ຂ່າວຫຼ້າສຸດ

ເບິ່ງບ້ານເຂົາ ເອົາບົດຮຽນ - ໂດຍ: ວິເສດ ສະແຫວງສຶກສາ : ​ອິນ​ໂດ​ເນເຊຍ ອີ​ຣານ ສສ ຫວຽດ­ນາມ

1.207 25 ມ.ສ. 2017 ຫົວຂໍ້ຂ່າວອື່ນໆ

ຄໍ​ລຳ​ປະ­ຈຳ​ວັນ​ນີ້​ມີ​ເລື່ອງ​ທາງ​ການ​ອິນ​ໂດ​ເນເຊຍ ​ຊຸກ­ຍູ້​ໃຫ້​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ເລັ່ງ​ປະ­ຕິ​ຮູບ​ທີ່​ດິນ ມາດ​ຕະ­ການແກ້​ໄຂ​ບັນ­ຫາ​ຢ່າ​ຮ້າງ​ໃນອີ​ຣານ ແລະ ການ​ຖື­ພາ​ແທນ​ຢູ່​ ສສ ຫວຽດ­ນາມ.

ທີ່ ອິນ​ໂດ​ເນ​ເຊຍ: ຂ່າວ​ຕ່າງ­ປະ­ເທດ​ໃນ​ວັນ​ທີ 24 ເດືອນ​ເມ­ສາ​ນີ້ ໃຫ້​ຮູ້​ວ່າ: ລັດ­ຖະ­ບານ​ອິນ​ໂດເນ​ເຊຍ ​ໄດ້​ຮຽກ­ຮ້ອງ​ໃຫ້ອຳ­ນາດ​ການ​ປົກ­ຄອງ​ທ້ອງຖິ່ນ​ໃນ​ທົ່ວ​ປະ­ເທດ ​ເລັ່ງ​ມື​ຜັນ​ຂະ­ຫຍາຍ​ແຜນ​ງານປະ­ຕິ​ຮູບ​ທີ່​ດິນ​ສຳ­ລັບ​ປູກ­ຝັງ ໂດຍ​ການ​ປະ­ສານງານ​ກັບ​ໜ່ວຍ​ງານ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງປະ­ຈຳ​ຢູ່​ທ້ອງ­ຖິ່ນ.

ທ່ານ ເຕ​ກູ ເຊ​ເຕຍ​ບູ​ດິ (Teguh Setiabudi) ຫົວ­ໜ້າ​ຫ້ອງ­ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະນຸດ​ ປະ­ຈຳ​ກະ­ຊວງ​ພາຍໃນ​ຂອງ​ອິນ​ໂດ​ເນ​ເຊຍ ໄດ້ເປີດ­ເຜີຍ​ກ່ຽວ​ກັບ​ເລື່ອງ​ນີ້ ໃນ​ວັນ​ທີ 21 ເມ­ສາ ວ່າ: ບັນ­ດາ​ເຈົ້າ­ແຂວງ ແລະ ເຈົ້າ­ເມືອງ ມີ​ບົດ­ບາດ​ສຳຄັນ​ທີ່​ສຸດ​ໃນ​ຂະ​ບວນ​ການ​ຜັນ​ຂະ­ຫຍາຍ​ແຜນ​ງານປະ­ຕິ​ຮູບ​ທີ່​ດິນ​ປູກ­ຝັງ ໂດຍ​ຜ່ານ​ການ​ປັບ­ປຸງ​ກົນ​ໄກປະ­ສານງານ​ກັບ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ເຊັ່ນ: ທີ່​ດິນ ປ່າ­ໄມ້ ແລະ ຂະ­ແໜງ​ປຸກ​ສ້າງ​ທີ່​ພັກ​ພາ​ອາ­ໄສ.

ໃນ​ໄລ­ຍະ​ຜ່ານ​ມາ ອິນ​ໂດ​ເນ​ເຊຍ ​ປະ​ເຊີນ​ກັບ​ບັນຫາ​ການ​ສັບ​ສ່າວ​ເນື້ອ­ທີ່​ດ້ວຍ​ການ​ໃຊ້​ໄຟ​ຈູດ​ປ່າເພື່ອ​ປູກ​ຕົ້ນ​ປາມ ແລະ ຕົ້ນ­ໄມ້​ໃຊ້​ຜະ­ລິດ​ເຈ້ຍ ເຊິ່ງ​ມີ​ກຸ່ມ​ບໍ­ລິ­ສັດ​ທີ່​ກ່ຽວ­ຂ້ອງ​ຊັກ​ໃຍ​ຢູ່​ເບື້ອງ​ຫຼັງ ອັນ​ໄດ້​ສ້າງ​ບັນ­ຫາ​ໝອກ​ຄວັນ ການ​ທຳ­ລາຍ​ປ່າ ກໍ່ຄືການ​ນຳ​ໃຊ້​ທີ່​ດິນ​ບໍ່​ໄປ​ຕາມ​ເປົ້າ​ໝາຍ​ສຳ­ລັບການ​ປູກ­ຝັງ​ພືດທີ່​ຈຳ­ເປັນ​ໃນ​ການ​ລ້ຽງ​ຊີບ.

