ວັນຈັນ ທີ 16 ທັນວາ 2019 02:15:07
ຄືດັ່ງຮູ້ກັນດີແລ້ວວ່າ: ການສ້າງສາພັດທະນາປະເທດຊາດ ໃນໄລຍະປັດຈຸບັນ ພວມຢູ່ໃນໄລຍະຂຸ້ນຂ້ຽວ ເພື່ອກຽມເຂົ້າປ້າຍຫຼັກໄຊພ້ອມໆກັນໃນຫຼາຍຂົງເຂດເສດຖະກິດ-ສັງຄົມ ເພື່ອເຮັດໃຫ້ປີ 2020 ເປັນປີສີລິມຸງຄຸນ ຄື: ສາມາດລົບລ້າງສະພາບດ້ອຍພັດທະນາໄດ້ໃນຂັ້ນພື້ນຖານ ແຕ່ເຖິງວ່າມີຜູ້ວ່າຊິໄດ້ບໍ່ ຫຼື ບໍ່ໄດ້ນັ້ນ ກໍ່ບໍ່ທັນວ່າ ຕ້ອງເລັ່ງເຂົ້າປ້າຍໃຫ້ໄດ້ຈຶ່ງຈະຮູ້ໝາກຜົນ ບໍ່ຄວນເຮັດໃຫ້ມີສະພາບໃສ່ເກຍຖອຍຫຼັງ ແຕ່ກໍ່ບໍ່ຄວນຖີ້ມໃສ່ ຍ້ອນເຫດຜົນໄພພິບັດອຸບັດຕິເຫດຕ່າງໆນາໆ ເພາະເນື້ອແທ້ກໍ່ແມ່ນຈາກເງື້ອມມືມະນຸດທີ່ມັກງ່າຍນັ້ນເອງ.
ຄຽງຄູ່ກັບສິ່ງດັ່ງກ່າວ ປາກົດວ່າກໍ່ຍັງມີສິ່ງນ້ອຍໆທີ່ເກີດເກາະຕ່ອງຫ້ອຍຢູ່ໃນສັງຄົມ ແລະ ອາດຈະກາຍເປັນບັນຫາປົກກະຕິແບບ “ນົກລຶ້ງຜຽກ” ເສີຍໃຜເສີຍມັນ ປ່ອຍໃຫ້ວັນເວລາກາຍໄປເອງ ພາໃຫ້ມີສຽງຈົ່ມວ່າຕາມສື່ອອນລາຍຈຶ່ງແກ້ໄຂ ເພາະສິ່ງດັ່ງກ່າວເຖິງເປັນເລື່ອງນ້ອຍ ຖ້າສະສົມກໍ່ໃຫຍ່ ແຕ່ກໍ່ຍັງແມ່ນສີສັນຂອງສັງຄົມ ແມ່ນໜ້າທີ່ຂອງທຸກຄົນ ແລະ ບາງຢ່າງກໍ່ເປັນໜ້າທີ່ການຈັດຕັ້ງກ່ຽວຂ້ອງອີກ ເປັນຕົ້ນ:
1. ທາງໃນເທສະບານເພນ້ອຍປ່ອຍໃຫ້ເພຫຼາຍ 5-6 ເດືອນຈຶ່ງແປງ ຄວນເນັ້ນແຕ່ຫົວທີໂລດ;
2. ໄຟແດງຕາຍດົນນານປ່ອຍໃຫ້ຄວາມສັບສົນອົນລະມ່ານ ໃນການຈະລາຈອນບ່ອນນັ້ນ;
3. ການແຕ້ມເສັ້ນແບ່ງໃຈກາງທາງຈະລາຈອນ ປ້າຍຈະລາຈອນ ແລະ ອື່ນໆກ່ຽວກັບການຈະລາຈອນຍັງບໍ່ທັນຫຼາຍ ແລະ ພຽງພໍ;
4. ການຫຼີ້ນເຕະບານມິດຕະພາບ ຫຼື ແຂ່ງຂັນຈິງ ຕີບຸນມິດຕະພາບກໍ່ຕາມ ມັກຈະສະຫຼຸບກັນດ້ວຍການດື່ມເຫຼົ້າ ເບຍ ຂ້າງສະໜາມ ສັບເພເຮໂລ... ບາງກໍ່ເສື້ອກີລາບໍ່ທັນແກ້ ເຫັນເບີ ເຫັນຊື່ທິມ ຫຼັ່ງເຂົ້າຮ້ານເຫຼົ້າຮ້ານເບຍຍືດໆ... ເຮັດແບບນີ້ການພັດທະນາກິລາຊິລອດບໍ? ເປັນການປູກຈິດສຳນຶກທີ່ບໍ່ເໝາະໃຫ້ຄົນລຸ້ນໃໝ່ຕາມາ.
