ວັນສຸກ ທີ 6 ທັນວາ 2019 17:27:25
ຜັກແມ່ນພືດທີ່ເປັນອາຫານ... ທັງເປັນພືດທີ່ປະສົມເວລາປຸງແຕ່ງອາຫານໃຫ້ມີກິ່ນ ລົດ ຫອມ ຍົວະໃຫ້ນ້ຳລາຍອອກ ເວົ້າໂດຍລວມແລ້ວ ຄືດັ່ງຮູ້ກັນດີແລ້ວວ່າ ຜັກເປັນອາຫານສຳລັບສຸຂະພາບ ຈົນມີຄຳເວົ້າເລົ່າເປັນວະລີປາກຕໍ່ປາກກັນມາວ່າ: “ກິນຜັກເປັນຢາ ກິນປາເປັນອາຫານ ກິນຂອງຫວານກ້ວຍນ້ຳສຸກ 2 ໜ່ວຍ ນອນຍາມສວາຍມື້ລະ 15-20 ນາທີ ກໍຈະມີສຸຂະພາບດີແລ”.
ເວົ້າເຖິງຜັກ ມັນກໍສອດຫ້ອຍປະສົມໃນທຸກອາຫານພື້ນບ້ານລາວເປັນຕົ້ນ ເອາະ ແກງ ຊຸບ ຕົ້ມ (ບາງຊະນິດ) ຖ້າເຮັດປົ່ນປາ ປົ່ນຊີ້ນ ຫຼື ແຈ່ວປາແດກເຄື່ອງກໍຄືກັນ ຄັນບໍ່ມີລວກຜັກປະເພດຕ່າງໆກິນກັບ ກໍຖືວ່າຜູ້ແຕ່ງກິນນັ້ນບໍ່ຊຳນານງານປານໃດ ອາດຈະຖືກຜູ້ກິນເວົ້າພື້ນທານຂວັນວ່າ “ກິນປົ່ນຫົວໂລ້ນ” ນອກຈາກຜັກລວກ ກໍມີຜັກດິບ ຈະເປັນຜັກປູກ ຫຼື ຜັກທຳມະຊາດກໍກິນກັບໄດ້.
ມາຮອດໄລຍະນີ້ ລະດູປູກຜັກກໍອ່າວຊ້າໄປແດ່ແລ້ວ ຕາມທຳມະດາຫວິດລະດູຝົນ ອອກພັນສາແລ້ວກໍແມ່ນເລິ່ມປູກໂລດ ແຕ່ວ່າຊາວບ້ານແຄມຂອງ ແຕ່ເໜືອຮອດໃຕ້ມັກປູກແມ່ນແຄມຝັ່ງເມື່ອນ້ຳບົກຈົນພົ້ນຕະລິ່ງ ແລະ ເຮັດໜານຜັກສະດວກດີ ການໃຊ້ນ້ຳກໍສະບາຍ ເອົາບົວ ຫຼື ຄຸໄປຕັກມາຫົດໂລດ ມີພຽງເຮັດຮົ້ວກັນຄວາຍບໍ່ໃຫ້ເຂົ້າສວນກໍພໍ.
ການເຮັດສວນແຄມຕະລິ່ງ ເປັນປະເພນີຊາວແຄມຂອງລາວເຮົາມາແຕ່ດົນແລ້ວ ຜັກທີ່ປູກມີຈົນຄົບຊະນິດ ບາງຊະນິດກໍປູກເອົາຫົວໄວ້ກິນຍາມລະດູຝົນກໍມີເຊັ່ນ: ປູກເອົາຫົວຜັກບົ່ວ ຜັກທຽມ ສ່ວນຜັກກໍມີ ຜັກສະຫຼັດ ຜັກກາດປະເພດຕ່າງໆ ຜັກຊີ ຕັ້ງໂອ ໝາກເຂືອ ໝາກເລັ່ນ ໝາກຖົ່ວ ໝາກເຜັດ ແລະ ຜັກຫອມຕ່າງໆ ສ່ວນຝຸ໋ນສ່ວນໃຫຍ່ກໍແມ່ນ ຂີ້ແກບ ຝຸ່ນຄອກ ຂີ້ເປັດ ໄກ່ ງົວ ຄວາຍ ຜົນຜະລິດກໍເປັນຜັກປອດສານພິດ ແລະ ເປັນກະສິກຳສະອາດອີກດ້ວຍ.
ສຳຄັນນອກຈາກໄດ້ສຸຂະພາບດີຈາກຜັກແຄມຕະລິ່ງແລ້ວ ຍັງເປັນການປະຢັດ ມັດທະຍັດ ລາຍຈ່າຍປະຈຳວັນ ຫຼື ບາງທີປູກຫຼາຍໜານ ຫຼາຍຊະນິດ ເມື່ອເວລາມັນໃຫຍ່ມາພ້ອມກັນ ກໍຫຼົກໄປຂາຍໄດ້ເງິນອີກດ້ວຍ.
ການປູກຜັກແຄມຂອງ ເມື່ອເວລາໄປຫາປາ ຕຶກແຫໃສ່ມອງໄດ້ປາມາ ກໍແວ່ສວນເກັບຜັກຂຶ້ນມາເລີຍ ຕາມຈຸດປະສົງຜູ້ຫາປາວ່າ “ຈະເຮັດຫຍັງກິນແລງນີ້” ແລະ ການກະທຳແບບນີ້ ມັນກໍເປັນມາແຕ່ປຸແຕ່ປູ້ເຊັ່ນກັນ ນອກຈາກໄດ້ຜັກກິນເພື່ອສຸຂະພາບ ຍັງສ້າງບັນຍາກາດໃຫ້ຊາວໜຸ່ມຊຸມສາວ ແຂ່ງຂັນກັນປູກຜັກ ທ່າມກາງສຽງຮ້ອງສຽງລຳ ສຽງເວົ້າຢອກໄຍກັນຢ່າງມ່ວນຊື່ນນຳອີກ.
ດັ່ງນັ້ນ ເວລານີ້ກໍບໍ່ສວາຍເກີນໄປ ປູກຍາມໃດເດືອນໃດກໍໃຫ້ຜົນ ປະມານເດືອນໜຶ່ງຕໍ່ມາ ຖ້າວ່າປູກເວລານີ້ ກໍແມ່ນຮັບໃຊ້ປີໃໝ່ລາວໄດ້... ເວົ້າແນວນີ້ ກໍ່ບໍ່ແມ່ນເລັ່ງໃສ່ຜູ້ຢູ່ແຄມຂອງປະການດຽວດອກ ຜູ້ມີທີ່ດິນວ່າງພໍປູກໄດ້ ກໍແມ່ນຕ້ອງປູກເຮັດສວນຄົວ ສ້າງນິໄສແຫ່ງຄວາມດຸໝັ່ນໃສ່ຕົນເອງ ແຕ່ຜົນປະໂຫຍດອອກມາແມ່ນເປັນການປະຢັດ ເລິ່ມຈາກກີບໜຶ່ງກ່ອນຈະມີເງິນຮ້ອຍເງິນພັນຕາມມາ.