ວັນສຸກ ທີ 6 ທັນວາ 2019 01:25:29
ຄົນລາວບູຮານສອນວ່າ ງູໂຕນ້ອຍໆ ແຕ່ເປັນງູພິດ ກໍ່ສາມາດຂົບຄົນຕາຍໄດ້ ເຊັ່ນດຽວກັບໄຟ ເຖິງວ່າມັນຈະນ້ອຍເທົ່າກັບໄມ້ຂີດໄຟກ້ານດຽວ ແຕ່ກໍ່ສາມາດຈູດເຜົາໂລກທັງໂລກໄດ້ ເລື່ອງຂອງໄຟຈຶ່ງມີທັງບວກ ແລະ ລົບ ມີທັງຄຸນ ແລະ ໂທດ ຖ້າຍາມໃດຄົນທີ່ໃຊ້ໄຟຂາດສະຕິ ປະໝາດ ໄຟນັ້ນກໍ່ສາມາດສ້າງຄວາມເສຍຫາຍໃຫຍ່ຫຼວງໄດ້ ທັງຄອບຄົວ ແລະ ໝູ່ບ້ານ ມື້ກ່ອນອ່ານຂ່າວໜ້າເຟສບຸກ (FB) ເລື່ອງໄຟໄໝ້ກຸດຕິວັດແຫ່ງໜຶ່ງຢູ່ເມືອງໂຂງ ຈຶ່ງຢາກໃຫ້ທຸກຄົນມີສະຕິວ່າ ໄຟນັ້ນໄໝ້ໄດ້ທຸກບ່ອນ ທັງບ້ານ ແລະ ວັດ.
ວັນທີ 23/03/2017 ໄດ້ອ່ານໜັງສືພິມວຽງຈັນໃໝ່ ເຫັນແຈ້ງການຂອງກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງ ເລື່ອງການເພີ່ມທະວີປ້ອງກັນ ສະກັດກັ້ນ ແລະ ຕ້ານອັກຄີໄພ ຜູ້ຂຽນຈຶ່ງຂໍນຳມາສະເໜີຕື່ມໃຫ້ຫຼາຍຄົນໄດ້ຮັບຮູ້ ແລະ ມີສະຕິນຳກັນວ່າ ດຽວນີ້ແມ່ນຢ່າງເຂົ້າລະດູແລ້ງ ອາກາດຮ້ອນແຮງ ເຮັດໃຫ້ເກີດອັກຄີໄພໄດ້ງ່າຍ ພວກເຮົາບໍ່ຄວນປະໝາດໃນການໃຊ້ໄຟເຮັດອາຫານໃນເຮືອນຊານ ໂດຍສະເພາະໃນຂໍ້ແຈ້ງການດັ່ງກ່າວກໍ່ໄດ້ບອກແຈ້ງວ່າ: 1. ການນຳໃຊ້ໄຟຟ້າເຂົ້າໃນການຜະລິດ ການດຳລົງຊີວິດປະຈຳວັນ ຫຼື ວຽກງານອື່ນ ຕ້ອງໄດ້ປະຕິບັດຕາມຂໍ້ກຳນົດຂອງບໍລິສັດໄຟຟ້າໄດ້ວາງອອກ ກວດກາເອົາໃຈໃສ່ສາຍໄຟຟ້າ ເຄື່ອງໃຊ້ໄຟຟ້າ ໃຫ້ຢູ່ໃນສະພາບສົມບູນ ຖ້າເຫັນວ່າເກົ່າແກ່ເປ່ເພ ກໍ່ຄວນປ່ຽນ ກ່ອນອອກຈາກບ້ານ ຫຼື ເຂົ້ານອນ ຕ້ອງກວດກາເຄື່ອງໃຊ້ໄຟຟ້າ ຖອດປັກສຽບ ຫຼື ມອດຟືນໄຟໃຫ້ລະອຽດ 2. ໃຕ້ທູບທຽນໄຫວ້ພະສູດມົນ ຕ້ອງມີສະຕິ... 3. ຫ້າມຈູດຂີ້ເຫຍື້ອຊະຊາຍ... ມັນເປັນຕົ້ນເຫດອັກຄີໄພ 4. ຫ້າມຈູດວັດຖຸທີ່ເປັນທາດແຕກ ທາດລະເບີດ ໝາກກະໂພກ 5. ຫ້າມເອົານ້ຳມັນເຊື້ອໄຟມາໄວ້ເຮືອນ 6. ບັນດາສຳນັກງານອົງການ ບໍລິສັດ ຫົວໜ່ວຍທຸລະກິດ ອຳນາດການປົກຄອງທ້ອງຖິ່ນ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປ້ອງກັນເວນຍາມສະຖານທີ່ຕົນຮັບຜິດຊອບຢ່າງເຂັ້ມງວດ ຖ້າເກີດອັກຄີໄພສາມາດໂທແຈ້ງ: 1190 ຫຼື 021 212707.
ເລື່ອງຂອງຟືນໄຟໃນຍາມແລ້ງ ປາກົດວ່າມີຂ່າວໄຟໄໝ້ທຸກປີ ເຖິງແມ່ນວ່າພວກເຮົາໄດ້ເອົາໃຈໃສ່ປານໃດກໍ່ຕາມ ເພາະວ່າຍັງປາກົດມີຄົນທີ່ປະໝາດຂາດສະຕິ ທັງທີ່ເຈຕະນາ ຫຼື ບໍ່ເຈຕະນາ ເຊັ່ນວ່າ: ຍາມປີໃໝ່ມີການຊຸມແຊວດື່ມກິນຈົນມຶນເມົາ ທຳໃຫ້ຫຼົງລືມໃນການປິດ-ມອດໄຟທີ່ຕົນໃຊ້ແຕ່ງຢູ່ຄົວກິນ ເມື່ອມີທັງແຈ້ງການອອກມາຕັກເຕືອນຄືແນວນີ້ ພວກເຮົາຄວນຊ່ວຍກັນປະຕິບັດ ຕັກເຕືອນລູກຫຼານໃຫ້ເອົາໃຈໃສ່ ບໍ່ຖືເບົາໃນການໃຊ້ເຄື່ອງໃຊ້ໄຟຟ້າທຸກປະເພດ ເຖິງແມ່ນວ່າ: ໄຟໄໝ້ມີສິບເທື່ອ ບໍ່ທໍ່ນ້ຳຖ້ວມເທື່ອໜຶ່ງກໍ່ຕາມ ແຕ່ໄຟໄໝ້ກໍ່ເຮັດໃຫ້ຫຼາຍຄົນສູນເສຍຊັບສິນມີຄ່າທີ່ຫາມາໄດ້ດ້ວຍຢາດເຫື່ອແຮງກາຍ! ສະນັ້ນ ຕ້ອງມີສະຕິ ແລະ ຕັກເຕືອນລູກຫຼານໃຫ້ເອົາໃຈໃສ່ການໃຊ້ຟືນໄຟ ເຮັດເປັນນິໄສຈຶ່ງຈະປອດໄພ.