ທີ່ ອີ​ຣານ: ໃນ​ຊຸມ​ປີ​ຫຼັງໆ​ມາ​ນີ້ ຈຳ­ນວນການ​ຢ່າ​ຮ້າງ​ຢູ່​ປະ­ເທດ​ອີ​ຣານ ​ໄດ້​ເພີ່ມ​ຂຶ້ນ​ສູງ​ເປັນປະ­ຫວັດ​ການ ຄື: ຮ້ອຍ​ລະ 21 ສ່ວນ​ຢູ່​ກະ​ໂຕ​ນະຄອນ​ຫຼວງເຕ​ເຮ​ຣານນັ້ນ ຂ່າວ​ໃນ​ຕົ້ນ​ເດືອນ​ກໍ​ລະກົດ ປີ 2015 ບອກ​ວ່າ: ຜົວ​ເມຍ​ຢ່າ​ຮ້າງ​ກັນ​ນັ້ນ​ມີເຖິງ 30 ພັນ​ຄູ່ ໃນ​ນັ້ນ ຮ້ອຍ​ລະ 90 ເປັນ​ການ​ຢ່າຮ້າງ​ດ້ວຍ​ການ​ຍິນ​ຍອມ​ຂອງ​ທັງ​ສອງ​ຝ່າຍ.

ເລື່ອງ​ການ​ຢ່າ​ຮ້າງ​ໄດ້​ກາຍ­ເປັນ​ບັນ­ຫາ​ທີ່​ຍ່າງສວນ​ທາງ​ກັບ​ແຜນ​ເພີ່ມ​ພົນ­ລະ­ເມືອງ​ຂອງ​ອີ​ຣານ ຈາກ​ຈຳ­ນວນ 80 ລ້ານ​ຄົນ​ໃນ​ປັດ­ຈຸ­ບັນ ເປັນ 150 ລ້ານ​ຄົນ ພາຍ​ໃນ​ປີ 2050 ຍ້ອນ​ແນວ​ນີ້​ເອງ​ທາງການ​ອີ​ຣານ ຈຶ່ງ​ໄດ້​ອອກ​ກົດ­ໝາຍ​ເພື່ອ​ເຮັດໃຫ້​ຂະບວນ​ການ​ຂໍ​ຢ່າ​ຮ້າງ​ຍາກ​ຂຶ້ນ ເຊັ່ນ: ຄູ່​ສົມ­ລົດ​ທີ່ຕ້ອງ­ການ​ຢ່າ​ຮ້າງ​ຕ້ອງ​ເຂົ້າ​ຮັບ​ຄຳ​ປຶກ­ສາ ແລະ ຜ່ານ​ການ​ປະ​ເມີນຈາກ​ໜ່ວຍ​ງານ​ກ່ຽວ­ຂ້ອງ​ກ່ອນ ບໍ່​ແມ່ນ​ອີງ​ແຕ່​ໃສ່​ເງື່ອນ­ໄຂ​ທີ່​ວ່າ​ສອງ​ຝ່າຍ​ຍິນ​ຍອມພ້ອມ​ໃຈ​ກັນ​ຢ່າ​ຮ້າງ​ຄື​ແຕ່​ກ່ອນ ການປະ​ເມີນ​ເງື່ອນໄຂ​ຂໍ​ຢ່າ​ຮ້າງ​ນັ້ນ ໜ່ວຍ​ງານ​ກ່ຽວ­ຂ້ອງ​ຈະ​ສຶກ​ສາລະ­ອຽດ​ລັກ­ສະ­ນະ ແລະ ພຶດ­ຕິ​ກຳ​ຂອງ​ຄູ່​ສົມ­ລົດ ວ່າ​ມີແນວ​ຜິດ​ປົກ­ກະ­ຕິ ຫຼື ບໍ່ ຫຼັງ​ຈາກ​ນັ້ນ​ຈຶ່ງ​ປະມວນ​ເອ­ກະ­ສານ​ສົ່ງ​ໃຫ້​ສານ​ເພື່ອ​ພິ­ຈາ­ລະ­ນາ​ວ່າ ສົມ­ຄວນ​ໃຫ້​ຢ່າ​ຮ້າງ ຫຼື ບໍ່.

