄວາມວ່າ: ບາງຄົນປະສົບຜົນສຳເລັດໃນໜ້າທີ່ການງານ ແຕ່ຫຼົ້ມເຫຼວໃນຊີວິດຄອບຄົວ ຫຼື ບາງຄົນຄອບຄົວອົບອຸ່ນດີ ແຕ່ມີບັນຫາເລື່ອງວຽກເຮັດ ທ່ານຜູ້ອ່ານອາດສົງໃສວ່າມັນເປັນຍ້ອນຫຍັງ? ກໍ່ລອງຄິດຄົ້ນຫາສາເຫດເບິ່ງໃຫ້ຄັກໆຈິ່ງຈະເຫັນສົ້ນເງື່ອນຂອງມັນ.

ຄອບຄົວເປັນສະຖາບັນຫຼັກຂອງສັງຄົມ ສ່ວນໜຶ່ງຂອງຄວາມສຳເລັດຂອງຄົນເຮົາແມ່ນມາຈາກຄອບຄົວທີ່ອົບອຸ່ນເຂົ້າໃຈກັນທັງຜົວ-ເມຍ ແລະ ລູກ ບາງຄົນອາດຄິດວ່າມັນອາດບໍ່ແມ່ນປັດໄຈສຳຄັນ ແຕ່ໃນຄວາມຈິງທ່ານລອງຄິດເບິ່ງວ່າ ຖ້າພະນັກງານລັດຄົນໜຶ່ງຂີ່ລົດໄປເຮັດວຽກ ແລະ ໃນຂະນະທີ່ກຳລັງເຮັດວຽກນັ້ນ ສະໝອງຂອງເຂົາຄິດສັບສົນຢູ່ກັບບັນຫາຄອບຄົວ ແນ່ນອນເຂົາຄົນນັ້ນຍ່ອມຂາດສະມາທິ ເຮັດໃຫ້ກຳລັງຂອງປັນຍາຫຼຸດລົງ ເວລານັ່ງເຮັດວຽກຫາກສະໝອງສັບສົນນຳເລື່ອງທຸລະກິດລ້ຳລວຍ ມັນຍ່ອມສົ່ງຜົນຕໍ່ວຽກງານ ໃນກໍລະນີທີໜຶ່ງນີ້ອາດເວົ້າໄດ້ວ່າ: ເປັນຜູ້ປະສົບຜົນສຳເລັດໃນຄອບຄົວ ແຕ່ຫຼົ້ມເຫຼວຜິດພາດບົກຜ່ອງໃນໜ້າທີ່ວຽກງານ.

ກໍລະນີທີສອງແມ່ນປະສົບຜົນສຳເລັດໃນໜ້າທີ່ວຽກງານ ແຕ່ຫຼົ້ມເຫຼວ ແລະ ຂາດຄວາມອົບອຸ່ນໃນຊີວິດຄູ່ (ຄອບຄົວ) ເຊິ່ງບາງຄູ່ຜົວເມຍອາດຢູ່ຫ່າງໄກກັນ ຫຼື ແຍກກັນຢູ່ ອາດເປັນສາເຫດໜຶ່ງທີ່ພາໃຫ້ລູກຂາດທີ່ເພິ່ງ ຈິ່ງຫັນເຂົ້າໄປຫາໝູ່ເປັນທີ່ເພິ່ງແທນ ເຊິ່ງບາງກໍລະນີກໍ່ລົງທ້າຍດ້ວຍ ເຫຼົ້າ ຢາ... ໃນສັງຄົມບ້ານເຮົາອາດມີຫຼາຍຄູ່ກໍລະນີເປັນຕົວຢ່າງໃຫ້ຮູ້ເຫັນກັນ ຕ່າງແຕ່ວ່າພວກເຮົາຈະນຳມາພິຈາລະນາຫາເຫດຜົນກັນ ຫຼື ບໍ່ເທົ່ານັ້ນ.

