ວັນສຸກ ທີ 22 ກຸມພາ 2019 13:08:51
ການຈັບສະຫຼາກແບ່ງກຸ່ມສຳລັບການແຂ່ງຂັນບານເຕະຊີງແຊັມເອີຣົບ ຫຼື ຢູໂຣ 2020 ຮອບຄັດເລືອກ ຈັດຂຶ້ນວັນທີ 2 ທັນວາ 2018 ຢູ່ນະຄອນຫຼວງດັບລິນ ສາທາລະນະລັດອຽກລັງ ຜົນປາກົດວ່າ: ກຸ່ມ A ປະກອບມີ ອັງກິດ ສາທາລະນະລັດເຊັກ ເບົາເກເຣຍ ມອນເຕເນໂກຣ ແລະ ໂຄໂຊໂວ ກຸ່ມ B ປອກຕຸຍການ ແຊັມເກົ່າ ອູເກຣນ ແຊກບີ ລິດທົວເນຍ ແລະ ລຸກຊຳບວກ ກຸ່ມ C ໂຮນລັງ ເຢຍລະມັນ ອຽກລັງເໝືອ ເອັສໂຕນີ ແລະ ເບລາຣຸສ ກຸ່ມ D ສະວິດ ດານມາກ ສາທາລະນະລັດອຽກລັງ ຊັອກຊີ ແລະ ຈີເບົາຕ້າ ກຸ່ມ E ໂຄຣອາຊີ ເວວ ສະໂລວັກ ຮົງກາຣີ ແລະ ອາແຊກໄບຊານ ກຸ່ມ F ແອັສປາຍ ຊູແອັດ ນອກແວ ຣູມານີ ເກາະເຟໂຣ ແລະ ມາວຕ້າ ກຸ່ມ G ໂປໂລຍ ໂອຕຣິດ ອິດສະຣາແອນ ສະໂລເວນີ ມາເຊໂດນີ ແລະ ລັດວີ ກຸ່ມ H ຝຣັ່ງ ຮອງແຊັມ 2016 ອິດສະລັງ ຕວກກີ ອານບານີ ມອນໂດວາ ແລະ ອັນດຣໍຣາ ກຸ່ມ I ແບນຊິກ ຣັດເຊຍ ສະກັອດແລນ ໄຊປຣັສ ຄາຊັກສະຖານ ແລະ ຊານມາຣີໂນ ແລະ ກຸ່ມ J ອີຕາລີ ບົດສະນີ-ແຮກເຊີໂກວີນາ ແຟັງລັງ ເກຣັກ ອາກເມນີ ແລະ ເລັກແຕນສະແຕນ.
ສຳລັບການແຂ່ງຂັນຮອບແບ່ງກຸ່ມຈັດຂຶ້ນວັນທີ 21 ມີນາ ຫາ 19 ພະຈິກ 2019 ແຂ່ງຂັນແບບພົບກັນໝົດໃນກຸ່ມ ແບບໄປ-ກັບ ຄັດເອົາທີ 1-2 ຂອງແຕ່ລະກຸ່ມເຂົ້າຮອບສຸດທ້າຍບວກກັບ 4 ທີມຜ່ານການເພລອັອຟ ລວມເປັນ 24 ທີມ ໃນຮອບສຸດທ້າຍ ປີ 2020 ທີມທີ່ສາມາດເພລອັອຟເປັນທີມແຊັມກຸ່ມຈາກ 4 ລີກຂອງຢູຟາເນຊັນລີກທີ່ເຊື່ອມໂຍງກັບການແຂ່ງຂັນຢູໂຣ ເປັນຮູບແບບໃໝ່ໃນການຄັດເລືອກຄັ້ງນີ້.
ສ່ວນການແຂ່ງຂັນຮອບສຸດທ້າຍປີ 2020 ມີເຈົ້າພາບ 12 ທີມຄື: ອັງກິດ ເຢຍລະມັນ ອີຕາລີ ເນເທີແລນ ແອັດປາຍ ຣັດເຊຍ ສະກັອດແລນ ອາເຊີໄບຈັນ ດານມາກ ຣູມານີ ຮົງກາຣີ ແລະ ອຽກລັງ.