ວັນພະຫັດ ທີ 21 ກຸມພາ 2019 12:44:19
ມື້ນີ້ຂໍພາທ່ານຜູ້ອ່ານໄປເບິ່ງມາດຕະການຂອງພິລິປິນ ໃນການກຳຈັດຕຳຫຼວດຊົ່ວ ຕໍ່ໃສ່ແຜນເພີ່ມຈຳນວນປະຊາ ກອນໃນອີຣານ.
ທີ່ພີລິປິນ: ໃນຕົ້ນເດືອນສິງຫາປີນີ້ ທ່ານ ໂຣດຼິກໂກ ດູຕັກເຕ ປະທານາທີບໍດີທີ່ລືຊື່ ເປັນຄົນມີວາທະຄົມກ້າທ້າຕ່ອຍ ໄດ້ປະກາດຜ່ານການຖ່າຍທອດສົດທາງໂທລະພາບວ່າ: ທ່ານຈະສັ່ງຂ້າຖິ້ມຕຳຫຼວດທີ່ມີສ່ວນກ່ຽວຂ້ອງກັບຢາເສບຕິດ ແລະ ອາຊະຍາກຳອື່ນໆ ຄຳເວົ້ານີ້ຄົງບໍ່ໂຍກເກີນໄປ ຖ້າຫາກເບິ່ງຕົວເລກຕຳຫຼວດຈຳນວນ 2.000 ຄົນທີ່ຖືກໄລ່ອອກການໄປ ນັບແຕ່ທ່ານ ໂຣດຼິກໂກ ດູຕັກເຕ ຂຶ້ນມາເປັນປະທານາທິບໍດີ ມີຂ່າວກ່ອນໜ້ານັ້ນທີ່ບອກວ່າ ທ່ານປະທານາທິບໍດີໄດ້ພົບປະເພື່ອຕັກເຕືອນຕຳຫຼວດຈຳນວນກວ່າ 100 ຄົນຢູ່ທຳນຽບປະທານາທິບໍດີ ຕຳຫຼວດເຫຼົ່ານີ້ລ້ວນແຕ່ໄດ້ປະພຶດຜິດວິໄນ ມີຄະດີອາຍາ ມີໂທດຂົ່ມຂືນ ໂທດລັກພາຕົວ ແລະ ປຸ້ນຊັບ ໃນການພົບປະທ່ານປະທາ ນາທິບໍດີ ບອກຄຳຂາດວ່າ ຈະກຳຈັດພວກຕຳຫຼວດຊົ່ວຊຸມນີ້ ຖ້າພວກເຂົາຍັງສືບຕໍ່ກໍ່ໂທດກຳຂຶ້ນອີກ ທ່ານ ດູຕັກເຕ ບອກວ່າ ທ່ານມີໜ່ວຍປະຕິບັດງານພິເສດ ທີ່ຈະຄອຍຕິດຕາມພຶດຕິກຳຂອງຕຳຫຼວດຊຸມນີ້ ແລະ ພ້ອມທີ່ຈະສັ່ງຂ້າຖິ້ມຖ້າພວກເຂົາເຮັດຜິດຊ້ຳ ນັບແຕ່ຂຶ້ນນັ່ງຕັ່ງປະທານາທິບໍດີເປັນຕົ້ນມາ ທ່ານ ດູຕັກເຕ ໄດ້ເລີ່ມຜະເດັດເສິກກັບຢາເສບຕິດ ໂດຍໄດ້ສັ່ງສັງຫານຜູ້ຕ້ອງສົງໄສ ໃນການພົວພັນຢາເສບຕິດຈຳນວນ 4.500 ກວ່າຄົນ ສົງຄາມປາບຢາເສບຕິດແບບບໍ່ໄວ້ໜ້ານັ້ນ ໄດ້ກໍ່ໃຫ້ເກີດບັນຍາກາດແຫ່ງຄວາມບໍ່ປອດໄພ ບໍ່ພຽງແຕ່ຈາກກຸ່ມຄົນຮ້າຍ ແຕ່ຍັງມາຈາກການໃຊ້ອຳນາດແບບເຫຼືອເຫດຂອງເຈົ້າໜ້າທີ່ຕຳຫຼວດອີກດ້ວຍ ແນວໃດກໍ່ດີ ທ່ານປະທານາທິບໍດີບອກວ່າຈະສຶບຕໍ່ເດີນໜ້າເຮັດເສິກຕ້ານຢາເສບຕິດຈົນຮອດວັນສຸດທ້າຍຂອງອາຍຸການ ເປັນປະທານາທິບໍດີຂອງທ່ານ.