ຖ້າສະຫຼຸບທັງສອງກໍລະນີ ກໍ່ຈະເວົ້າໄດ້ວ່າ:ຄວາມສຳເລັດຂອງມະນຸດທີ່ຂ້ອນຂ້າງສົມບູນ ແລະ ອົບອຸ່ນ ຕ້ອງມາຈາກສອງປັດໄຈໃຫຍ່ນັ້ນຄື: ທັງຄອບຄົວ ແລະ ໜ້າທີ່ວຽກງານ ມີຕົວຢ່າງໃຫ້ເຮົາເບິ່ງຜູ້ນຳບາງປະເທດເມື່ອໄດ້ຮັບຕຳແໜ່ງເປັນຜູ້ນຳປະເທດ ບາງເທື່ອກໍ່ຕ້ອງໄດ້ຂໍແຕ່ງງານໃໝ່ ເພື່ອປ່ຽນຊີວິດຄອບຄົວໃຫ້ເປັນຊີວິດທີ່ມີຄວາມສຸກ.

ບາງຄົນອາດຍັງສົງໃສຢູ່ວ່າ ເປັນຫຍັງຜູ້ຂຽນຈິ່ງຢາກຍົກບັນຫານີ້ມາເວົ້າສູ່ກັນຟັງ ກໍ່ເພາະວ່າມັນສຳຄັນຫຼາຍຕໍ່ຊີວິດມະນຸດເຮົາ ຫຼື ທ່ານຜູ້ອ່ານອາດມີຄຳຖາມອີກວ່າ ຜູ້ຂຽນປະສົບຜົນສຳເລັດໃນສິ່ງທີ່ເວົ້າແລ້ວບໍ? ຄຳຕອບກໍ່ຄືຍັງ ແຕ່ທີ່ເວົ້າ ແລະ ຂຽນແມ່ນຢູ່ໃນຖານະຢາກສະທ້ອນແງ່ຄິດໃຫ້ສັງຄົມໄດ້ສັງເກດເບິ່ງນຳກັນ ເຖິງຄວາມສຳເລັດຂອງມະນຸດຜູ້ໜຶ່ງ ຫຼື ຄອບຄົວໃດໜຶ່ງ.

ດັ່ງນັ້ນ ເມື່ອເຮົາເຫັນວ່າບາງຄົນປະສົບຜົນສຳເລັດໃນໜ້າທີ່ວຽກງານ ມີຕຳແໜ່ງສູງກໍ່ຢ່າຟ້າວດ່ວນສະຫຼຸບວ່າ ຜູ້ກ່ຽວຈະມີຄວາມສຸກກັບສິ່ງທີ່ຕົນໄດ້ຮັບ ຫຼື ໃນມູມກົງກັນຂ້າມອີກຊີວິດໜຶ່ງເບິ່ງຄືວ່າບໍ່ໂດດເດັ່ນໃນສັງຄົມ ຫຼື ຕຳແໜ່ງບໍ່ສູງ ແຕ່ຊີວິດຕົວຈິງກິນເຂົ້າແຊບນອນກໍ່ຫຼັບດີ ນີ້ຄືປະເດັນທີ່ຄວນຄິດນຳກັນວ່າ: ມັນກໍ່ແມ່ນຄວາມສຸກອີກແບບໜຶ່ງ ທີ່ຂຽນມາທັງໝົດມັນບໍ່ແມ່ນສູດສຳເລັດ ແຕ່ເປັນພຽງແງ່ຄິດເພື່ອໃຫ້ພວກເຮົາຮູ້ທັນ ແລະ ເຂົ້າໃຈເພື່ອຄວາມຢູ່ລອດໃນສັງຄົມ ແລ້ວຄ່ອຍຫັນສະພາບແວດລ້ອມສັງຄົມໃຫ້ມາຂຶ້ນກັບເຮົາ ຫາກບໍ່ແມ່ນປ່ອຍປະຕົນເອງໃຫ້ໄປຕາມສັງຄົມ ທັງໝົດນັ້ນກໍ່ເພື່ອຜົນສຳເລັດໃນຊີວິດຕົນເອງ.