ເປັນຫຍັງຄົນເຮົາຈຶ່ງບໍ່ຢາກເຊື່ອກຳ

341 19 ທ.ວ. 2018 ນານາສາລະ

    ຄົນ​ທົ່ວ​ໄປ​ບໍ່​ຢາກ​ເຊື່ອ​ເລື່ອງ​ກຳ ກໍ່​ຍ້ອນ​ວ່າ​ກຳ​ບາງ​ປະ­ເພດ​ໃຫ້​ຜົນ​ຊ້າ ເຖິງ​ແມ່ນ​ວ່າ​ກຳ​ຈະ​ໃຫ້​ຜົນ​ຊ້າ ຫຼື ໄວ​ກໍ່​ຕາມ ແຕ່​ກຳ​ກໍ່​ບໍ່​ເຄີຍ​ບ້ຽວ ເມື່ອ​ກຳ​ນັ້ນ​ເຖິງ​ເວ­ລາ​ຂອງ​ມັນ ເຊິ່ງ​ມັນ​ຕ່າງ​ກັນ ຖ້າ​ຈະ​ປຽບ​ໃສ່​ກັບ​ເຈົ້າ​ໜີ້ ແລະ ລູກ​ໜີ້ ດັ່ງ­ນັ້ນ ຄົນ​ເຮົາ​ຈຶ່ງ​ບໍ່​ຄວນ​ສ້າງ​ຈິດ​ສຳ­ນຶກ​ແບບ​ຜິດໆ ໃນ​ຄວາມ​ຄິດ​ພຽງ​ເພາະ​ຕົນ​ເອງ​ຍັງ​ບໍ່​ທັນ​ເຫັນ​ຜົນ​ຂອງ​ກຳ ກຳ​ດີ: ການ​ກະ­ທຳ​ດີ ເປັນ​ກຸ­ສົນ​ກໍ່​ສົ່ງ​ຜົນ​ໃຫ້​ມີ​ຄວາມ­ສຸກ ກົງ­ກັນ­ຂ້າມ​ກັບ​ກຳ​ຊົ່ວ​ກໍ່​ສົ່ງ​ຜົນ​ຄື​ຄວາມ­ທຸກ​ໃຫ້​ແກ່​ຜູ້​ສ້າງ​ກຳ​ນັ້ນ.

    ກຳ​ຄື​ການ​ກະ­ທຳ ເຊິ່ງ​ມີ 2 ປະ­ເພດ ຄື: ກຳ​ດີ ແລະ ກຳ​ຊົ່ວ ກຳ​ຍ່ອມ​ໃຫ້​ຜົນ​ເມື່ອ​ເຖິງ​ເວ­ລາ ບຸກ­ຄົນ​ໃດ​ສ້າງ​ກຳ​ອັນ​ໃດ​ໄວ້​ຍ່ອມ​ໄດ້​ຮັບ​ຜົນ​ຂອງ​ກຳ​ນັ້ນ​ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້ ເພາະ​ກົດ​ຂອງ​ກຳ​ຄົນ ເຮົາ​ບໍ່​ສາ­ມາດ​ໃຊ້​ເງິນ​ຊື້​ຈ້າງ​ຈອບ​ອອຍ​ເພື່ອ​ຫຼຸດ​ໂທດ​ໄດ້ ເປັນ​ຫຍັງ​ພຸດ​ທະ​ສາ­ສະ­ໜາ​ຈຶ່ງ​ພະ­ຍາ­ຍາມ​ສອນ​ຄົນ​ໃຫ້​ສ້າງ​ກຳ​ດີ ເພາະ­ວ່າ​ກຳ​ທີ່​ດີ​ສາ­ມາດ​ຊ່ວຍ​ສັງ­ຄົມ​ໃຫ້​ຈະ­ເລີນ​ໄດ້ ຄົນ​ທີ່​ສ້າງ​ກຳ​ດີ ແລະ ເປັນ​ຄົນ​ມີ​ສິນ ຖື​ລະ­ບຽບ​ກົດ­ໝາຍ ຍ່ອມ​ເຮັດ​ໃຫ້​ປະ­ເທດ​ຊາດ​ຈະ­ເລີນ ດັ່ງ­ນັ້ນ ໃນ​ໂລກ​ນີ້​ຈຶ່ງ​ບໍ່​ປາ­ກົດ​ມີ​ຊາດ​ໃດ​ທີ່​ພັດ­ທະ­ນາ​ຊາດ​ຂອງ​ຕົນ​ໃຫ້​ຈະ­ເລີນ​ໄດ້​ດ້ວຍ​ຄົນ​ຊົ່ວ ຫຼື ຄົນ​ທີ່​ບໍ່​ເຄົາ­ລົບ​ລະ­ບຽບ​ກົດ­ໝາຍ.

