ວັນສຸກ ທີ 22 ກຸມພາ 2019 13:07:36
ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັດງານສະເຫຼີມສະຫຼອງເທສະການປີໃໝ່ຈີນ (ກຸດຈີນ) ຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ-ຈີນ ຂຶ້ນວັນທີ 5-10 ກຸມພາ 2019 ໂດຍມີທ່ານ ພູວົງ ພະມີສິດ ປະທານສວນພຶກສາ ພ້ອມດ້ວຍນັກທ່ອງທ່ຽວທີ່ເດີນທາງມາຈາກປະເທດຈີນ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພູວົງ ພະມີສິດ ກ່າວວ່າ: ສວນພຶກສາ ເປັນສວນອາຫານ ແລະ ແຫຼ່ງທ່ອງທ່ຽວຄົບວົງຈອນ ລວມທັງສະຖານທີ່ທຳມະຊາດ ກິດຈະກຳທ້າທາຍ ອາຫານ ເຄື່ອງດື່ມ ຮັບຈັດງານລ້ຽງ ແລະ ອື່ນໆ ມີເນື້ອທີ່ 47 ເຮັກຕາ ໃນໂອກາດເທສະການກຸດຈີນ ສວນພຶກສາໄດ້ຈັດງານສະເຫຼີມສະຫຼອງ ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໄດ້ມາສຳຜັດຄວາມສວຍງາມທຳມະຊາດ ໂດຍສະເພາະ ນັກທ່ອງທ່ຽວຈາກຈີນທີ່ໄດ້ມາສົ່ງເສີມເອກະລັກດ້ານວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວທຳມະຊາດໃນສວນພຶກສາ ຕິດພັນກັບການດຶງດູດນັກທ່ອງທ່ຽວ ການແລກປ່ຽນສິນຄ້າໃຫ້ມີການຂະຫຍາຍຕົວ ງານດັ່ງກ່າວມີຫຼາຍກິດຈະກຳ ເປັນຕົ້ນ ສະແດງສິລະປະຂອງບັນດາຊົນເຜົ່າ ເຊີດສິງໂຕ ແຈກຂອງຂວັນລາງວັນ ກິດຈະກຳຂີ່ສາຍສະລິງ ຕຶກເບັດ ແລະ ອື່ນໆ.
ສິ່ງທີ່ໂດດເດັ່ນ ສວນພຶກສາມີຫໍພິພິຕະພັນຊົນເຜົ່າ ເຊິ່ງເປັນສູນລວມເກັບເຄື່ອງວັດຖຸເກົ່າແກ່ ວັດທະນະທຳຮີດຄອງປະເພນີຂອງແຕ່ລະຊົນເຜົ່າອາຍຸຫຼາຍຮ້ອຍປີ ມີສວນດອກໄມ້ແຫ່ງຄວາມຮັກ ທີ່ມີດອກໄມ້ຫຼາຍຊະນິດກຳລັງເບັ່ງບານ ສວຍງາມປຽບເໝືອນໄມຕິຈິດມິດຕະພາບຕ້ອນຮັບນັກທ່ອງທ່ຽວ.