ວັນຈັນ ທີ 23 ເມສາ 2018 05:18:48
ສູນເລືອດແຫ່ງຊາດ ອົງການກາແດງລາວ ໃນນາມກອງເລຂາຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຄ່າຕອບແທນປີຜ່ານມາ ກັບຫົວໜ່ວຍທຸລະກິດ ພ້ອມທັງວາງແຜນການປຸກລະດົມປີຕໍ່ໄປ ໂດຍເປັນປະທານຂອງທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ມີຮອງຫົວໜ້າສູນ ຕາງໜ້າຫົວໜ່ວຍທຸລະກິດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ.
ທ່ານ ຈັນທະລາ ສຸກສາຄອນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບການຈັດຕັ້ງປະຕິບັດປຸກລະດົມການບໍລິຈາກເລືອດໃນປີຜ່ານມາ ວາງທິດທາງແຜນການແບບມີສ່ວນຮ່ວມໃນປີ 2018 ແລະ ຮັບຮອງເອົາແຜນການຕົວເລກຄາດໝາຍທີ່ວາງໄວ້ ເພື່ອນຳໄປຈັດຕັ້ງປະຕິບັດ ເຊິ່ງໃນປີຜ່ານມາອອກຮັບບໍລິຈາກເລືອດຮ່ວມກັບຫົວໜ່ວຍທຸລະກິດໄດ້ 34 ຄັ້ງ ມີຜູ້ເຂົ້າຮ່ວມກິດຈະກຳ 3.412 ເທື່ອຄົນ ມີຜູ້ປະກອບສ່ວນບໍລິຈາກເລືອດທັງໝົດ 2.236 ເທື່ອຄົນ.
ສຳລັບແຜນການສູ້ຊົນ 2018 ຄາດວ່າຈະອອກຮັບບໍລິຈາກເລືອດຮ່ວມກັບຫົວໜ່ວຍທຸລະກິດ ໃຫ້ໄດ້ 40 ຄັ້ງ ສູ້ຊົນໃຫ້ມີຜູ້ປະກອບສ່ວນບໍລິຈາກເລືອດໃຫ້ໄດ້ບໍ່ຫຼຸດ 1.800 ເທື່ອຄົນ ພ້ອມດຽວກັນ ຍັງຈະລະດົມໃຫ້ມີສ່ວນຮ່ວມ ໃນກິດຈະກຳວັນສຳຄັນຕ່າງໆ ໃຫ້ໄດ້ 3-4 ຄັ້ງ.