5. ກາງຄືນຍັງມີການເປີດເພງເສບເພງ (ຕ່າງປະເທດ ແຕ່ຜັດບອກວ່າເພງອາຊຽນ) ໃນຄຸ້ມໃນບ້ານລົບກວນໝູ່ຫຼັບນອນຄືບໍ່ມີລະບຽບ ຫຼື ລະດັບການສຶກສາ ເພາະທຸກຄົນບໍ່ແມ່ນຈະຟັງແລ້ວມ່ວນນຳ ສຳຄັນວັນໜ້າຍັງມີວຽກງານເຮັດ ຖ້າໄດ້ພັກຜ່ອນນອນຫຼັບກໍ່ມີແຮງສະບາຍ... ຖ້າວ່າມີການກິນດອງເຊັ່ນກັນ ຫຼື ເສບງັນສ່ວນບຸກຄົນກໍ່ບໍ່ຄວນກາຍສິບໂມງ ແລະ ບໍ່ໃຫ້ສຽງດັງໄກ.
6. ການຖິ້ມຂີ້ເຫຍື້ອ ການເຮັດອະນາໄມອ້ອມ ແອ້ມສະຖານທີ່ພັກເຊົາ ເຮືອນຊານ ລານແປ້ນ (ສະເພາະຕົວເມືອງ) ຄວນເຮັດຈິງຈັງຄັກແນ່.
7. ການໃຊ້ລົດໃຊ້ຖະໜົນຕ້ອງມີສະຕິ ປະຕິບັດຕາມກົດລະບຽບຈະລາຈອນເພື່ອຄວາມປອດໄພ ໂດຍສະເພາະ ທາງຮ່ອມຄັບແຄບບໍ່ຄວນຂັບໄວ ເພາະບໍ່ແມ່ນທາງຫຼວງແຫ່ງຊາດ ເຖິງວ່າຈະປູຄອນກີດກໍ່ຕາມ ກໍ່ຕ້ອງປະຕິບັດເພາະມັນແຄບ ເມື່ອຂະໂມະກັນເອົາຍາກ
8. ສ່ວນຜູ້ຮັບຜິດຊອບມ້ຽນຂີ້ເຫຍື້ອ ລົດມ້ຽນຂີ້ເຫຍື້ອຕ້ອງປະຕິບັດຕາມຕາຕະລາງການນັດເວລາມື້ວັນໄປເອົາ ເພາະເວລາເອົາອອກປະໄວ້ແຄມທາງໜ້າບ້ານ ຄົນກໍ່ຄົ້ນຫາຂອງ ແລະ ບໍ່ມ້ຽນ ໝາກໍ່ຄົ້ນຊອກກິນ ເຮັດໃຫ້ແຕກຊະເປິະເປື້ອນ.
ສິ່ງບໍ່ງາມຕາພາໃຫ້ບໍ່ງາມໃຈຍັງມີຫຼາຍ ໂດຍສະເພາະ ສິ່ງທີ່ພາໃຫ້ເກີດປາກົດການຫຍໍ້ທໍ້ນັ້ນ ຖ້າທຸກຄົນມີຈິດໃຈໄຂຄວາມຮັບຜິດຊອບຕໍ່ສັງຄົມໃຫ້ກວ້າງ ກໍ່ຄືການຈັດຕັ້ງເຄັ່ງໂສ້ເຂົ້າຕື່ມບໍ່ໃຫ້ຍານ ເຊື່ອແນ່ວ່ານະຄອນພວກເຮົາຈະມີສີສັນສວຍງາມເພິ່ມຂຶ້ນ.
ໂດຍ: ຊຽງເອງ