ວັນພະຫັດ ທີ 21 ກຸມພາ 2019 13:24:41
ອີງຕາມຂໍ້ມູນສະຫະພັນກີລາດອກປີກໄກ່ແຫ່ງຊາດ ໃຫ້ຮູ້ວ່າ: ທ້າວ ເກດຕິຍະ ແກ້ວໄຊ ນັກກີລາດອກປີກໄກ່ ຮຸ່ນເຍົາວະຊົນຊາຍ ມືອັນດັບ 1 ທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນສົມລາຄາ ຫຼັງສາມາດສ້າງຜົນງານຜ່ານການຄັດເລືອກ ເພື່ອເຂົ້າຮ່ວມງານມະຫະກຳກີລາໂອແລມປິກເຍົາວະຊົນ ຄັ້ງທີ 3 ທີ່ປະເທດອາກຊັງຕິນ ຮັບກຽດເປັນເຈົ້າພາບວັນທີ 6-18 ຕຸລາ 2018 ເຊິ່ງການແຂ່ງຂັນລາຍການນີ້ ມີນັກກີລາດອກປີກໄກ່ເຍົາວະຊົນລະດັບໂລກຈາກ 45 ປະເທດ ໃນ 5 ທະວີບທົ່ວໂລກ ທີ່ຜ່ານການຄັດເລືອກເຂົ້າຮ່ວມຢ່າງຫຼວງຫຼາຍ.
ສຳລັບຜົນງານຫຼ້າສຸດຂອງທ້າວ ເກດຕິຍະ ແກ້ວໄຊ ໃນການແຂ່ງຂັນກີລາດອກປີກໄກ່ທົ່ວປະເທດ ຄັ້ງທີ 18 ຊີງຂັນທ່ານປະທານສະພາແຫ່ງຊາດ ປະຈຳປີ 2018 ຫຼື ລາຍການ “Beer Lao Open 2018” ໃນວັນທີ 1-5 ສິງຫາ 2018 ມີນັກກີລາເຂົ້າຮ່ວມທັງໝົດ 320 ຄົນ ຈາກ 27 ພາກສ່ວນເຂົ້າຮ່ວມແຂ່ງຂັນທັງໝົດ 12 ລາຍການ ໃນນີ້ ທ້າວ ເກດຕິຍະ ແກ້ວໄຊ ໄດ້ລົງແຂ່ງຂັນໃນລາຍການຄູ່ປະສົມຮຸ່ນທົ່ວໄປ ຈັບຄູ່ກັບນາງ ອອນທູລີ ພວງມາລາ ຜ່ານການແຂ່ງຂັນຜົນປາກົດວ່າ ຄູ່ຂອງທ້າວ ເກດຕິຍະ ແລະ ນາງ ອອນລີທູ ສາມາດຍາດໄດ້ລາງວັນອັນດັບທີ 3 ມາຄອງໄດ້ສຳເລັດ ສ່ວນອັນດັບທີ 1 ທ້າວ ນິກອນ ແລະ ນາງ ທິດາຈັນ ສະໂມສອນເຄທີ ອັນດັບທີ 2 ທ້າວ ສຸລິສັກ ແລະ ນາງ ບຸບຜາເກສອນ ສະໂມສອນມັນທາຕຸລາດ.