ວັນເສົາ ທີ 7 ທັນວາ 2019 01:56:38
ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ I ໄດ້ລົງພົບປະຄະນະການນຳ ແລະ ພະນັກງານຫຼັກແຫຼ່ງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃນວັນທີ 12 ມີນາ 2019 ທີ່ກະຊວງດັ່ງກ່າວ ນຳໂດຍທ່ານ ພຸດ ສິມມາລາວົງ ສສຊ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ນວ ຮອງອະທິການບໍດີ ມຊ ທ່ານ ລິນຄຳ ດວງສະຫວັນ ສສຊ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ I ຫົວໜ້າກົມຄົ້ນຄວ້າ-ສັງລວມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ບົວເກດ ພົມມະຈັນ ສສຊ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ I ຮອງຫົວໜ້າພະແນກຍຸຕິທຳ ນວ ທ່ານນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສສຊ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ I.
ທ່ານ ບຸນຈັນ ສິນຣາຊະວົງ ຫົວໜ້າຫ້ອງການ ກະຊວງ ຍທຂ ໄດ້ລາຍງານຫຍໍ້ສະພາບລວມຂອງກະຊວງ ກໍຄື ຜົນການຈັດຕັ້ງປະຕິບັດວຽກງານປີ 2018 ໃຫ້ ສສຊ ແລະ ສສ ນວ ຊາບ ຈາກນັ້ນ ສສຊ ແລະ ສສ ນວ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມ ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງເອົາ ເປັນຕົ້ນ ບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານ ປະຈຳປີ 2018 ແລະ ແຜນການປະຈຳປີ 2019 ຮັບຮອງເອົາກົດໝາຍ 8 ສະບັບ ໃນນີ້ ກົດໝາຍສ້າງໃໝ່ 7 ສະບັບ ກົດໝາຍປັບປຸງ 1 ສະບັບ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສສ ນວ ຊຸດທີ I ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງບົດລາຍງານຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປະຈຳປີ ນອກນີ້ຍັງໄດ້ຮັບເອົາບົດລາຍງານວຽກງານສຳຄັນອື່ນໆອີກຈຳນວນໜຶ່ງ.
ຕອນທ້າຍ ສສຊ ແລະ ສສ ນວ ໄດ້ເປີດໂອກາດໃຫ້ພະນັກງານ ກະຊວງ ຍທຂ ສະເໜີບັນຫາຄົງຄ້າງຕ່າງໆ ເພື່ອຈະນຳເອົາຂໍ້ຄົງຄ້າງຕ່າງໆ ໄປສະເໜີຕໍ່ອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງແກ້ໄຂໃນຕໍ່ໜ້າ ໃນນັ້ນ ສະເໜີໃຫ້ພັກ-ລັດຖະບານເພີ່ມມາດຕະການເຂັ້ມງວດຕື່ມ ເພື່ອຄວບຄຸມກ່ຽວກັບການລະເມີດກົດໝາຍການຈາລະຈອນ ເປັນຕົ້ນ ການລ່ວງໄຟອຳນາດ ທີ່ເປັນສາເຫດໃຫ້ເກີດອຸບັດເຫດຖະໜົນ ສະເໜີໃຫ້ລົງຕິດຕາມກວດກາ ແລະ ມີມາດຕະການຄວບຄຸມຄ່າບໍລິການ ໃນງານເທສະການ-ງານບຸນຕ່າງໆ ເປັນຕົ້ນ ຄ່າຝາກລົດ ຄ່າອາຫານ ເຫັນວ່າຍັງແພງຫຼາຍ ຖ້າທຽບກັບລາຍຮັບຂອງພະນັກງານ ສະເໜີໃຫ້ລົງຕິດຕາມກວດກາ ແລະ ຄົ້ນຄວ້າຫາວິທີຄຸ້ມຄອງ ເພື່ອຫຼຸດຈຳນວນຮ້ານບັນເທີງ-ຮ້ານກິນດື່ມລົງ ເນື່ອງຈາກເປັນສາເຫດໃຫ້ເກີດການມຶນເມົາ ແລະ ເກີດອຸບັດເຫດຕ່າງໆ ສະເໜີໃຫ້ພາກສ່ວນກ່ຽວຂ້ອງລົງກວດກາ ແລະ ຫາວິທີແກ້ໄຂກ່ຽວກັບການອະນຸຮັກຖະໜົນຫົນທາງ ເຊິ່ງປັດຈຸບັນ ເຫັນວ່າຍັງມີເສັ້ນທາງຫຼັກບາງເສັ້ນຍັງເປິະເປື້ອນ ແລະ ມີດິນ-ຊາຍ ກວມຂອບທາງໃຫຍ່ໄປຫຼາຍ ເປັນຕົ້ນ ເສັ້ນທາງ 450 ປີ ແລະ ບັນຫາອື່ນໆ ເຊິ່ງບັນດາ ສສຊ ແລະ ສສ ນວ ກໍໄດ້ຮັບເອົາຄຳສະເໜີ ເພື່ອໄປຄົ້ນຄວ້ານຳສະເໜີຕໍ່ພາກສ່ວນກ່ຽວຂ້ອງຕໍ່.