ວັນອາທິດ ທີ 8 ທັນວາ 2019 04:33:57
ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ I ນຳໂດຍທ່ານ ບົວເກດ ພົມມະຈັນ ສສຊ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ນວ ຄະນະກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ສປ ນວ ຊຸດທີ 1 ລົງພົບປະປະຊາຊົນ ບ້ານຮ່ອງໄກ່ແກ້ວ ແລະ ບ້ານຮ່ອງແຊງ ເມືອງຈັນທະບູລີ ວັນທີ 21 ກຸມພາ 2019 ຢູ່ວັດຮ່ອງໄກ່ແກ້ວ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສປ ນວ ຊຸດທີ I ແລະ ຮັບຟັງຄຳຄິດເຫັນຄຳສະເໜີຂອງປະຊາຊົນ ກ່ຽວກັບບັນຫາຂັດຂ້ອງໝອງໃຈ ເພື່ອຈະສະເໜີຕໍ່ອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງປັບປຸງແກ້ໄຂ.
ໂອກາດນີ້ ກໍໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສສ ນວ ຊຸດທີ I ຈາກນັ້ນ ກໍໄດ້ເປີດໂອກາດໃຫ້ປະຊາຊົນສະເໜີຂໍ້ຂ້ອງໃຈຕ່າງໆ ໃນນີ້ ປະຊາຊົນໄດ້ໃຫ້ຄວາມສົນໃຈ ແລະ ສະເໜີຕໍ່ຜູ້ແທນຫຼາຍກວ່າ ແມ່ນບັນຫາການຫຼຸດຜ່ອນຈຳນວນລັດຖະກອນ ເຊິ່ງອາດສົ່ງຜົນກະທົບຕໍ່ນັກສຶກສາຈົບໃໝ່ ໃນການຊອກວຽກເຮັດງານທຳ ແລະ ການຈັດຕັ້ງປະຕິບັດນະໂຍບາຍ 6 ສ ຂອງ ນວ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ ເປັນຕົ້ນ ສ ສະອາດ ພ້ອມທັງສະເໜີພາກສ່ວນກ່ຽວຂ້ອງ ແກ້ໄຂການນຳໃຊ້ບັດປະກັນສັງຄົມ ໃຫ້ສາມາດໃຊ້ໄດ້ໃນໂຮງໝໍທົ່ວປະເທດ ບັນຫາການຄັດເລືອກເອົາພະນັກງານ-ລັດຖະກອນ ແມ່ນຍັງມີບາງກໍລະນີ ຍັງໄດ້ຊື້ຈ້າງເຂົ້າເຮັດວຽກ ບັນຫາການເກັບຄ່າທຳນຽມຂັ້ນບ້ານບໍ່ເປັນເອກະພາບ ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂໃຫ້ການເກັບຄ່າທຳນຽມ ໃຫ້ມີລາຄາເອກະພາບກັນທົ່ວປະເທດ ສະເໜີໃຫ້ກວດຄືນໂຄງການລົງທຶນຂອງລັດບາງໂຄງການຊັກຊ້າ ບໍ່ສຳເລັດຕາມສັນຍາ ແລະ ສະເໜີໃຫ້ຄົ້ນຄວ້າແກ້ໄຂບັນຫານ້ຳເປື້ອນ ທີ່ສົ່ງກິ່ນເໝັນຂອງນ້ຳຮ່ອງແຊງ ໂດຍສະເໜີໃຫ້ພາກສ່ວນກ່ຽວຂ້ອງຊອກຫາວິທີແກ້ໄຂ.