ວັນພະຫັດ ທີ 21 ກຸມພາ 2019 12:49:41
ລັດຖະບານລາວ ມອບເງິນຊ່ວຍເຫຼືອປະເທດອິນໂດເນເຊຍ ມູນຄ່າ 100.000 ໂດລາສະຫະລັດ ຫຼື ປະມານ 851 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບຈາກໄພພິບັດແຜ່ນດິນໄຫວ ແລະ ຄື້ນຊຶນາມິ ທີ່ເກີດຂຶ້ນວັນທີ 28 ກັນຍາ 2018 ຢູ່ແຂວງສຸລາເວຊີກາງ ປະເທດອິນໂດເນເຊຍ ອັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນອິນໂດເນເຊຍ ຢູ່ເຂດດັ່ງກ່າວ ໃນນີ້ ມີຜູ້ເສຍຊີວິດຫຼາຍກວ່າ 1.500 ຄົນ ບາດເຈັບ 1.000 ກວ່າຄົນ ແລະ ປະຊາຊົນ 70.000 ກວ່າຄົນ ບໍ່ມີທີ່ພັກອາໄສ ນອກນີ້ຍັງຜູ້ທີ່ຍັງຊອກບໍ່ເຫັນຫຼາຍກວ່າ 5.000 ຄົນ ເຮືອນປະຊາຊົນເສຍຫາຍຫຼາຍກວ່າ 67.000 ຫຼັງ ສະຖາບັນການສຶກສາ 2.736 ແຫ່ງ ແລະ ອື່ນໆ.
ພິທີມອບ-ຮັບເງິນຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 8 ຕຸລາ 2018 ຢູ່ກະຊວງການຕ່າງປະເທດ ເຊິ່ງຕາງໜ້າໃຫ້ລັດຖະບານລາວມອບໂດຍທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮັບໂດຍທ່ານ ປຣາຕິໂຕ ໂຊຮາໂຢ ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳລາວ ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ການປະກອບສ່ວນຊ່ວຍເຫຼືອແກ້ໄຂຜົນກະທົບທາງໄພທຳມະຊາດຂອງລັດຖະບານລາວຄັ້ງນີ້ ສະແດງເຖິງນ້ຳໃຈ ແລະ ຄວາມສາມັກຄີຮັກແພງຂອງລັດຖະບານ ກໍ່ຄື ປະຊາຊົນລາວທີ່ມີຕໍ່ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໂດຍສະເພາະ ຄອບຄົວຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບຜົນກະທົບ ເພື່ອພ້ອມກັນກ້າວຜ່ານວິກິດໄພພິບັດທາງທຳມະຊາດ ແລະ ການພັດທະນາພື້ນຖານໂຄງລ່າງຂອງປະເທດ ໃຫ້ກັບຄືນສູ່ສະພາບປົກກະຕິ.
ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຊ່ວຍເຫຼືອຂອງລັດຖະບານລາວ ພ້ອມທັງຢືນຢັນຈະນຳເງິນຈຳນວນດັ່ງກ່າວ ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສູດແກ່ປະຊາຊົນຊາວອິນໂດເນເຊຍ.