ຂ່າວຫຼ້າສຸດ

ຄວາມພໍດີ ແລະ ການມີໜ້າໃຫຍ່

465 11 ກ.ກ. 2018 ນານາສາລະ

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ກ່າວ​ໃນ​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ​ເທື່ອ​ທີ 5 ສະ­ໄໝ​ທີ VIII ວ່າ ໃນ​ປີ 2020 ປະ­ເທດ​ລາວ​ເຮົາ​ຍັງ​ຈະ​ບໍ່​ທັນ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ພາບ​ດ້ອຍ​ພັດ­ທະ­ນາ ເນື່ອງ​ຈາກ​ຫຼາຍ​ເຫດ­ຜົນ​ທາງ​ດ້ານ​ການ​ສ້າງ­ສາ​ພັດ­ທະ­ນາ​ຍັງ​ບໍ່​ທັນ ສຳ­ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ​ເທົ່າ​ທີ່​ຄວນ ຊົນ­ນະ­ບົດ ແລະ ຕົວ​ເມືອງ​ຍັງ​ມີ​ຄວາມ​ແຕກ​ໂຕນ​ກັນ​ຢູ່ ສຳ­ຄັນ​ລາຍ​ຮັບ​ຂອງ​ປະ­ຊາ­ຊົນ​ໃນ​ແຕ່​ລະ​ຄອບ­ຄົວ​ຂາດ​ສະ­ຖຽນ​ລະ​ພາບ​ຄວາມ​ໝັ້ນ​ທາງ​ດ້ານ​ເລື່ອງ​ເກີດ ແລະ ການ​ໃຊ້​ບໍ­ລິ­ການ​ສາ­ທາ­ລະ­ນະ ເຊັ່ນ​ດຽວ​ກັບ​ລາຍ​ຮັບ​ແຫ່ງ​ຊາດ​ແຕ່​ລະ​ປີ​ກໍ່​ເຊັ່ນ​ກັນ.

ດັ່ງ­ນັ້ນ​ເພື່ອ​ບືນ​ຂຶ້ນ​ໃຫ້​ເຖິງ​ເປົ້າ​ໝາຍ​ຈາກ​ສະ­ພາບ​ດ້ອຍ​ພັດ­ທະ­ນາ ຈະ​ບໍ່​ແມ່ນ​ເລີ່ມ​ຈາກ​ລັດ­ຖະ­ບານ ຫຼື ອົງ­ການ​ໃດ​ໜຶ່ງ​ແຕ່​ປະ­ການ​ໃດ ສຳ­ຄັນ​ມັນ​ຕ້ອງ ເລີ່ມ​ຈາກ​ແຕ່­ລະ­ຄົນ​ໃນ ແຕ່​ລະ​ຄອບ­ຄົວ​ເປັນ​ເຈົ້າ​ການ​ໃນ​ການ​ມີ​ລະ­ບຽບ​ວິ­ໄນ​ໃນ​ການ​ໃຊ້​ຈ່າຍ ຫຼຽວ​ເບິ່ງ​ປະ­ເທດ​ທີ່​ຮັ່ງ­ມີ​ຕິດ​ລະ­ດັບ​ໂລກ​ທັງ­ຫຼາຍ​ລ້ວນ​ແຕ່​ມີ​ລະ­ບຽບ​ວິ­ໄນ​ທາງ​ການ​ເງິນ​ຢູ່​ໃນ​ຕົວ​ຢູ່​ໃນ​ແນວ​ຄິດ ຕິດ­ຕາມ​ດ້ວຍ​ພາກ​ປະ­ຕິ­ບັດ ຂະ­ຫຍັນ​ດຸ­ໝັ່ນ ປະ­ຢັດ ອົດ­ທົນ ຊຶ່ງ​ເປັນ​ກ້ອນ​ຢາ​ສຳ­ຄັນ​ຂອງ​ແຕ່­ລະ­ຄົນ​ທີ່​ຈະ​ຕ້ອງ​ໃຊ້​ປະ­ຈຳ​ວັນ ແລະ ຫຼັກ­ການ​ທາງ​ວິ­ຊາ​ການ​ອື່ນໆ.

