ວັນສຸກ ທີ 13 ທັນວາ 2019 15:52:18
ມື້ນີ້ ຂໍສະເໜີຂ່າວເລື່ອງນະໂຍບາຍຂອງປະທານາທິບໍດີ ສ ອາເມຣິກາ ກ່ຽວກັບການເຄື່ອນໄຫວຂອງສື່ເລື່ອງຝຣັ່ງ ປະກາດຫ້າມໃຊ້ຍາຂ້າແມງໄມ້ທີ່ເປັນອັນຕະລາຍ ແລະ ຂ່າວກ່ຽວກັບແຜນຂຶ້ນພາສີ ເຄື່ອງດື່ມທີ່ມີລົດຫວານຢູ່ ມາເລເຊຍ.
ທີ່ ສ ອາເມຣິກາ: ໜັງສືພິມ ລາວພັດທະນາ ສະບັບວັນທີ 20 ເດືອນພະຈິກນີ້ ໄດ້ສະເໜີກ່ຽວກັບຄຳປະກາດຂອງທ່ານ ໂດນັນ ທຣຳ ວ່າຈະອອກກົດໝາຍ ແລະ ລະບຽບການກ່ຽວກັບການປະພຶດຂອງບັນດາຄົນສື່ຈາກທຸກສຳນັກງານ ເພື່ອໃຫ້ຢູ່ພາຍໃຕ້ກົດລະບຽບທີ່ເປັນເອກະພາບ ແລະ ມີຄວາມສະເໝີພາບ ສຳລັບການເຄື່ອນໄຫວ ກໍ່ຄື ວິທີການຕັ້ງຄຳຖາມບົນພື້ນຖາມ ມາລະຍາດອັນດີ ແລະ ເຄົາລົບເຊິ່ງກັນ ແລະ ກັນ ຄຳປະກາດນີ້ມີຂຶ້ນໃນກາງເດືອນພະຈິກປີນີ້ເອງ ທ່ານປະທານາທິບໍດີ ຕ້ອງການໃຫ້ນັກສື່ຂ່າວທຸກຄົນ ມີໂອກາດເທົ່າທຽມ ແລະ ທົ່ວເຖິງກັນ ໃນການຕັ້ງຄຳຖາມ ບໍ່ແມ່ນວ່າຈະປ່ອຍໃຫ້ໃຜຜູ້ໜຶ່ງໄດ້ປຽບຕັ້ງຄຳຖາມຕິດໆຕໍ່ໆກັນພຽງຄົນດຽວ ໂດຍບໍ່ປ່ອຍໂອກາດໃຫ້ຄົນອື່ນ ທຳນຽບຂ່າວຕ້ອງການປົກປ້ອງເສລີພາບຂອງສື່ມວນຊົນບົນພື້ນຖານລະບຽບກົດໝາຍ ເຊິ່ງຜູ້ລະເມີດຕ້ອງມີການຕໍ່ສູ້ກັນ ໃນສານຄັກແນ່ ໂດຍຫາງສຽງທົ່ວໄປແລ້ວ ສື່ມວນຊົນ ສ ອາເມຣິກາ ຖືວ່າທ່ານປະທານາທິບໍດີ ກີດກັ້ນເສລີພາບໃນການເຄື່ອນໄຫວຂອງວົງການສື່ມວນຊົນ.
