ວັນເສົາ ທີ 7 ທັນວາ 2019 01:57:27
ເພື່ອເປັນພື້ນຖານອັນໜັກແໜ້ນຂອງລະບອບປະຊາທິປະໄຕ ປະຊາຊົນນັ້ນ ພັກໄດ້ຢຶດທັດສະນະຖືປະຊາຊົນເປັນກົກ ເປັນກຳລັງແຮງຂອງການປະຕິວັດ ແລະ ຖືເອົາການກໍ່ສ້າງຮາກຖານການເມືອງຕິດພັນ ກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວຽກຍຸດທະສາດທີ່ບໍ່ປ່ຽນແປງ ທັງເປັນມາດຕະການພື້ນຖານໃນການຈັດຕັ້ງປະຕິບັດແນວງທາງ ແລະ ນະໂຍບາຍຂອງພັກ ສະນັ້ນ ໃນບັ້ນເຊື່ອມຊຶມມະຕິ 7 ສະໄໝທີ X ຂອງພັກ ຈຶ່ງຈຳເປັນຕ້ອງໄດ້ເຊື່ອມຊຶມ ມະຕິເລກທີ 056 ແມ່ນເນັ້ນໃສ່ການປັບປຸງຮາກຖານການເມືອງໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ເຊິ່ງຮາກຖານການເມືອງໄດ້ກວມເອົາຫຼາຍຂົງເຂດເຊັ່ນ: ຮາກຖານການເມືອງໃນກຳລັງປະກອບອາວຸດ ຮາກຖານການເມືອງໃນສະຖາບັນການສຶກສາ ໂຮງຮຽນ ໂຮງໝໍ ແລະ ລັດວິສາຫະກິດ... ໃນມະຕິ 056 ໄດ້ຊີ້ບອກວ່າ: ການຂະຫຍາຍພັກຢູ່ຮາກຖານມີທ່າອ່ຽງຊ້າລົງ ສະມາຊິກພັກສ່ວນຫຼາຍມີອາຍຸກະສຽນສູງ ແລະ ບໍ່ສົມຄວນ... ບັນດາປາກົດການຫຍໍ້ທໍ້ ໂດຍສະເພາະ ບັນຫາຢາເສບຕິດ ບັນຫາທີ່ດິນ ການຂຸດຄົ້ນຊັບພະຍາກອນທຳມະຊາດເກີດຂຶ້ນແຜ່ຫຼາຍ ມະຕິ ຊີ້ບອກຕື່ມວ່າ: ການຈັດຕັ້ງຮາກຖານຂອງພັກ... ຍັງບໍ່ທັນແຂງແຮງ ແລະ ເລິກເຊິ່ງ ປາກົດການສວຍໃຊ້ໜ້າທີ່ລະເມີດສິດທິເປັນເຈົ້າຂອງປະຊາຊົນ ຢູ່ຮາກຖານຍັງມີບໍ່ໜ້ອຍ ໃນຫຼາຍກໍລະນີຍັງມີພາກສ່ວນໜຶ່ງ ໃນກຳລັງມີການກ່ຽວຂ້ອງກັບການເຄື່ອນໄຫວຜິດກົດໝາຍ ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ເຈົ້າໜ້າທີ່ຫຼາຍບ່ອນບໍ່ສູງ ແຕ່ການແກ້ໄຂໃນລະດັບກົມກອງຮາກຖານແມ່ນຊັກຊ້າ ຫຼື ຍັງປ່ອຍປະ...
ຜູ້ຂຽນໄດ້ຍົກເອົາບາງປະເດັນມາສະເໜີນັ້ນ ເພື່ອຊອກຫາວິທີແກ້ໄຂຕື່ມ ໂດຍໃຫ້ການຈັດຕັ້ງທຸກພາກສ່ວນມີສ່ວນຮ່ວມ ໂດຍສະເພາະ ຫາງສຽງຂອງປະຊາຊົນຢູ່ຂັ້ນບ້ານທີ່ພວກເຂົາ ຮູ້ເຫັນບັນຫາຢູ່ຂັ້ນທ້ອງຖິ່ນເຊັ່ນ: ບັນຫາທີ່ດິນ ບັນຫາຄວາມບໍ່ສະຫງົບພາຍໃນບ້ານທີ່ເກີດຈາກການຂີ້ລັກ ແລະ ພວກຂີ້ຢາທີ່ບໍ່ມີວຽກເຮັດໜັງສືກໍບໍ່ຮຽນ ພໍ່ແມ່ຜູ້ປົກຄອງກໍປ່ອຍປະລະເລີຍ ເຊິ່ງສ້າງຄວາມບໍ່ສະຫງົບ ແລະ ບໍ່ປອດໄພໃຫ້ແກ່ຊັບສິນ ແລະ ຊີວິດຂອງປະຊາຊົນຢູ່ຂັ້ນບ້ານ ບັນຫາລົດຖົມດິນ ແກ່ດິນຢຽບທາງຮ່ອມທາງທຽວຂອງຊາວບ້ານເປ່ເພ ເຊິ່ງບາງບ້ານກໍໄດ້ເກັບເງິນພວກເຂົາແຕ່ຂາດການໃຊ້ຈ່າຍສ້ອມແປງ ເຮັດໃຫ້ການໄປວຽກການຫຼ້າຊ້າ ຫຼື ບໍ່ດັ່ງນັ້ນກໍຕົກໃນກໍລະນີຂາດຄວາມປອດໄພໃນຊັບສິນຍາມໄປວຽກ.
ຜູ້ຂຽນເຫັນວ່າໃນມະຕິ 056 ນີ້ ໃນມາດຕະການຈັດຕັ້ງປະຕິບັດ ກໍໄດ້ເນັ້ນໃຫ້ພວກສ່ວນກ່ຽວຂ້ອງຕ້ອງໄດ້ດຳເນີນການກວດກາ ຕີລາຄາ ກຳແໜ້ນສະພາບຕົວຈິງ... ຊີ້ນຳ ແລະ ປັບປຸງຖືເປັນໜ້າວຽກສຳຄັນຂອງຕົນ ໂດຍສະເພາະ ສູນກາງ ແຂວງ ເມືອງ ຄວນລົງກວດກາຂັ້ນບ້ານໃຫ້ເຂັ້ມແຂງດີຂຶ້ນເທື່ອລະກ້າວ.
ດັ້ນກີບເມກ