ສິ່ງ​ສຳ­ຄັນ​ອັນ​ເປັນ​ສາ­ເຫດ ຫຼື ພະ­ຍາດ​ໃຫຍ່ ຊຶ່ງ​ຄົນ​ລາວ​ເຮົາ​ຄວນ​ຫາ​ວິ­ທີ​ກຳ­ຈັດ​ປັດ​ເປົ່າ​ນັ້ນ​ຄື ພະ­ຍາດ​ຫຼິ້ນ​ກິນ​ຟຸມ​ເຟືອຍ ຢາກ​ໃຫ້​ຄົນ​ຍ້ອງ­ຍໍ ຫຼື ມັກ​ຍ້ອງ​ເພື່ອ​ໃຫ້​ໜ້າ​ໃຫຍ່ ຢາກ​ມີ​ກຽດ​ສັກ​ສີ​ໃນ​ເສັ້ນ­ທາງ​ທີ່​ບໍ່​ຖືກ­ຕ້ອງ ເປັນ­ຕົ້ນ: ພິ­ທີ­ການ​ຕ້ອນ­ຮັບ​ຂັບ​ສູ່ ແຂກ​ຄົນ​ກໍ່​ຟຸມ​ເຟືອຍ​ກາຍ​ເຖືອດ ວ່າ​ແຕ່​ໄດ້​ງົບ­ປະ­ມານ​ຂອງ​ລັດ​ຂອງ​ຫຼວງ​ກໍ່​ຕ່ອຍ​ມັນ​ເຕັມ​ຮ້ອຍ​ແບບ​ບໍ­ລິ­ຫານ​ເກື້ອ­ກູນ ຂາດ​ນ້ຳ­ໃຈ​ປະ­ຢັດ​ຊັດ​ທ່ຽງ ໃນ​ເວ­ລາ​ດຽວ​ກໍ່​ສວຍ­ໂອ­ກາດ​ໄປ​ໃນ​ທາງ​ບໍ່​ຖືກ­ຕ້ອງ ການ​ເຮັດ­ບຸນ​ສິນ​ກິນ​ທານ​ເຊັ່ນ​ກັນ ກໍ່​ເຮັດ​ເພື່ອ​ໜ້າ​ຕາ​ຊື່​ສຽງ ແທນ​ທີ່​ຈະ​ເປັນ​ການ​ທຳ ບຸນ​ເພື່ອ​ອຸ­ທິດ​ສ່ວນ​ກຸ­ສົນ​ເຖິງ​ຜູ້​ມີ​ພະ​ຄຸນ​ທີ່​ລ່ວງ​ລັບ​ໄປ​ແລ້ວ ຫຼັງ​ຈາກ​ແລ້ວ​ບຸນ​ກໍ່​ເວົ້າ​ກັນ​ແຈ້ງໆ​ວ່າ​ພວກ​ເຮົາ​ປະ​ສິນ 5 ເອົາ​ແຕ່​ສິນ 4 ຈາກ​ນັ້ນ ລາຍ­ການ​ກິນ​ດື່ມ​ສຳ​ມະ​ເລ​ເທ​ເມົາ “ຕັ້ງ​ວົງ “ກໍ່​ເກີດ​ຂຶ້ນ​ເມື່ອ​ສົ່ງ​ກອງ​ບຸນ​ຮອດ​ວັດ.

