ວັນສຸກ ທີ 22 ກຸມພາ 2019 13:48:58
ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນ ປະຈຳປີ 2018 ແລະ ທິດທາງ ປະຈຳປີ 2019 ໄດ້ສຳເລັດວັນທີ 15 ມັງກອນ 2019 ທີ່ດຳເນີນມາເປັນເວລາ 2 ວັນ ໂດຍເປັນປະທານຂອງທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ.
ທ່ານ ພູທະນູເພັດ ໄຊສົມບັດ ໄດ້ກ່າວວ່າ: ປັດໄຈເຮັດໃຫ້ການເກັບລາຍຮັບປີ 2018 ໄດ້ລື່ນແຜນການຍ້ອນການຊີ້ນຳ-ນຳພາຂອງຄະນະພັກ ຄະນະນຳກະຊວງການເງິນທີ່ໄດ້ເອົາໃຈໃສ່ ໃນການຕິດຕາມກວດກາຄຸ້ມຄອງລາຍຮັບເຂົ້າສູ່ລະບົບງົບປະມານ ທີ່ສຳຄັນການປັບປຸງກົນໄກຈັດເກັບໂດຍໄດ້ຫັນວຽກງານ ການຈັດເກັບອາກອນດ້ວຍແບບແຜນໃໝ່ ແຈ້ງການມອບຜ່ານລະບົບທະນາຄານ ໂດຍໄດ້ຫັນການແຈ້ງການມອບໄປສູ່ທັນສະໄໝ ໂດຍນຳໃຊ້ເຄື່ອງອີເລັກໂຕຣນິກ ແລະ ໄດ້ເປີດນຳໃຊ້ເວບໄຊໃນການແຈ້ງອາກອນທັນສະໄໝ ໂດຍນຳໃຊ້ຢູ່ໃນ 5 ແຂວງເປົ້າໝາຍ 5 ເມືອງ ແລະ 3 ນະຄອນ ນອກນັ້ນ ໄດ້ນຳໃຊ້ເຄື່ອງທັນສະໄໝທີ່ມີໃນປັດຈຸບັນຜັນຂະຫຍາຍໄປ 13 ແຂວງໃນຂອບເຂດທົ່ວປະເທດ ເຊິ່ງເຮັດໃຫ້ຫົວໜ່ວຍທຸລະກິດຜູ້ເສຍອາກອນ ຕ້ອງໄດ້ນຳເຂົ້າຖານຂໍ້ມູນ ແລະ ແຈ້ງມອບຜ່ານລະບົບທະນາຄານຫຼາຍຂຶ້ນ.
ໃນທ້າຍປີ 2017 ຂະແໜງສ່ວຍສາອາກອນໄດ້ສະເໜີແຜນປະຕິຮູບໃນ 3 ປີ 2018-2020 ເຊິ່ງເປັນແຜນປະຕິຮູບທາງດ້ານໂຄງສ້າງ ໃນນັ້ນ ມີ 2 ໜ້າທີ່ຍຸດທະສາດສຳຄັນຄື: ຕ້ອງປັບປຸງບັນດາກົດໝາຍ ນິຕິກຳລຸ່ມກົດໝາຍ ພ້ອມທັງບັງຄັບໃຊ້ກົດໝາຍດັ່ງກ່າວນັ້ນ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ຕ້ອງປະຕິຮູບກົນໄກ ແລະ ແບບແຜນວິທີເຮັດວຽກ ລວມທັງກົນໄກຫັນເປັນທັນສະໄໝ ເຊິ່ງໄດ້ວາງອອກໃນ 4 ແຜນງານ 11 ໂຄງການທີ່ຈະໄດ້ພັດທະນາປີ 2019 ເປັນປີທີ 2 ຂອງການປະຕິຮູບ ເຊິ່ງຂະແໜງດັ່ງກ່າວໄດ້ປະຕິຮູບສຳເລັດໄດ້ໂດຍພື້ນຖານເຊັ່ນ: ສຳເລັດການປັບປຸງກົດໝາຍອາກອນມູນຄ່າເພີ່ມ ລວມທັງບັນດານິຕິກຳລຸ່ມກົດໝາຍ ປີ 2019 ໄດ້ສ້າງກົດໝາຍສ່ວຍສາອາກອນສະບັບປັບປຸງ.
