ວັນພະຫັດ ທີ 21 ກຸມພາ 2019 13:12:14
ປີ 2017 ການຈັດຕັ້ງປະຕິບັດແຜນພັດທະນາຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ເລັ່ງໃສ່ 3 ດ້ານສຳຄັນ ປະກອບມີ: ວຽກງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເຊິ່ງມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ບັນລຸ 8.942 ຕື້ກີບ ທຽບໃສ່ປີ 2016 ມູນຄ່າ 8.585 ຕື້ກີບ ອັດຕາການຂະຫຍາຍຕົວສະເລ່ຍ 4,15% ໃນນັ້ນ ໝວດປະເພດສິນຄ້າອຸດສາຫະກຳ ທີ່ມີອັດຕາການຂະຫຍາຍຕົວເພີ່ມຂຶ້ນແມ່ນອຸດສາຫະກຳເຫຼັກເສັ້ນ ການຜະລິດສະບຽງອາຫານ ເຄື່ອງດື່ມ ແລະ ອຸດສາຫະກຳຢາສູບ ດ້ານວຽກງານການຄ້າພາຍໃນ ການຈໍລະຈອນສິນຄ້າພາຍໃນ (ການຄ້າຍົກ-ຍ່ອຍ ແລະ ບໍລິການ) ບັນລຸໄດ້ 51.687 ຕື້ກີບ ທຽບໃສ່ປີ 2016 ມີມູນຄ່າ 44.907 ຕື້ກີບ ຂະຫຍາຍຕົວສະເລ່ຍ 15,10% ແລະ ທຽບໃສ່ແຜນການປີເພີ່ມຂຶ້ນ 1% ໝວດສິນຄ້າພົ້ນເດັ່ນແມ່ນສິນຄ້າແຜ່ນແພ ເຄື່ອງນຸ່ງຫົ່ມ ວຽກງານດ້ານການຄ້າກັບຕ່າງປະເທດ ມູນຄ່າການນຳເຂົ້າ-ສົ່ງອອກ ຈະບັນລຸໄດ້ 9.345 ລ້ານໂດລາສະຫະລັດ ເພີ່ມຂຶ້ນປະມານ 11% ທຽບໃສ່ໄລຍະດຽວປີຜ່ານມາ ໃນນັ້ນ ການສົ່ງອອກແມ່ນ 4.803 ລ້ານໂດລາ ເພີ່ມຂຶ້ນ 13,4% ໂດຍສິນຄ້າສົ່ງອອກສຳຄັນເປັນໄຟຟ້າເພີ່ມຂຶ້ນ 20,9% ຄຳປະສົມ ຄຳແທ່ງ ເພີ່ມຂຶ້ນ 53% ເຄື່ອງນຸ່ງຫົ່ມ 5,9% ນ້ຳຕານ 115,6% ນອກນີ້ຍັງມີສິນຄ້າກະສິກຳທັນຍາພືດ ເຄື່ອງດື່ມຕ່າງໆກໍ່ເພີ່ມຂຶ້ນຕາມລຳດັບ ໂດຍປະເທດໄທ ຈີນ ຫວຽດນາມ ອິນເດຍ ຍີ່ປຸ່ນ ເຢຍລະມັນ ແລະ ອາເມຣິກາ ເປັນປະເທດຄູ່ຄ້າສົ່ງອອກທີ່ສຳຄັນ ສ່ວນການນຳເຂົ້າ ມີມູນຄ່າ 4.542 ລ້ານໂດລາ ເພີ່ມຂຶ້ນ 7,6% ສາເຫດຈາກການນຳເຂົ້ານ້ຳມັນເຊື້ອໄຟ ເພີ່ມຂຶ້ນສູງເຖິງ 17% ສະເພາະນ້ຳມັນກາດມີທ່າອ່ຽງຫຼຸດລົງ -7,7% ການນຳເຂົ້າໄຟຟ້າຫຼຸດລົງ -18,8% ການນຳເຂົ້າອຸປະກອນທີ່ເຮັດດ້ວຍເຫຼັກ ເພີ່ມຂຶ້ນ 22,21% ກົນຈັກ 12,5% ແລະ ນ້ຳຕານ 66,9% ປະເທດຄູ່ຄ້າການນຳເຂົ້າທີ່ສຳຄັນແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດ ໂດຍສະເພາະແມ່ນໄທ ຈີນ ແລະ ຫວຽດນາມ.
ສຳລັບປີ 2018 ຂະແໜງອຸດສາຫະກຳ ແລະ ການຄ້າເນັ້ນໃສ່ 3 ແຜນງານສຳຄັນ ຄື: ແຜນງານເຊື່ອມໂຍງເສດຖະກິດພາກພື້ນ-ສາກົນ ທີ່ເນັ້ນເປີດຕະຫຼາດໃຫ້ກັນ ແລະ ກັນ ໃນກຸ່ມປະຊາຄົມອາຊຽນ ອາຊຽນບວກຄູ່ເຈລະຈາ ແລະ ຂອບຄວາມຮ່ວມມືເສດຖະກິດການຄ້າກ່ຽວຂ້ອງ ແຜນງານສ້າງສະພາບແວດລ້ອມທີ່ເອື້ອອຳນວຍແກ່ການສ້າງຕັ້ງ ແລະ ດຳເນີນທຸລະກິດຕາມພາລະບົດບາດຂອງກະຊວງ ແລະ ແຜນງານການເພີ່ມທະວີການສ້າງໃຫ້ວິສາຫະກິດພາຍໃນ ໂດຍສະເພາະ ວິສາຫະກິດຂະໜາດນ້ອຍ-ກາງ ໃຫ້ມີຄວາມເຂັ້ມແຂງສາມາດຮັບມື ແລະ ແຂ່ງຂັນກັບພາກພື້ນ-ສາກົນ.
ຂໍ້ມູນຈາກບົດລາຍງານກອງປະຊຸມ ປະຈຳປີ 2017 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ.