ວັນສຸກ ທີ 22 ກຸມພາ 2019 13:51:31
ສະຫະພັນກີລາພື້ນເມືອງ-ກີລາສັດແຫ່ງຊາດລາວ ຮ່ວມກັບກົມກີລາມວນຊົນ ກະຊວງສຶກສາທິການ ແລະ ກີລາ ຈັດເຝິກອົບຮົມກຳມະການຕັດສິນກີລາພື້ນເມືອງ-ກີລາສັດ (ກີລາໄກ່ຕີໄກ່) ປະຈຳປີ 2019 ຂຶ້ນວັນທີ 1 ກຸມພາ 2019 ຢູ່ສະໂມສອນໄກ່ຕີໄກ່ມັງກອນທອງ ບ້ານສົມສະໜຸກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສຸລິຍາ ວົງສະໜໍລະພູມ ຄະນະປະທານສະຫະພັນກີລາພື້ນເມືອງ-ກີລາສັດແຫ່ງຊາດລາວ ທ່ານ ທອງສະຫວັດ ວົງສະຫວ່າງ ຮອງຫົວໜ້າພະແນກກີລາພື້ນເມືອງ-ກີລາສັດແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ ແລະ ສຳມະນາກອນເຂົ້າຮ່ວມ 30 ທ່ານ.
ທ່ານ ສຸລິຍາ ວົງສະໜໍລະພູມ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ເພື່ອຊຸກຍູ້-ສົ່ງເສີມການສ້າງຂະບວນການ ຈັດກິດຈະກຳການແຂ່ງຂັນກີລາພື້ນເມືອງໃຫ້ກວ້າງຂວາງ ແລະ ຫັນເຂົ້າສູ່ກົດລະບຽບ ຕາມນິຕິກຳຂອງກົດໝາຍກີລາ-ກາຍະກຳ ແລະ ກົດລະບຽບກະຕິກາກີລາໄກ່ຕີໄກ່ໃຫ້ຖືກຕ້ອງ ແລະ ເຂັ້ມງວດ ເພື່ອເກັບກຳຂໍ້ມູນ-ສະຖິຕິ ສະໂມສອນກີລາໄກ່ຕີໄກ່ ຈຳນວນຜູ້ລ້ຽງໄກ່ ແລະ ຈຳນວນໄກ່ຕີຢູ່ບ້ານ ເມືອງ ແຂວງ ນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ສົ່ງເສີມວິຊາຊີບດ້ານການພັດທະນາກີລາພື້ນເມືອງ-ກີລາສັດ ແລະ ການລ້ຽງໄກ່ ການລ້ຽງງົວ ຄວາຍ ມ້າ ແລະ ອື່ນໆໃຫ້ຫຼາຍຂຶ້ນ.