ທີ່ ປະເທດຝຣັ່ງ: ມີຂ່າວຈາກນະຄອນຫຼວງປາຣີ ທີ່ໃຫ້ຊາບວ່າ: ລັດຖະບານຝຣັ່ງ ໄດ້ປະກາດໃນວັນທີ 5 ເດືອນພະຈິກນີ້ ກ່ຽວກັບການຫ້າມໃຊ້ຕະຫຼອດການ ສານຊະນິດໜຶ່ງໃນຢາຂ້າແມງໄມ້ ທີ່ນິຍົມໃຊ້ກັນຢ່າງແຜ່ຫຼາຍ ທີ່ເອີ້ນວ່າ: “ແທມໂຊດຽມ” ວ່ານັບແຕ່ເດືອນກັນຍາປີນີ້ ສານແທມໂຊດຽມ ໄດ້ກາຍເປັນສາເຫດເຮັດໃຫ້ມີກໍລະນີເຈັບເປັນໃນເຂດປົກຄອງ ເມນອາລົວ ສານທີ່ວ່ານັ້ນ ໃນເມື່ອກ່ອນເຊື່ອວ່າຈະບໍ່ລະບາດກັບພືດ ແລະ ຄົນພາຍໃນຟາມ ມັນເປັນສານທີ່ຕ້ອງໄດ້ນຳໃຊ້ເປັນຈຳນວນຫຼາຍ ຈຶ່ງຈະໃຫ້ຜົນການຂ້າເຊື້ອພະຍາດໃນດິນ ໂດຍສະເລ່ຍແລ້ວ ການໃຊ້ສານ ແທມໂຊດຽມ ຕໍ່ປີໃນປະເທດຝຣັ່ງ ນັ້ນມີສຽງເຖິງ 700 ໂຕນ ແຕ່ໃນທີ່ສຸດ ທາງການຂອງຝຣັ່ງ ໄດ້ຄົ້ນພົບຜົນຮ້າຍຂອງສານດັ່ງກ່າວ ທີ່ມີຕໍ່ສຸຂະພາບຂອງບັນດາຊາວກະສິກອນຢູ່ຕາມຟາມ ເຮັດໃຫ້ເກີດອາການແສບຕາ ແສບຄໍ ຫາຍໃຈລຳບາກ ສ່ວນຢູ່ສະຫະລັດອາເມຣິການັ້ນ ສຳນັກງານຄຸ້ມຄອງສິ່ງແວດລ້ອມ ກໍ່ໄດ້ ອອກມາລະບຸວ່າ ສານແທມໂຊດຽມ ທີ່ໃຊ້ເປັນສ່ວນປະສົມຢາຂ້າແມງໄມ້ນັ້ນ ອາດເປັນ “ສານກໍ່ມະເຮັງໃນມະນຸດ” ໄດ້ຢາຂ້າແມງໄມ້ທີ່ມີສ່ວນປະສົມຂອງສານແທມໂຊດຽມນີ້ ມີຫຼາຍຍີ່ຫໍ້ ເຊັ່ນ: ວາປາມ (Vapam) ແລະ ເຊັກຕາກອນ (Sectagon) ທີ່ໄດ້ຮັບອະນຸຍາດໃຫ້ໃຊ້ໃນເອີຣົບ ໄດ້ເຖິງປີ 2022 ກ່ອນຈະມີການທົບທວນດ້ານຄວາມປອດໄພຄືນໃໝ່.
ທີ່ ມາເລເຊຍ: ເຊັ່ນດຽວກັບຢູ່ປະເທດຝຣັ່ງ ລັດຖະບານປະເທດມາເລເຊຍ ໄດ້ໃຫ້ຄວາມສຳຄັນເປັນພິເສດ ເລື່ອງສຸຂະພາບຂອງພົນລະເມືອງ ກ່ຽວກັບບັນຫານີ້ ໄດ້ມີຂ່າວອອກມາໃນຕົ້ນ ເດືອນພະຈິກນີ້ວ່າ: ທາງການຂອງປະເທດນີ້ພວມກຽມພິຈາລະນາ ຂຶ້ນພາສີເຄື່ອງດື່ມທີ່ມີລົດຫວານເກີນກຳນົດທີ່ເປັນສາເຫດກໍ່ໃຫ້ເກີດພະຍາດຕຸ້ຍ ພະຍາດເບົາຫວານ ກໍ່ຄື ພະຍາດທີ່ບໍ່ຕິດຕໍ່ອື່ນໆ ສ່ວນຢູ່ບັນດາປະເທດໃກ້ຄຽງ ເຊັ່ນ: ບຼູໄນ ໄທ ແລະ ຟີລິບປິນ ນັ້ນ ກໍ່ໄດ້ມີການເກັບພາສີ ເຄື່ອງດື່ມລົດຫວານ ມາກ່ອນແລ້ວ ເປົ້າໝາຍຂອງມາດຕະການຂຶ້ນພາສີເຄື່ອງດື່ມ ລົດຫວານີ້ ແມ່ນເພື່ອສົ່ງເສີມສຸຂະພາບຂອງປະຊາຊົນ ມາດຕະການຂຶ້ນພາສີ ຈະຢູ່ພາຍໃຕ້ການຄຸ້ມຄອງ ແລະ ຕິດຕາມກວດຂອງກະຊວງສາທາລະນະສຸກ ພາຍຫຼັງລັດຖະບານໄດ້ຕົກລົງເຫັນດີປະກາດໃຊ້ຢ່າງເປັນທາງການ.