ວັນພະຫັດ ທີ 21 ກຸມພາ 2019 12:43:48
ປະທານາທິບໍດີຣັດເຊຍ ວາລາດີເມຍ ປູຕິນ ກ່າວເມື່ອວັນທີ 5 ທັນວານີ້ວ່າ ຣັດເຊຍ ຈະຕ້ອງໄດ້ຕອບໂຕ້ ຖ້າຫວ່າ ສ ອາເມຣິກາ ຖອນອອກຈາກສົນທິສັນຍາ ກ່ຽວກັບບັນດາ ກອງກຳລັງນີວເຄລຍຂະໜາດກາງ (INF).
ກ່ອນໜ້ານີ້ ສ ອາເມຣິກາໄດ້ວາງ “ເສັ້ນຕາຍ” ອອກມາ ໂດຍແກ່ຍາວເປັນເວລາ 60 ວັນ ເພື່ອໃຫ້ຣັດເຊຍ “ກັບຄືນ” ໄປປະຕິບັດ INF ຢ່າງສົມບູນ ແລະ ສາມາດກວດສອບໄດ້. ຖ້າຫາກວ່າບໍ່ມີການປ່ຽນແປງຫຼັງເວລາດັ່ງກ່າວ ສ ອາເມຣິກາ ກໍຈະເລີ່ມດຳເນີນຂະບວນການແກ່ຍາວ 6 ເດືອນ ເພື່ອຖອນອອກຈາກ INF.
ປະທານາທິບໍດີ ປູຕິນ ກ່າວຜ່ານທາງໂທລະພາບວ່າ ຣັດເຊຍຄັດຄ້ານຕໍ່ການຍົກເລີກຂໍ້ຕົກລົງ ແຕ່ວ່າດົນມາແລ້ວທີ່ ສ ອາເມຣິກາ ຢາກຖອນອອກຈາກຂໍ້ຕົກລົງນັ້ນ ແລະ ໄດ້ຖິ້ມໂທດໃສ່ຣັດເຊຍ ວ່າລະເມີດເອກະສານດັ່ງກ່າວ ເພື່ອຫາໂອກາດຖອນຕົວອອກໄປຈາກຂໍ້ຕົກລົງ.
INF ໄດ້ຮັບການລົງນາມໂດຍຜູ້ນຳຂອງ ສ ອາເມຣິກາ ແລະ ອະດີດ ສ ໂຊວຽດ ເມື່ອວັນທີ 8 ທັນວາ ປີ 1987 ແລະມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 1 ມິຖຸນາ ປີ 1988 ເປັນຕົ້ນມາ. INF ລະບຸວ່າ ສອງຝ່າຍໃຫ້ສັນຍາເຖິງການບໍ່ຜະລິດ ບໍ່ທົດລອງ ບໍ່ຜັນຂະຫຍາຍ ບັນດາລູກສອນໄຟນຳວິຖີ ແລະລູກສອນໄຟເຄື່ອນທີ່ເທິງໜ້າດິນ ຂະໜາດກາງ ແລະຂະໜາດໃກ້ (500-5.500ກມ).