ທີ່ອີຣານ: ໃນຂະນະທີ່ຫຼາຍໆປະເທດ ພວມພະຍາຍາມສົ່ງເສີມການວາງແຜນຄອບຄົວເພື່ອຈຳກັດການເກີດໃຫ້ສົມຄູ່ກັນກັບລະດັບການພັດທະນາດເສດຖະກິດ-ສັງຄົມ ແລະ ຊີວີດການເປັນຢູ່ນັ້ນ ປະເທດອີຣານຜັດເລີ່ມນະໂຍ ບາຍເພີ່ມຈຳນວນປະຊາກອນຈາກ 80 ລ້ານຄົນໃນປັດຈຸບັນໃຫ້ເປັນ 150 ລ້ານຄົນ ພາຍໃນອີກ 32 ປີຂ້າງໜ້າ( ໃນປີ 2050) ໜຶ່ງໃນນະໂຍບາຍເພີ່ມປະຊາກອນ ກໍ່ແມ່ນມາດຕະການຫຼຸດຜ່ອນການຢ່າຮ້າງໄປພ້ອມໆກັບການສົ່ງເສີມສະຖາບັນຄອບຄົວ ແລະ ຫຼຸດຜ່ອນຄວາມຂັດແຍ່ງລະຫວ່າງ ຜົວເມຍລົງ ໃນໄລຍະຫຼັງໆມານີ້ ບັນຫາການຢ່າຮ້າງໃນອີຣານ ມີທ່າອ່ຽງເພີ່ມຂຶ້ນ ສະຖິຕິເມື່ອ 3 ປີກ່ອນໜ້ານີ້ຊີ້ບອກວ່າ ອັດຕາການຢ່າຮ້າງນັ້ນກວມຮ້ອຍລະ21 ສ່ວນໃນນະຄອນຫຼວງ ເຕເຮຣານນັ້ນ ການຢ່າຮ້າງມີຂຶ້ນກັບ 30 ພັນຄູ່ຜົວເມຍ ໃນນັ້ນ 90% ເປັນການຍິນຍອມຂອງທັງສອງຝ່າຍ ເພື່ອແກ້ໄຂບັນຫາການຢ່າຮ້າງ ອີຣານໄດ້ອອກກົດໝາຍສະເພາະໃນວັນທີ 12 ເດືອນກໍລະກົດປີ 2015 ທີ່ກຳນົດຢືດເວລາການຢ່າຮ້າງ ຄື: ຜົວເມຍທີ່ຍິນຍອມພ້ອມໃຈກັນຢ່າຮ້າງນັ້ນ ຈະບໍ່ສາມາດຢ່າຮ້າງກັນໄດ້ຢ່າງອັດຕະ ໂນມັດຄືເມື່ອກ່ອນ ທັງສອງຍັງຕ້ອງໄດ້ເຂົ້າຮັບການປຶກສາຫາລືຈາກທີ່ປຶກສາຂອງທາງການກ່ອນ ທ່ານທີ່ປຶກສາມີໜ້າທີ່ປະເມີນເງື່ອນໄຂຕົວຈິງຂອງຄູ່ຜົວເມຍວ່າມີແນວຜິດປົກກະຕິ ຫຼື ບໍ່ ຈາກນັ້ນ ສານຈະນຳໃຊ້ຂໍ້ມູນລະອຽດຂອງທີ່ປຶກສາເພື່ອພິຈາລະນາ ນອກຈາກກົດໝາຍດັ່ງກ່າວແລ້ວ ທາງການອີຣານຍັງໄດ້ຢຸດເຊົາການສົ່ງເສີມການໃຊ້ຖົງຢາງອະນາໄມ ເພື່ອຈຸດປະສົງຄຸມກຳເນີດ ແລະ ຍົກເລີກການເຮັດໝັນຊາຍໂດຍບໍ່ເສຍຄ່າທີ່ເຄີຍປະຕິບັດມາ ພິເສດ ທາງການຍັງໄດ້ເປີດບໍລິການເວັບໄຊ ຊອກຄູ່ອີກດ້ວຍ.