ທາງ​ດ້ານ​ການ​ແຕ່ງ­ດອງ ສ້າງ​ຄອບ­ຄົວ​ໃໝ່​ກໍ່​ເໝືອນ​ກັນ ເວົ້າ​ສະ­ເພາະ ພວກ​ຢູ່​ຕົວ​ເມືອງ ພວກ​ລູກ​ຢູ່​ໃນ​ວົງ​ການ​ຂອງ​ລັດ​ຈຳ­ນວນ​ໜຶ່ງ​ບໍ່​ເປັນ​ແບບ­ຢ່າງ ເຮັດ​ອັນ​ໃດ​ກໍ່​ຢາກ​ໃຫ້​ໃຫຍ່​ທັ້ງ​ທີ່​ຂີ້​ພື້ນ​ທີ່​ໄປ​ທີ່​ມາ​ໃຜ​ກໍ່​ຮູ້​ດີ ວ່າ​ລູກ​ໃຜ ຫຼານ​ໃຜ ຢູ່​ໃສ ເຮັດ​ຫຍັງ? ບໍ່​ເວົ້າ​ແນວ​ອື່ນ ນັບ​ແຕ່​ເລື່ອງ​ສິນ​ສອດ​ຄຳ​ໝັ້ນ ຄ່າ​ດອງ ຄ່າ​ແກ່ວ ງານ​ລຽ້ງ​ໃຫຍ່​ໂຕ​ມະ​ໂຫ​ຖານ ໂຕະ​ຈີນ ໂຕະ​ເຈົ້າ­ພາບ​ແຕ່​ລະ​ຝ່າຍ​ຕ້ອງ​ນຸ່ງ​ເສື້ອ​ໄໝ​ຕ່າງ​ສີ​ກັນ​ເວ­ລາ​ສູ່­ຂວັນ ເວ­ລາ​ງານ​ລ້ຽງ​ກໍ່​ແມ່ນ​ຊຸດ​ລາ­ຕີ​ສະ­ໂມ­ສອນ ຕ້ອງ​ມີ​ເຫຼົ້າ​ລາ­ຄາ​ແພງ​ຕ່າງ­ປະ­ເທດ ຕ້ອງ​ຊື້ ຫຼື ເຊົ່າ​ລົດ​ລຸ້ນ​ແພງໆ ຫຼື ອື່ນໆ​ຕາມ​ຖາ­ນະ​ຈອດ​ໄວ້​ທາງ​ປະ­ຕູ​ງານ ດຸດ​ດັ່ງ​ເປັນ​ຂອງ­ຂວັນ ຊຶ່ງ​ທັງ​ໝົດ​ນີ້​ບໍ່​ມີ​ລະ­ບຽບ​ແບບ­ແຜນ ເອົາ​ແຕ່​ໃຜ​ຊິ​ເຮັດ ຄື​ດັ່ງ​ແຂ່ງ­ຂັນ​ຊ່ວງ​ເສັງ​ກັນ​ໜ້າ​ໃຫຍ່​ກຽດ​ໃຫຍ່ ບໍ່​ຄື​ຢູ່​ໃນ​ລະ­ບອບ​ໃໝ່​ຈົນ​ຊາວ​ຕ່າງ­ປະ­ເທດ​ແກວ່ງ​ຫົວ​ງຶດ​ສະ­ອອນ ກໍ່​ບໍ່​ໝາ­ຍວ່າ​ຊິ​ກັບ​ຄືນ​ສະ­ໄໝ​ຕົ້ນໆ​ປົດ​ປ່ອຍ​ໃໝ່ໆ ພິ­ທີ​ກິນ​ດອງ ພຽງ​ແຕ່​ກິນ​ເຂົ້າ­ໜົມ​ກັບ​ນ້ຳ​ຊາ ເຫຼົ້າ​ຢາ​ດ້າມ​ຈອກ ຄູ່​ແຕ່ງ­ດອງ​ຍັງ​ເປັນ​ຮອດ​ລັດ­ຖະ­ມົນ­ຕີ​ກໍ່​ມີ ເປັນ​ເສດ­ຖີ ຫຼື ບຸກ­ຄົນ​ສຳ­ຄັນ​ໃນ​ວົງ​ການ​ກໍ່​ຫຼາຍ ບັນ­ຫາ​ທີ່​ເວົ້າ​ຂຶ້ນ​ແມ່ນ​ເນັ້ນ​ເລື່ອງ​ປະ­ຢັດ​ຊັດ​ທ່ຽງ ແລະ ອັນ​ໃດ​ເປັນ​ປະ­ເພ­ນີ ແລະ ບໍ່​ເປັນ​ປະ­ເພ­ນີ ສຳ­ຄັນ​ທີ່​ສຸດ​ລະ­ຫວ່າງ “ໜ້າ​ໃຫຍ່” ແລະ “ໜີ້​ໃຫຍ່” ຈະ​ຕ້ອງ​ເປັນ​ມະ­ຫາ​ກາບ​ເລົ່າ​ບໍ່​ໝົດ​ຈັກ​ເທື່ອ ຊຶ່ງ​ບາງ​ຄົນ​ກໍ່​ຕ້ອງ​ເປັນ​ໜີ້​ທີ່​ບໍ່​ຍອມ​ເປັນ​ອະ­ດີດ ສິ່ງ​ທັງ​ໝົດ​ແມ່ນ​ໃຫ້​ພໍ­ດີ  ພໍ​ເໝາະ ສ້າງ​ວິ­ຖີ​ຊີ­ວິດ​ຂອງ​ຄົນ​ໃນ​ສັງ­ຄົມ​ໃຫ້​ໄປ​ໃນ​ທາງ​ທີ່​ມີ​ຄວາມ​ໝັ້ນ­ຄົງ

ດັ່ງ­ນັ້ນ ໃນ​ການ​ຈະ​ກ້າວ​ຂຶ້ນ​ເພື່ອ​ຫຼຸດ​ພົ້ນ​ສະ­ພາບ​ດ້ອຍ​ພັດ­ທະ­ນາ​ນັ້ນ ຂຶ້ນ​ຢູ່​ກັບ​ທຸກ​ຄົນ ຫຼື ແຕ່­ລະ­ຄົນ​ຕ້ອງ​ຖື​ສິນ ມີ​ວິ­ໄນ​ການ​ເງິນ​ສະ­ເພາະ​ຕົວ ລົດ ລະ ເລີກ​ຄວາມ​ອວດ­ອົ່ງ​ຟຸມ​ເຟືອຍ​ທີ່​ບໍ່​ເຂົ້າ​ເລື່ອງ ຫັນ​ມາ​ປະ­ຢັດ​ມັດ­ທະ­ຍັດ ຂະ­ຫຍັນ​ອົດ­ທົນ ບໍ່​ແລ່ນ­ນຳ​ແຕ່​ກະ­ແສ​ບໍ­ລິ­ໂພກ​ນິ­ຍົມ ຊຶ່ງ​ດຶງ​ທັງ​ຕົນ​ເອງ ແລະ ປະ­ເທດ​ຊາດ​ກ້າວ​ໄປ​ຂ້າງ​ໜ້າ​ຍາກ.

ໂດຍ: ຊຽງ​ເອງ

ຂ່າວທີ່ກ່ຽວຂ້ອງ