    ຄົນ​ລາວ​ບູ­ຮານ​ເພິ່ນ​ສະ­ຫຼາດ​ສອນ​ໂດຍ​ໃຫ້​ຊ່າງ​ແຕ້ມ​ຮູບ​ໃສ່​ສາ­ລາ ຫຼື ຝາ​ສິມ​ເລື່ອງ​ນາ­ຮົກ ສະ­ຫວັນ ຫຼື ບາບ ບຸນ ຄຸນ ໂທດ ໂດຍ​ມີ​ຈຸດ­ປະ­ສົງ​ເພື່ອ​ສ້າງ​ຈິດ​ສຳ­ນຶກ​ໃຫ້​ຄົນ​ໄດ້​ເຂົ້າ­ໃຈ​ກົດ​ແຫ່ງ​ກຳ​ນັ້ນ​ເອງ ຍົກ​ຕົວ­ຢ່າງ: ຄົນ​ບູ­ຮານ​ແຕ້ມ​ຮູບ​ພະ​ເຫວດ​ສັນ​ດອນ ແລະ ອີ່​ຕາ​ພາມ ໃສ່​ສາ­ລາ​ໃນ​ວັດ ເພື່ອ​ຢາກ​ຍົກ​ຕົວ­ຢ່າງ​ໃຫ້​ເຫັນ​ວ່າ ພະ​ເຫວດ​ສັນ​ດອນ​ຕອນ​ຈົບ​ເພິ່ນ​ບັນ­ລຸ​ເປົ້າ​ໝາຍ​ຕາມ​ແຜນ­ທີ່​ວາງ​ໄວ້ ຄື: ໄດ້​ກັບ​ຄືນ​ມາ​ເປັນ​ຜູ້​ປົກ­ຄອງ​ເມືອງ ແຕ່​ອີ່​ຕາ​ພາມ​ສຸດ​ທ້າຍ​ກໍ່​ຕາຍ​ທ້ອງ​ແຕກ​ຍ້ອນ​ກິນ​ຫຼາຍ​ໂພດ.

    ສັງ​ລວມ​ໃຫ້​ສັ້ນ ເຫດ­ຜົນ​ທີ່​ຄົນ​ເຮົາ​ບໍ່​ຢາກ​ເຊື່ອ​ເລື່ອງ​ກຳ ຫຼື ຜົນ​ຂອງ​ກຳ ມີ​ເຫດ­ຜົນ​ສອງ ສາມ​ປະ­ການ ເຊັ່ນ: ສາ­ເຫດ​ໜຶ່ງ​ເຊື່ອ​ຜົນ​ຂອງ​ກຳ ແຕ່​ຖືກ​ຄວາມ​ໂລບ​ຢາກ​ໄດ້​ຄອບ​ງຳ ຕົກ​ໃນ​ກໍ­ລະ­ນີ​ເຫັນ​ເງິນ​ໜ້າ​ດຳ ເຫັນ​ຄຳ​ໜ້າ​ເສົ້າ ສອງ ມີ​ຄວາມ​ລຳ­ອຽງ ເຂົ້າ​ຂ້າງ​ຕົນ​ເອງ ເປັນ​ຄົນ​ມຸ່ງ​ແຕ່​ຜົນ​ປະ­ໂຫຍດ​ຕົນ​ເອງ​ຝ່າຍ​ດຽວ ຈຶ່ງ​ຕັດ­ສິນ​ໃຈ​ປະ­ກອບ​ກຳ​ຊົ່ວ ສາມ ຜູ້­ກ່ຽວ​ຍັງ​ບໍ່​ເຫັນ​ຜົນ​ຂອງ​ການ​ສະ­ໜອງ​ກຳ​ແບບ​ທັນ­ຕາ ທັນ­ໃຈ ຈຶ່ງ​ບໍ່​ເຊື່ອ ແຕ່​ຢ່າ​ລືມ​ວ່າ­ການ​ເວ​ລາ­ມັນ​ແມ່ນ​ໂຕ​ຕັດ­ສິນ​ທີ່​ທ່ຽງ​ທຳ​ທີ່​ສຸດ ເຊັ່ນ: ການ​ປູກ​ຕົ້ນ­ໄມ້​ກ່ອນ​ຈະ​ໄດ້​ກິນ​ຜົນ​ເປັນ​ທິດ ຫຼື ເປັນ​ເດືອນ ປີ ດັ່ງ­ນັ້ນ ການ​ໃຫ້​ຜົນ​ຂອງ​ກຳ​ກໍ່​ເຊັ່ນ​ດຽວ​ກັນ ຄົນ​ດີ​ຍ່ອມ​ຢຶດ​ໝັ້ນ​ໃນ​ກຳ​ດີ ຈຶ່ງ​ສ້າງ​ຊາດ​ໃຫ້​ຈະ­ເລີນ​ໄດ້ ກົງ­ກັນ­ຂ້າມ​ກັບ​ຄົນ​ບໍ່​ດີ ມີ​ແຕ່​ຄິດ​ຫາ​ຜົນ​ປະ­ໂຫຍດ ເຮັດ​ໃຫ້​ສັງ­ຄົມ​ເສຍ​ຫຼາຍ​ກວ່າ​ໄດ້.

ດັ້ນ​ກີບ​ເມກ

ຂ່າວທີ່ກ່ຽວຂ້ອງ