ວັນສຸກ ທີ 22 ກຸມພາ 2019 13:30:06
ກະແສໃຫຍ່ທີ່ມາແຮງຍັງຕິດໃຈຄົນຮຽນຈົບ ທີ່ບໍ່ທັນໄດ້ເຮັດວຽກ ຄື: ການຮຽນຈົບແລ້ວ ແຕ່ຍັງຫາວຽກເຮັດບໍ່ໄດ້ ເຊິ່ງບໍ່ຕ້ອງເວົ້າຍາວລະດັບປັນຍາຊົນກໍ່ຕ້ອງຮູ້ວ່າ ຕະຫຼາດແຮງງານທີ່ຮອງຮັບບັນດິດຜູ້ຮຽນຈົບຍັງບໍ່ພຽງພໍ ແລະ ສາເຫດອື່ນຄົງກ່ຽວຂ້ອງເຖິງຄ່ານິຍົມ ແລະ ຄຸນະພາບຂອງຜູ້ຈົບການສຶກສາ ເຊິ່ງມັນພົວພັນໄປເຖິງສະຖາບັນ ແລະ ຜູ້ບໍລິຫານການສຶກສາ ຄວາມຈິງ ສ່ວນຕົວຄິດວ່າບັນຫານີ້ມີຫຼາຍຄົນຮູ້ຢູ່ແກ່ໃຈ.
ກະແສສັງຄົມທີ່ປີວວ່ອນຢູ່ເທິງໂລກອອນລາຍທີ່ພົ້ນເດັ່ນກະເວົ້າເຖິງການຈ້າງເຂົ້າຮຽນ ຈ້າງຂຶ້ນຫ້ອງ ຈ້າງເຂົ້າວຽກ ເພາະຖ້າບໍ່ມີເສັ້ນສາຍ ຫຼື ເງິນຕາກໍ່ຫາວຽກໄດ້ຍາກ ທີ່ຜູ້ຂຽນເວົ້າແນວນີ້ ກໍ່ເພື່ອຝາກຜູ້ກ່ຽວຂ້ອງຄິດຊ່ວຍກັນ ແລະ ຫວັງວ່າຄົງຊິບໍ່ມາຂີ້ສໍ້ຖາມຫາໃບບິນຈ້າງເຂົ້າເຮັດວຽກນຳ ເພາະຮູ້ແກ່ໃຈດີກັນແລ້ວ ຖ້າເວົ້າເຖິງປັດຊະຍາການສຶກສາຂອງລາວຄືຊິບໍ່ຈຳເປັນຍົກມາທ່ອງຂຶ້ນໃຈ ແຕ່ປະເດັນຄືຄ່ານິຍົມແຊກຊ້ອນທີ່ສອນກັນແຊກເຂົ້າມາວ່າ ການຮຽນໃຫ້ເປັນເຈົ້າຄົນນາຍຄົນ ຫຼື ຮຽນແບບເອົາໂຕລອດ ບາດເສັງຈົບ ແລ້ວຈຶ່ງຄ່ອຍວ່າກັນ...? ບັນຫາບໍ່ມີວຽກເຮັດ ບໍ່ໄດ້ເກີດມາຈາກສະຖາບັນການສຶກສາຝ່າຍດຽວ ສ່ວນໜຶ່ງກໍ່ມາຈາກຜູ້ກ່ຽວເອງ ເຊິ່ງເວລາຮຽນບໍ່ຕັ້ງໃຈຮຽນ ບາງຄົນມີເງື່ອນໄຂເສດຖະກິດແດ່ກໍ່ຮຽນແບບສະບາຍ ຈົນບາງຄັ້ງເຫັນວ່າການຮຽນມັນແມ່ນທຸລະກິດປະເພດໜຶ່ງ...? ການສຶກສາຫາກຖືກຈັດແຈງແປງປ່ຽນເປັນຂະບວນການທຸລະກິດແລ້ວຍ່ອມຍາກທີ່ຈະໄຄວ່ຄວ້າເຖິງຄຸນະພາບ ແລະ ຄວາມເປັນເລີດທາງວິຊາການ ເພາະຄະແນນ ແລະ ໃບປະກາດຖືກອິດທິພົນຂອງເງິນຄອບງຳ ເຊິ່ງຜູ້ຮຽນຈົບເອງກໍ່ເລີຍບໍ່ຮູ້ຊ້ຳວ່າຕົນຮຽນຈົບມາໄດ້ແນວໃດ ? ເພາະເງິນຮຽນແທນໃຫ້ໝົດແລ້ວ ບັນຫາທີ່ເວົ້ານີ້ຍັງພົວພັນກັບຄູ-ອາຈານຫົວທຸລະກິດບາງຄົນທີ່ເຫັນຄະແນນ (ເກດ) ຂອງລູກສິດເປັນເງິນ ເປັນຄຳ ຄັນບໍ່ໃຫ້ເຂົາ A B C ກໍ່ແມ່ນ D ເພາະວ່າຄະແນນຕ່ຳ ນັກສຶກສາບາງຄົນຈຶ່ງຂໍອັບເກດຂຶ້ນຕື່ມອີກ...!
ການບໍ່ມີວຽກເຮັດຫຼັງຈາກຮຽນຈົບຈຶ່ງມີຂໍ້ສັງເກດຢູ່ 2 ປະການ ໜຶ່ງ ສະຖາບັນການສຶກສາ (ຜູ້ບໍລິຫານ ການສຶກສາ) ສອງ ແມ່ນໂຕນັກຮຽນເອງໄດ້ເອົາໃຈໃສ່ສຶກສາຮ່ຳຮຽນຫຼາຍໜ້ອຍພຽງໃດ ເຊິ່ງລາມໄປເຖິງຕະຫຼາດແຮງງານທີ່ຮອງຮັບມີພຽງພໍປານໃດ ? ຄວາມຈິງມັນກໍ່ຍັງລາມໄປຮອດຄ່ານິຍົມ ເຊິ່ງກະແສໂລກ ວັດຖຸນິຍົມ ບໍລິໂພກນິຍົມມາແຮງ ການພັດທະນາ ຫຼື ປະຕິຮູບທີ່ຍັງຕອບໂຈດຄົນສ່ວນໃຫຍ່ບໍ່ທັນໄດ້ມັນກໍ່ຍັງທ້າທາຍວ່າ: ໃຜໄດ້ປະໂຫຍດແທ້ໃນການພັດທະນາແບບຍືນຍົງເຂົ້າເຖິງຄົນຊົນນະບົດແທ້ຈິງ.
+ ດັ້ນກີບເມກ