ການປະຕິຮູບການປັບປຸງກົນໄກ ປີ 2019 ຕ້ອງສືບຕໍ່ຊຸກຍູ້ຜັນຂະຫຍາຍໂຄງການດັ່ງກ່າວ ເຂົ້າສູ່ຮາກຖານຕົວຈິງ ຕ້ອງເພີ່ມປະສິດທິພາບການແຈ້ງມອບລາຍຮັບຜ່ານທະນາຄານດ້ວຍຕົນເອງ ຂອງຜູ້ເສຍອາກອນໃຫ້ເພີ່ມຂຶ້ນຈາກປີ 2018 ເພີ່ມຂຶ້ນ 1 ເທົ່າຕົວ ແລະ ຕ້ອງຫັນລະບອບອາກອນມອບເໝົາໃນ ຈຳນວນ 50.000 ຫົວໜ່ວຍ ໃນລະບອບມອບເໝົາ 10% ຕ້ອງເຂົ້າມາສູ່ລະບົບຖືບັນຊີເຂົ້າສູ່ອາກອນມູນຄ່າເພີ່ມແບບຄົບຊຸດ ປີ 2019 ເພື່ອເລັ່ງໃຫ້ຈັດເກັບລາຍຮັບ ໃຫ້ສາມາດບັນລຸເປົ້າໝາຍທີ່ສະພາແຫ່ງຊາດຮັບຮອງ 12.320 ຕື້ກີບ.
ໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໃຫ້ພະນັກງານຂະແໜງສ່ວຍສາອາກອນ ປີ 2019 ຕ້ອງໄດ້ພ້ອມກັນອຸທິດກຳລັງກາຍ ແລະ ຈິດໃຈ ພ້ອມທັງສະຕິປັນຍາສຸມໃສ່ຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ສຸມໃສ່ບັນດາໜ້າວຽກຕ່າງໆ ເປັນຕົ້ນ ປັບປຸງແບບແຜນ ແລະ ຄຸນະພາບຂອງພະນັກງານ ເຊິ່ງພະນັກງານເປັນສິ່ງທີ່ຕັດສິນການຫັນທັນສະໄໝເຂົ້າສູ່ວຽກງານຕົວຈິງ ປັດຈຸບັນມີພະນັກງານໃນຂົງເຂດສ່ວຍສາອາກອນທັງໝົດ 2.500 ກວ່າຄົນ ໃນນັ້ນ ແມ່ນນອນຢູ່ໃນສ່ວຍສາອາກອນປະຈຳເມືອງ ແລະ ນະຄອນ ສາມາດເກັບລາຍຮັບອາກອນກວມພຽງ 10-15% ຂອງລາຍຮັບອາກອນທົ່ວປະເທດ ຕ້ອງເພີ່ມປະສິດທິພາບໃນກົນໄກການກວດກາ ຫຼັງແຈ້ງຂອງຫົວໜ່ວຍທຸລະກິດດັ່ງກ່າວ ໃຫ້ມີປະສິດທິພາບໃຫ້ຮູ້ແຕ່ລະຂະແໜງການ ບໍລິສັດມີຕ່ອງໂສ້ງໃນການດຳເນີນທຸລະກິດ ແລະ ແຕ່ລະຂັ້ນຕອນ ການດຳເນີນທຸລະກິດທີ່ຕິດພັນກັບວຽກງານສ່ວຍສາອາກອນ ລວມທັງການປະສານສົມທົບກັບຂະແໜງທີ່ກ່ຽວຂ້ອງ ໂດຍສະເພາະ ການນຳສິນຄ້າເຂົ້າຈາກດ່ານຕ້ອງໄດ້ຕິດຕາມກວດກາສາງ ໂດຍສະເພາະ ບັນດາບໍລິສັດນຳເຂົ້າສົ່ງອອກ ເປັນຕົ້ນ ບໍລິສັດທີ່ນຳເຂົ້ານ້ຳມັນເຊື້ອໄຟ ເຄື່ອງໄຟຟ້າ ລວມທັງພາຫະນະ ໂດຍປະສານສົມທົບກັບຂະແໜງພາສີ ພ້ອມທັງເນັ້ນການປະຕິຮູບຫັນເປັນທັນສະໄໝ ສະນັ້ນ ຈຶ່ງໄດ້ຂຽນແຜນພັດທະນາຄືປັບປຸງກົນໄກ ປັບປຸງພະນັກງານ ແລະ ປັບປຸງທາງດ້ານເຕັກນິກວິທະຍາສາດໄປພ້ອມໆກັນ ເພື່ອໃຫ້ປີ 2020 ສາມາດປະຕິຮູບວຽກງານອາກອນ ໃຫ້ເຂົ້າໄປສູ່ບາດກ້າວໃໝ່ໃຫ້ເຂົ້າສູ່ລະດັບພາກພື້ນ ແລະ ສາກົນ.