ວັນສຸກ ທີ 6 ທັນວາ 2019 18:29:47
ກອງປະຊຸມພົບປະ ແລະ ງານລ້ຽງຕ້ອນຮັບຄະນະຜູ້ແທນບໍລິສັດທ່ອງທ່ຽວ ສປ ຈີນ ຈັດຂຶ້ນວັນທີ 28 ພະຈິກ 2018 ຢູ່ໂຮງແຮມລ້ານຊ້າງ ໂດຍມີທ່ານນາງ ແສງໂສດາ ວັນທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ຄຳຄູນ ໃບລາຕີ ຮອງຫົວໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ປະກອບການທຸລະກິດທ່ອງທ່ຽວ ລາວ-ຈີນ ເຂົ້າຮ່ວມ.
ທ່ານນາງ ແສງໂສດາ ວັນທານຸວົງ ກ່າວວ່າ: ລາວເປັນປະເທດທີ່ມີທ່າແຮງດ້ານການທ່ອງທ່ຽວທຳມະຊາດ ວັດທະນະທຳ ແລະ ປະຫວັດສາດທ່ອງທ່ຽວ ທີ່ໂດດເດັ່ນກວ່າໝູ່ແມ່ນນະຄອນຫຼວງພະບາງ ໄດ້ຖືກຮັບຮອງເປັນເມືອງມໍລະດົກໂລກໃນປີ 1995 ວັດພູຈຳປາສັກ ແຂວງຈຳປາສັກ ປີ 2002 ທົ່ງໄຫຫີນຊຽງຂວາງ ບັນດາຖ້ຳປະຫວັດສາດທີ່ເມືອງວຽງໄຊ ແຂວງຫົວພັນ ນ້ຳຕົກຄອນພະເພັງ ແມ່ນ້ຳໃຕ້ດິນໄຫຼລອດພູຖ້ຳກອງລໍ ແຂວງຄຳມ່ວນ ນອກນີ້ຍັງມີປ່າສະຫງວນແຫ່ງຊາດ ແລະ ແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງ ປີ 2017 ມີນັກທ່ອງທ່ຽວເຂົ້າມາລາວ 3.868.838 ຄົນ ແລະ ໝົດປີ 2018 ຄາດວ່າຈະມີນັກທ່ອງທ່ຽວ 4 ລ້ານກວ່າຄົນ ສະເພາະນັກທ່ອງທ່ຽວຈີນປີ 2017 ມີ 639.185 ຄົນ ເພີ່ມຂຶ້ນ 17% ທຽບໃສ່ນັກທ່ອງທ່ຽວສາກົນທີ່ມາທ່ຽວລາວ ຈັດຢູ່ອັນດັບ 3 ຖັດຈາກໄທ 1.797.803 ຄົນ ຫວຽດນາມ 891.643 ຄົນ ສາເຫດທີ່ພາໃຫ້ນັກທ່ອງທ່ຽວຈີນເພີ່ມຂຶ້ນ ຍ້ອນວ່າລາວ ແລະ ຈີນ ມີສາຍພົວພັນແໜ້ນແຟ້ນ ແລະ ການຮ່ວມມືອັນດີງາມ ຂະແໜງທ່ອງທ່ຽວໄດ້ມີການຮ່ວມມືພັດທະນາ ແລະ ສົ່ງເສີມໃຫ້ຂະຫຍາຍຂຶ້ນເລື້ອຍໆ ເປັນຕົ້ນ ການສ້າງບຸຄະລາກອນ ລົງທຶນສ້າງໂຮງແຮມ ຮ້ານອາຫານ ແລະ ອື່ນໆ.
ກອງປະຊຸມຄັ້ງນີ້ ສອງຝ່າຍຍັງໄດ້ປຶກສາຫາລືແລກປ່ຽນຂໍ້ມູນນຳກັນ ເພື່ອສ້າງເຄື່ອຄ່າຍການທ່ອງທ່ຽວຮ່ວມກັນ ນອກນີ້ ວັນທີ 29 ພະຈິກ-5 ທັນວາ 2018 ຄະນະຈະໄດ້ໄປຢ້ຽມຢາມແຫຼ່ງທ່ອງທ່ຽວຢູ່ແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ແລະ ຈຳປາສັກ ຕື່ມອີກ.