ວັນສຸກ ທີ 22 ກຸມພາ 2019 13:09:49
ນາງ ໄລລາ ຄລາກ (Leilah Clarke) ບັນດິດສາວຊາວອັງກິດ ທີ່ຊ່ຽວຊານດ້ານການອອກແບບ ໄດ້ສ້າງແບບຈຳລອງເທື່ອທຳອິດເປັນຟາມຟູນ້ຳ ຫຼື “Floating Farm” ເພື່ອທົດສອບ ໂດຍເຂົາຫວັງວ່າຈະຊ່ວຍໃຫ້ຄົນເຮົາປູກຢູ່ໄດ້ເໜືອນ້ຳທະເລ ຊຶ່ງຈະປະຕິວັດວິທີເຮັດການກະສິກຳແບບດັ່ງເດີມທີ່ເຮັດກັນມາແຕ່ບູຮານ.
ໃນຟາມຟູຢູ່ເທິງນ້ຳທະເລແບບຈຳລອງນີ້ ມີເຄື່ອງພົ່ນອາຍນ້ຳ ເປັນຕົວຊ່ວຍສີດນ້ຳຈືດຢູ່ພາຍໃນໂຄງສ້າງຮູບໂດມ.
ນາງ ຄລາກ ກ່າວວ່າ ແນວຄິດພື້ນຖານຄືຟາມຈະຟູຢູ່ເທິງນ້ຳທະເລ ນ້ຳຈະໄຫຼຜ່ານຂຶ້ນມາດ້ານເທິງພາຍໃນພື້ນທີ່ປູກພືດ ຫຼັງຈາກນັ້ນ ຈະເກີດປະຕິກິລິຍາການຄວບແໜ້ນຂຶ້ນພາຍໃນໂດມ ຈະເກີດຢົດນ້ຳທີ່ກັ່ນເປັນນ້ຳຈືດບໍລິສຸດ ຊຶ່ງຊ່ວຍໃຫ້ຜັກຈະເລີນເຕີບໂຕ.
ຂະບວນການກັ່ນນ້ຳເຄັມໃຫ້ເປັນນ້ຳຈືດຕາມທຳມະຊາດນີ້ ເຮັດໃຫ້ບໍ່ຕ້ອງໃຊ້ເຄື່ອງປັ່ນນ້ຳ ຫຼື ລະບົບຕອງນ້ຳລາຄາແພງ ແລະ ຫາກອາກາດຮ້ອນຂຶ້ນ ປະລິມານນ້ຳຈືດທີ່ກັ່ນໄດ້ ກໍຈະເພີ່ມຂຶ້ນຕາມໄປດ້ວຍ ແລະ ຍິ່ງອາກາດຮ້ອນຫຼາຍຂຶ້ນເທົ່າໃດ ລະບົບກໍຍິ່ງມີປະສິດທິພາບຫຼາຍຂຶ້ນເທົ່ານັ້ນ.
ນາງ ຄລາກ ກ່າວວ່າ ຟາມລອຍນ້ຳນີ້ ໃຊ້ຫຼັກການທາງວັດຖຸໃນການຜະລິດນ້ຳຈືດຕາມຂະບວນການຕາມທຳມະຊາດ ເມື່ອນ້ຳຮ້ອນຂຶ້ນ ກໍຈະກາຍເປັນອາຍລະເຫີຍ ແລະ ເມື່ອເຢັນຕົວລົງ ອາຍນ້ຳກໍຈະຈັບຕົວເປັນຢົດນ້ຳ.
ນາງ ຄລາກ ເຊື່ອວ່າແນວຄິດນີ້ຈະກາຍເປັນສິ່ງທີ່ຈຳເປັນຫຼາຍຂຶ້ນໃນອະນາຄົດອັນໃກ້ ໃນຂະນະທີ່ບັນດານັກວິທະຍາສາດໄດ້ພະຍາກອນວ່າ ລະດັບນ້ຳທະເລຈະສູງຂຶ້ນ ແລະ ອຸນຫະພູມທົ່ວໂລກທີ່ສູງຂຶ້ນຈະເຮັດໃຫ້ທີ່ດິນທາງການກະສິກຳ ໄດ້ຜົນຜະລິດໜ້ອຍລົງ ແລະ ຍິ່ງປະຊາກອນໂລກ ເພີ່ມຈຳນວນຂຶ້ນ ຄວາມຈຳເປັນໃນການຜະລິດອາຫານໃຫ້ພຽງພໍ ກໍຍິ່ງເພີ່ມຂຶ້ນ.
ນາງ ຄລາກ ເຮັດການທົດລອງປູກພືດໄລຍະສອງເດືອນ ໂດຍໃຊ້ວິທີການຕ່າງໆຫຼາຍຢ່າງ ເພື່ອທົດສອບການກັ່ນນ້ຳທະເລໃຫ້ເປັນນ້ຳຈືດ ແລະ ອັດຕາການເຕີບໂຕຂອງພືດທັງໃນນ້ຳທະເລທີ່ນິ້ງ ແລະ ນ້ຳທະເລທີ່ມີຄື້ນແຮງ.
ເຂົາກ່າວວ່າ ເພື່ອສ້າງຄື່ນທະເລຈຳລອງຕົນເອງໃຊ້ຕູ້ປາຂະໜາດໃຫຍ່ວາງເທິງຕັ່ງອີ້ໂຍກ ແລ້ວວາງຟາມລອຍນ້ຳທະເລແບບຈຳລອງລອຍໃນຕູ້ປາດັ່ງກ່າວ ຊຶ່ງເປັນທາງອອກທີ່ດີຫຼາຍ ເພາະເຂົາສາມາດບັນທຶກຂໍ້ມູນໄດ້ຢ່າງສະໝ່ຳສະເໝີ.
ນາງ ຄລາກ ປູກທັງຜັກໃບຂຽວ ເຊັ່ນ ຜັກກາດຂົມ ເທິງຟາມຟູນ້ຳທະເລ ຈຳລອງນີ້ ແລະ ເຂົາຄາດວ່າຜັກອື່ນກໍໜ້າຈະປູກໄດ້ດີດ້ວຍ.
ເຂົາຫວັງວ່າໃນທີ່ສຸດ ຈະໄດ້ຮັບເງິນທຶນສະໜັບສະໜູນທາງການຄ້າ ເພື່ອຂະຫຍາຍໂຄງການນີ້ໃຫ້ໃຫຍ່ຂຶ້ນກວ່າເດີມ.