ວັນສຸກ ທີ 22 ກຸມພາ 2019 13:06:29
ພິທີມອບ-ຮັບເຄື່ອງກີລາ 41 ຊຸດ ໃຫ້ທີມອະດີດຄູ-ອາຈານໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ຈັດຂຶ້ນວັນທີ 30 ມັງກອນ 2019 ຢູ່ສະໜາມກີລາເຈົ້າອານຸວົງ ເຊິ່ງມອບໂດຍທ່ານ ສຸກສາຄອນ ໃສທິລາດ ປະທານກຸ່ມບໍລິສັດໃສທິລາດ ອະດີດນັກຮຽນ ມສ ວຽງຈັນ ແລະ ຮັບໂດຍທ່ານ ສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ມີທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພາຍຫຼັງການມອບເຄື່ອງດັ່ງກ່າວ ກໍໄດ້ມີການແຂ່ງຂັນກີລາເຕະບານມິດຕະພາບ ລະຫວ່າງທີມອະດີດຄູ-ອາຈານ ແລະ ນັກຮຽນໂຮງຮຽນ ມສ ວຽງຈັນ ເພື່ອສ້າງຂະບວນການຊົມເຊີຍວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ຕ້ອນຮັບວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 63 ປີ ທີ່ຈະມາເຖິງໃນໄວໆນີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ຜ່ານການແຂ່ງຂັນແມ່ນທີມອະດີດນັກຮຽນ ຊະນະທີມອະດີດຄູອາຈານ ມສ ວຽງຈັນ 4-0 ປະຕູ.