ທີ່ ສສ ຫວຽດ­ນາມ: ໃນ​ປັດ­ຈຸ­ບັນ ບັນ­ຫາ “ການຖື­ພາ​ແທນ” ຫຼື ພາ­ສາ​ໄທ​ເອີ້ນ​ວ່າ: “ອູ້ມ​ບຸນ” ນັ້ນ ໄດ້​ກາຍ­ເປັນ​ເລື່ອງ​ກັງ­ວົນໃຈ​ໃນ​ຫຼາຍ​ປະ­ເທດ​ຢູ່​ອາ​ຊຽນ ໃນ​ສອງ​ປີ​ກ່ອນ​ໜ້າ​ນີ້ ທາງ​ການ​ໄທ​ໄດ້​ກວາດລ້າງ​ຄົນ​ຕ່າງ­ປະ­ເທດ​ທີ່​ຊອກ​ຈ້າງ​ແມ່­ຍິງ​ໄທ​ໃຫ້ຖື­ພາ​ແທນ​ຄູ່​ຜົວ​ເມຍ​ຢູ່​ຕ່າງ­ປະ­ເທດ​ທີ່​ຕ້ອງ­ການ​ມີລູກ.

ໃນ​ທ້າຍ​ປີ 2016 ທາງ​ການ​ກຳ­ປູ­ເຈຍ ​ໄດ້​ສັ່ງຫ້າມ​ການ​ຖື­ພາ​ແທນ​ໃນ​ລັກ­ສະ­ນະ​ການ​ຄ້າ ແລະ ໄດ້​ຈັບ​ກຸມ​ຄົນ​ຕ່າງ­ປະ­ເທດ​ທີ່​ວ່າ​ຈ້າງ​ແມ່­ຍິງ​ກຳ​ປູເຈຍ ​ໃຫ້​ມານ​ລູກ​ແທນ​ເພື່ອ​ຊອກ​ລາຍ​ໄດ້ ສ່ວນ​ຢູ່ຫວຽດ­ນາມ​ນັ້ນ ກົດ­ໝາຍ​ຄອບ­ຄົວສະ­ບັບປັບ­ປຸງໃນ​ປີ 2014 ແລະ ມີ​ຜົນ​ບັງ­ຄັບ​ໃຊ້​ໃນ​ວັນ​ທີ 15 ມີ­ນາ ປີ 2015 ໄດ້​ອະ­ນຸ­ຍາດ​ໃຫ້​ແມ່­ຍິງ​ຖື­ພາ​ແທນຄູ່​ຜົວ​ເມຍ​ທີ່​ມີລູກ​ຍາກ ແຕ່​ຕ້ອງ​ມີ​ການ​ຢັ້ງ­ຢືນ​ຈາກແພດ​ຄັກ­ແນ່ ສ່ວນ​ແມ່­ຍິງ​ທີ່​ຖື­ພາ​ແທນ​ນັ້ນ​ ຕ້ອງແມ່ນ​ເອື້ອຍ ຫຼື ພີ່­ນ້ອງ​ໃນ 3 ຮຸ່ນຂອງ​ຝ່າຍ​ຜົວ ຫຼື ເມຍ ຂັ້ນ​ຕອນ​ການ​ຖື­ພາ​ແທນ​ຕ້ອງ​ເປັນ​ໄປ​ດ້ວຍຄວາມ​ສະ­ໝັກ​ໃຈ​ຈາກ​ທຸກ​ຝ່າຍ​ທີ່​ກ່ຽວ­ຂ້ອງ ແມ່ຍິງ​ທີ່ຮັບ​ຖື­ພາ​ແທນສາ­ມາດ​ຖື­ພາ​ແທນ​ໄດ້​ພຽງຄັ້ງ​ດຽວ ​ໃນ​ຊີ­ວິດຄູ່​ຜົວ​ເມຍ​ທີ່​ໃຫ້​ຍິງ​ຄົນ​ອື່ນ​ຖື­ພາແທນ​ຕ້ອງ​ຮັບ­ຜິດ­ຊອບ​ຄ່າ​ໃຊ້ຈ່າຍ​ທາງ​ການ​ແພດ ແລະ ການ​ດູ​ແລ​ເດັກ​ທັງ​ໝົດ.

ຂ່າວທີ່ກ່ຽວຂ້ອງ