ວັນພະຫັດ ທີ 12 ທັນວາ 2019 07:39:35
ເປັນເລື່ອງທຳມະດາຂອງຄົນລາວ ທີ່ຈະເລືອກເອົາໄລຍະປີໃໝ່ພັກຜ່ອນ-ທ່ຽວຫຼິ້ນ ເພື່ອຄວາມເບີກບານມ່ວນຊື່ນ ເຊິ່ງລວມກັບການກິນດື່ມໃຫ້ໜຳໃຈ ເພາະປີໜຶ່ງມີຄັ້ງດຽວ ຢ່າງໃດກໍຕາມ ພວກເຮົາກໍຢ່າລືມແຈ້ງການຂອງນະຄອນຫຼວງ ທີ່ຝາກໃຫ້ທຸກຄົນຫຼິ້ນບຸນປີໃໝ່ຢ່າງມີສະຕິ ມີລະບຽບ ຖືກຕາມຮີດຄອງປະເພນີ ຫົດສົງນ້ຳກໍເລືອກເອົານ້ຳທີ່ສະອາດ ຝ່າຍຖືກຫົດຈຶ່ງບໍ່ເສຍໃຈ ເພາະວ່າປີໃໝ່ຕ້ອງດີໃຈ ແລະ ໃຈດີ ຊີວິດຈຶ່ງຈະດີຂຶ້ນ.
ເວົ້າເຖິງການຫຼິ້ນບຸນປີໃໝ່ໃຫ້ຖືກຕາມຮີດຄອງປະເພນີ ຖ້າຈະອີງໃສ່ແຕ່ແຈ້ງການນະຄອນຫຼວງຢ່າງດຽວ ຄົງບໍ່ສົມບູນທົ່ວເຖິງ ແຕ່ສຳຄັນກໍແມ່ນພໍ່ແມ່ຜູ້ປົກຄອງຊ່ວຍກັນອົບຮົມລູກຫຼານ ໃຫ້ເຂົ້າໃຈຄວາມເໝາະສົມໃນການຫຼິ້ນທ່ຽວໄປມາ ພໍ່ແມ່ຮັກລູກຈົນຫຼົງຕາມໃຈ ໂດຍບໍ່ເຄີຍສັ່ງສອນ ຊີ້ແຈງເຫດຜົນ ແລະ ບໍ່ເຄີຍຂັດໃຈ ລູກບາງຄົນຢູ່ເຮືອນຕໍ່ໜ້າພໍ່ແມ່ປານຜ້າພັບໄວ້ ພໍອອກນອກບ້ານປານຜີຂຶ້ນຈາກໝໍ້ນາຮົກ ຂີ່ລົດຊິ້ງບໍ່ສົນໃຈສັງຄົມ ແນວພໍ່ແມ່ບໍ່ສັ່ງສອນ... ບາດລົດຕຳຕາຍ ຂາຫັກ ຫົວແຕກ ແລ້ວເສຍໃຈພາຍຫຼັງ ເວົ້າເຖິງມາລະຍາດໃນການກິນດື່ມ ກໍຄວນເຄົາລົບໃຫ້ກຽດໝູ່ເພື່ອນ ສ້າງຄ່ານິຍົມເປັນຄົນມີມາລະຍາດການສຶກສາ ! ບໍ່ບັງຄັບກັນ ໃຜດື່ມໄດ້ສ່ຳໃດກໍຂຶ້ນກັບສຸຂະພາບຂອງແຕ່ລະຄົນ ເພາະພື້ນຖານຊີວິດຂອງແຕ່ລະຄົນຕ່າງກັນ ຢ່າໄປເອົາຄຳຕອບດຽວກັນທີ່ມາຈາກຄຳຖາມຕ່າງກັນ.
ບຸນປີໃໝ່ປີນີ້ (2019) ກົງກັບວັນທີ 14-15-16 ເດືອນເມສາ ເຊິ່ງອາດຍັງມີຫຼາຍຄົນຫຼົງເຂົ້າໃຈຜິດວ່າ ຫຼັງຈາກປີໃໝ່ແລ້ວຈະເປັນປີ ພສ 2562 ໂລດ ວັນສັງຂານລ່ວງນັ້ນແມ່ນວັນສຸດທ້າຍຂອງປີ ຈສ 1380 ເຊິ່ງກົງກັບວັນອາທິດ ຂຶ້ນ 10 ຄ່ຳ ເດືອນ 5 ລາວ (14/04/2019) ວັນເນົາ ຖືກວັນຈັນ (15/04/2019) ຂຶ້ນ 11 ຄ່ຳ ເປັນມື້ພິເສດຂ້າມຜ່ານໄປຫາປີໃໝ່ ວັນສັງຂານຂຶ້ນ (ມື້ທີ 1 ຂອງປີ ຈສ 1381) ຖືກວັນອັງຄານ ຂຶ້ນ 12 ຄ່ຳ ກົງກັບວັນທີ (16/04/2019) ດັ່ງນັ້ນ ຈຶ່ງບໍ່ຄວນເຂົ້າໃຈຜິດວ່າ ຫຼັງປີໃໝ່ຈະເປັນມື້ປ່ຽນ ພສ ໂລດ ເພາະມື້ປ່ຽນ ພສ ແມ່ນກົງກັບວັນທີ 18 ເດືອນ 5 ພຸ້ນ ຈາກ ພສ 2561 ເປັນ ພສ 2562 ເຊິ່ງກົງກັບວັນວິສາຂະບູຊາ (15 ຄ່ຳ ເດືອນ 6 ລາວ).
ສຳລັບປີໃໝ່ ຈສ 1381 ນີ້ ນາງສັງຂານຈະເປັນເທບທິດາຄົນທຳອິດຂອງພະຍາກາບິນລະພົມ ມີຊື່ວ່າ: ນາງ ທຸງສະເທວີ ສະເຫວີຍ (ກິນ) ໝາກເດື່ອເປັນອາຫານ ມືຂວາຖືຈັກ ມືຊ້າຍຖືສັງ ເຊິ່ງຂີ່ພາຫານະແມ່ນຄຸດ ບຸນປີໃໝ່ລາວ ກໍຂໍໃຫ້ເຈົ້າໜ້າທີ່ເຂັ້ມງວດ ເມົາບໍ່ຂັບຂີ່ ເພາະດື່ມເມົາແລ້ວຂັບລົດ ກໍແມ່ນສາເຫດໃຫຍ່ເກີດອຸບັດເຫດ !.
ດັ້ນກີບເມກ