ວັນສຸກ ທີ 22 ກຸມພາ 2019 13:10:05
ແຫຼ່ງຂ່າວ Sputniknews ອ້າງຕາມຖະແຫຼງການ ຈາກກະຊວງການຕ່າງປະເທດຣັດເຊຍ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ສ ອາເມຣິກາ ໄດ້ແຈ້ງໃຫ້ທາງການຣັດເຊຍຮູ້ຢ່າງເປັນທາງການ ເມື່ອວັນທີ 2 ກຸມພານີ້ ກ່ຽວກັບການງົດປະຕິບັດພັນທະຕ່າງໆ ຕາມສົນທິສັນຍາບັນດາກອງກຳລັງນີວເຄລຍຂະໜາດກາງ (INF) ແບບສອງຝ່າຍ ທີ່ໄດ້ມີມາຕັ້ງແຕ່ປີ 1987 ແລະ ເລີ່ມການປະກອບເອກະສານ ກ່ຽວກັບການຖອນອອກຈາກສົນທິສັນຍານີ້.
ກະຊວງການຕ່າງປະເທດຣັດເຊຍ ເນັ້ນໜັກວ່າ ຣັດເຊຍຈະນຳເອົາທຸກໆມາດຕະການທີ່ຈຳເປັນອອກມາ ເພື່ອປ້ອງກັນຄວາມສະຫງົບຂອງຣັດເຊຍ ກໍຄືມີສິດໃນການນຳເອົາການດຳເນີນການ “ມີມາກໍມີໄປ” ໃນການຜັນຂະຫຍາຍລູກສອນໄຟຂະໜາດໃກ້ ແລະ ຂະໜາດກາງຢູ່ເທິງໜ້າດິນ.
ຖະແຫຼງການຂອງກະຊວງການຕ່າງປະເທດຣັດເຊຍ ໃຫ້ຮູ້ວ່າ ຣັດເຊຍໄດ້ມີມາດຕະການທີ່ໂປ່ງໃສຢ່າງບໍ່ເຄີຍມີມາກ່ອນ ຊຶ່ງພົວພັນເຖິງສົນທິສັນຍາ INF ແຕ່ວ່າທຸກໆຄວາມພະຍາຍາມ ຕ່າງກໍຖືກເມີນເສຍ ແລະກັດກັ້ນຈາກຝ່າຍ ສ ອາເມຣິກາ. ເຖິງຢ່າງໃດກໍຕາມ ກະຊວງການຕ່າງປະເທດ ຣັດເຊຍ ໄດ້ຊີ້ແຈງວ່າ ຣັດເຊຍ ຍັງມີທີ່ຫວ່າງສຳລັບການເຈລະຈາກ່ຽວກັບສົນທິສັນຍາດັ່ງກ່າວ ໂດຍອີງໃສ່ຄວາມນັບຖືຊຶ່ງກັນແລະ ກັນ.
ກ່ອນໜ້ານັ້ນ ປະທານາທິບໍດີ ສ ອາເມຣິກາ ໂດນາລ ທຣຳ ແລະລັດຖະມົນຕີການຕ່າງປະເທດ ສ ອາເມຣິກາ ໄມ ພອມເປໂອ ຖະແຫຼງເມື່ອວັນທີ 1 ກຸມພານີ້ວ່າ ນັບແຕ່ວັນທີ 2 ກຸມພານີ້ເປັນຕົ້ນໄປ ສ ອາເມຣິກາ ງົດບັນດາຄຳສັນຍາຂອງຕົນເປັນການຊົ່ວຄາວ ສຳລັບໃນຂອບຂອງ INF ແລະຫຼັງຈາກນັ້ນ 6 ເດືອນກໍຈະຖອນອອກຈາກສົນທິສັນຍານີ້ ຖ້າຫາກວ່າຣັດເຊຍບໍ່ມີປະຕິກິລິຍາໃດໆ ເພື່ອກັບຄືນສູ່ການປະຕິບັດສົນທິສັນຍານັ້ນ.
ທາງດ້ານປະທານາທິບໍດີຣັດເຊຍ ວາລາດີເມຍ ປູຕິນ ກ່າວຢູ່ໃນການປະຊຸມກັບລັດຖະມົນຕີການຕ່າງປະເທດ ແລະລັດຖະມົນຕີປ້ອງກັນປະເທດຣັດເຊຍ ແຈ້ງໃຫ້ຮູ້ເມື່ອວັນທີ 2 ກຸມພານີ້ວ່າ ຣັດເຊຍ ຕົກລົງງົດປະຕິບັດ INF ເພື່ອຕອບໂຕ້ຕໍ່ການຕົກລົງໃນທຳນອງດຽວກັນນີ້ ຈາກຝ່າຍ ສ ອາເມຣິກາ. ປະທານາທິບໍດີ ປູຕິນ ໃຫ້ຮູ້ວ່າ ຣັດເຊຍຈະລົງມືຜະລິດລູກສອນໄຟໃໝ່ ໃນນັ້ນມີລູກສອນໄຟໄປໄດ້ໄວກວ່າສຽງ ພ້ອມກັນນັ້ນກໍຊີ້ນຳຕໍ່ລັດຖະມົນຕີປ້ອງກັນປະເທດ ແລະລັດຖະມົນຕີການຕ່າງປະເທດຣັດເຊຍ ວ່າບໍ່ໃຫ້ດຳເນີນການເຈລະຈາກັບ ສ ອາເມຣິກາ ກ່ຽວກັບການຫຼຸດຜ່ອນອາວຸດ.
ການນຳຂອງ ສ ອາເມຣິກາ ແລະ ການນຳຂອງອະດີດ ສ ໂຊວຽດ ໄດ້ຮ່ວມກັນລົງນາມ INF ເມື່ອວັນທີ 8 ທັນວາ ປີ 1987 ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 1 ມິຖຸນາ ປີ 1988 ເປັນຕົ້ນມາ. INF ລະບຸວ່າ ສອງຝ່າຍໃຫ້ສັນຍາບໍ່ຜະລິດ ບໍ່ທົດລອງ ບໍ່ຜັນຂະຫຍາຍ ບັນດາລູກສອນໄຟນຳວິຖີ ແລະ ລູກສອນໄຟເຄື່ອນທີ່ເທິງໜ້າດິນ ໃນຂະໜາດກາງ ແລະຂະໜາດໃກ້ (ແຕ່ 500-5.500ກມ).
ເມື່ອເດືອນຕຸລາ ປີ 2018 ປະທານາທິບໍດີ ທຣຳ ກ່າວຫາຣັດເຊຍ ວ່າລະເມີດສົນທິສັນຍາ INF ເມື່ອຜະລິດລູກສອນໄຟ Novator 9M729. ມາໃນເດືອນທັນວາ ປີ 2018 ສ ອາເມຣິກາ ປະກາດຈະຖອນອອກຈາກສັນທິສັນຍານີ້ ຖ້າຫາກວ່າຣັດເຊຍບໍ່ກັບມາປະຕິບັດຂໍ້ຕົກລົງດັ່ງກ່າວ ພາຍໃນຮອບເວລາ 60 ວັນ ໝາຍຄວາມວ່າມີເສັ້ນຕາຍໃນວັນທີ 2 ກຸມພານີ້. ເຖິງຢ່າງໃດກໍຕາມ ຣັດເຊຍກໍບໍ່ກຳຈັດ Novator 9M729 ຢ່າງເດັດຂາດ ພ້ອມທັງຢືນຢັນວ່າ ລູກສອນໄຟນີ້ ບໍ່ລະເມີດ INF.