ວັນພະຫັດ ທີ 21 ກຸມພາ 2019 12:41:55
ບໍລິສັດ ລາວວິວັດປະກັນໄພ ຈຳກັດ ຈັດພິທີເປີດໂຕຢ່າງເປັນທາງການຂຶ້ນ ໃນວັນທີ 27 ກຸມພາ 2018 ທີ່ບໍລິສັດດັ່ງກ່າວ ບ້ານສີເມືອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ທ່ານ ອັກຄະວອນ ຫຼວງສຸວັນນະວົງ ຮັກສາການຫົວໜ້າກົມຄຸ້ມຄອງ ພັດທະນາລັດວິສາຫະກິດ ແລະ ການປະກັນໄພ ມີບັນດາຜູ້ຕາງໜ້າຈາກສະຖານເອກອັກຄະຣາຊະທູດໄທ ປະຈຳລາວ ພ້ອມດ້ວຍຄະນະຜູ້ບໍລິຫານ ບໍລິສັດ ລາວວິວັດປະກັນໄພ ບໍລິສັດ ປະກັນໄພວິວັດໄທ ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ວີເພັດ ສີຫາຈັກ ປະທານສະພາບໍລິຫານ ບໍລິສັດ ລາວວິວັດປະກັນໄພ ຈຳກັດ ກ່າວວ່າ: ບໍລິສັດ ລາວວິວັດປະກັນໄພ ເປັນບໍລິສັດປະກັນໄພໃໝ່ໃນຕະຫຼາດ ສປປ ລາວ ຮ່ວມຈັດຕັ້ງ ແລະ ລົງທຶນໂດຍບໍລິສັດ ປະກັນໄພວິວັດໄທ (ຈຳກັດ) ມະຫາຊົນ ຈາກປະເທດໄທ ບໍລິສັດ ລາວເບເວເຣດ ຈຳກັດຜູ້ດຽວ ບໍລິສັດ ພີພີຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ທີ່ປຶກສາກົດໝາຍ ແລະ ບໍລິການ ຈຳກັດຜູ້ດຽວ ໂດຍມີທຶນຈົດທະບຽນ 16 ຕື້ກີບ ແລະ ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດປະກັນໄພ ຈາກກະຊວງແຜນການ ແລະ ການລົງທຶນ ສປປ ລາວ ໃນວັນທີ 29 ພຶດສະພາ 2017.
ບໍລິສັດຈະເນັ້ນຜະລິດຕະພັນທີ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ລວມເຖິງໃຫ້ບໍລິການສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າ ຄວບຄຸມທຸກພື້ນທີ່ທັງ 18 ແຂວງ ໂດຍມີນະໂຍບາຍຮັບໃຊ້ສັງຄົມ ໂດຍຫຼຸດພາວະຄວາມສ່ຽງໄພ ແລະ ບັນເທົາຄວາມເສຍຫາຍຂອງປະຊາຊົນຢ່າງເໝາະສົມ ແລະ ເປັນທຳ ດັ່ງນັ້ນ ການກຳນົດຄ່າທຳນຽມຜະລິດຕະພັນຕ່າງໆຂອງບໍລິສັດ ຈຶ່ງຖືເອົາຜົນປະໂຫຍດຂອງຜູ້ບໍລິໂພກເປັນຫຼັກ ແລະ ການພັດທະນາດ້ານຜະລິດຕະພັນໃຫ້ເໝາະສົມກັບຄົນໃນທ້ອງຖິ່ນ ແລະ ຄວາມຄາດຫວັງຂອງຜູ້ບໍລິໂພກ ແລະ ຜູ້ຮ່ວມທຸລະກິດ.