ວັນສຸກ ທີ 6 ທັນວາ 2019 17:27:37
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 29 ພະຈິກ 2018 ຢູ່ຫໍສະພາແຫ່ງຊາດ (ຫຼັກ 6) ໂດຍເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ມີບັນດາລັດຖະມົນຕີ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ (ສສຊ) ເຂົ້າຮ່ວມ.
ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ປີ 2016-2018 ໄດ້ມີຜົນສຳເລັດ ໃນການຈັດຕັງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢູ່ຈຸດສຸມຕ່າງໆ ເຮັດໃຫ້ລະບົບການເມືອງຂັ້ນຮາກຖານຂອງທ້ອງຖິ່ນຕ່າງໆ ໄດ້ຮັບການປັບປຸງມີຄວາມເຂັ້ມແຂງໜັກແໜ້ນ ພື້ນຖານໂຄງລ່າງໄດ້ຮັບການປັບປຸງ ຍົກລະດັບ ແລະ ກໍ່ສ້າງໃໝ່ ເພື່ອເອື້ອອຳນວຍໃຫ້ການດຳລົງຊີວິດຂອງປະຊາຊົນເປັນພື້ນຖານ ໃຫ້ການສູ້ຊົນບັນລຸຄາດໝາຍດ້ານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ ໃນນີ້ 11.725 ຄອບຄົວ ໄດ້ຫຼຸດພົ້ນອອກຈາກຄອບຄົວທຸກຍາກ ຍັງເຫຼືອ 64.593 ຄອບຄົວ ກວມ 5.34% ຂອງຄອບຄົວທັງໝົດທົ່ວປະເທດ ລຶບລ້າງບ້ານທີ່ມີຄວາມທຸກຍາກຫຼາຍກວ່າ 50% ຂຶ້ນເມືອ ຂອງຈຳນວນຄອບຄົວພາຍໃນບ້ານໄດ້ 22 ບ້ານ ຍັງເຫຼືອ 657 ບ້ານ ລຶບລ້າງບ້ານທຸກຍາກໄດ້ 153 ບ້ານ ຍັງເຫຼືອ 1.536 ບ້ານ ກວມ 18,83% ຂອງບ້ານທັງໝົດ ສ້າງບ້ານພັດທະນາໄດ້ 253 ບ້ານ ລວມເປັນ 4.138 ບ້ານ ສ້າງບ້ານໃຫຍ່ທີ່ມີລັກສະນະຕົວເມືອງນ້ອຍໃນຊົນນະບົດໄດ້ 28 ບ້ານ ລວມເປັນ 58 ບ້ານ ໃນປີ 2018.
ພ້ອມນີ້ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກໍ່ໄດ້ຂຶ້ນຊີ້ແຈງກ່ຽວກັບຄຸນະພາບການບໍລິການ ການປິ່ນປົວຢູ່ໂຮງໝໍ ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ຈາກນັ້ນ ສສຊ ກໍ່ໄດ້ປະກອບຄຳຄິດເຫັນ ໂດຍສະເພາະວຽກງານຕາງໜ່າງສາທາລະນະສຸກ ຝາກໃຫ້ມີການລົງທຶນສ້າງໂຮງໝໍ ແລະ ສຸກສາລາໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການໄປປິ່ວປົວຢູ່ປະເທດເພື່ອນບ້ານ ສ້າງບຸຄະລາກອນໃຫ້ຕິດພັນກັບການບໍລິການຄຸ້ມຄອງໂຮງໝໍເອກະຊົນ ແລະ ຮ້ານຂາຍຢາ ສ້າງບຸຄະລາກອນ ເພື່ອຄຸ້ມຄອງອຸປະກອນການແພດ ການນຳໃຊ້ບັດປະກັນສຸຂະພາບຍັງບໍ່ທັນເປັນເອກະພາບລະຫວ່າງໂຮງໝໍເມືອງ ແລະ ແຂວງ ການນຳສົ່ງຄົນເຈັບຈາກເມືອງໄປແຂວງຍັງມີຄວາມຊັກຊ້າ ບາງຄັ້ງກໍເມີນເສີຍ ການບົ່ງມະຕິພະຍາດຍັງບໍ່ຖືກຕ້ອງ ແລະ ຊັດເຈນ ແພດໝໍທີ່ປະຈຳຢູ່ສຸກສາລາຍັງບໍ່ພຽງພໍຕໍ່ຄົນເຈັບ ການໂຄສະນາຢາເກີນເຫດ ລວມທັງຢາກໃຫ້ເຂັ້ມງວດໃນການສຶກສາອົບຮົມຈັນຍາບັນ-ຈັນຍາທຳຂອງແພດໝໍ ແລະ ອື່ນໆ ເພື່ອຍົກສູງດ້ານສຸຂະພາບ ແລະ ການບໍລິການຂອງແພດໃຫ້ດີຂຶ້ນ.
ຕອຍທ້າຍ ສສຊ ກໍ່ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາການຊີ້ແຈງກ່ຽວກັບຄຸນະພາບການບໍລິການ ການປິ່ນປົວຢູ່ໂຮງໝໍ ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ດ້ວຍຄະແນນສຽງສ່ວນໃຫຍ່.