ວັນເສົາ ທີ 7 ທັນວາ 2019 01:01:45
ພວກເຮົາຕ້ອງຍອມຮັບວ່າ ໃນສັງຄົມໜຶ່ງຍ່ອມປາສະຈາກບໍ່ໄດ້ຂໍ້ຂັດແຍ່ງ ຫຼື ຄວາມບໍ່ເຂົ້າໃຈໃນບັນຫາໃດໜຶ່ງ ແຕ່ຜ່ານການອະທິບາຍຊີ້ແຈງຈະເຫັນໄດ້ວ່າ ເກີດຄວາມເຂົ້າໃຈ ເກີດການໃຫ້ອະໄພເຊິ່ງກັນ ແລະ ກັນ ແລ້ວສັງຄົມກໍມີຄວາມສະຫງົບ ແລະ ສາມັກຄີປອງດອງ
ດັ່ງເຊັ່ນກໍລະນີໃນສື່ອອນລາຍຫວ່າງມໍ່ໆມານີ້ ມີການນຳສະເໜີເຫດການທີ່ມີຄວາມບໍ່ເຂົ້າໃຈສ່ຽງຕໍ່ການແຕກຄວາມສາມັກຄີ ແຕ່ພາຍຫຼັງມີການເວົ້າຈາພົບປະທຸກຢ່າງ ກໍລົງເອີ່ຍໂດຍດີ ສະນັ້ນ ຈຶ່ງຢາກເວົ້າວ່າ ທຸກບັນຫາທີ່ເກີດຂຶ້ນພວກເຮົາຕ້ອງຊ່ວຍກັນອະທິບາຍ ຊີ້ແຈງ ບໍ່ຖິ້ມພຸ້ນ ຖິ້ມພີ້ ຖືກພາກສ່ວນໃດ ! ໜ່ວຍງານໃດ ? ກໍອອກມາຊີ້ແຈງເຖິງຄວາມເປັນຈິງຂອງບັນຫາທີ່ເກີດຂຶ້ນ ຍອມຮັບຖ້າວ່າ ເປັນຄວາມຈິງແລ້ວ ຊອກຫາທາງອອກ ແລະ ແກ້ໄຂຄວາມຜິດພາດບໍ່ແມ່ນຄວາມຊົ່ວຮ້າຍ ການບໍ່ຮັບຜິດຊອບ ແລະ ບໍ່ຍອມປ່ຽນແປງຈຶ່ງແມ່ນຄວາມຊົ່ວຮ້າຍ.
ສຳລັບຜູ້ມັກໂພສ ມັກມີຄຳເຫັນໃນບັນຫາຕ່າງໆທີ່ເກີດຂຶ້ນນັ້ນ ກໍຄວນຮິ່ນຕອງເຖິງຄວາມເໝາະສົມວ່າ ສິ່ງນັ້ນຄວາມເປັນຈິງແມ່ນແນວໃດກັນແທ້ ? ຕ້ອງໃຊ້ເວລາສຶກສາເຖິງຜົນໄດ້ ຜົນເສຍ ຫາກບໍ່ແມນເຫັນແກ່ຄວາມສະໃຈແລ້ວໂພສຂຶ້ນໜ້າສື່ອອນລາຍ ໃນກໍລະນີໂພສຂຶ້ນແລ້ວ ມີຜູ້ຕຳນິສົ່ງຂ່າວ ກໍຄວນຮັບບົດແກ້ໄຂ ຫາກບໍ່ແມ່ນຫຼົງໂຕສ້າງກະແສຕອບໂຕ້ແບບຂາດເຫດຜົນ ສ້າງຄວາມແບ່ງແຍກ ແລະ ສັບສົນໃນສັງຄົມ.
ແຕ່ໃດມາ ສັງຄົມລາວເຮົາແມ່ນສັງຄົມແຫ່ງຄວາມສາມັກຄີປອງດອງ ຄົນລາວເຮົາເປັນຄົນມີຈິດໃຈໂອບເອື້ອອາລີ ຮູ້ໃຫ້ອະໄພ ເຊິ່ງກັນ ແລະ ກັນ... ບໍ່ໂຄ່ນລົ້ມໂຈມຕີກັນ ແກ້ໄຂບັນຫາດ້ວຍການເວົ້າຈາ... ຊີ້ແຈງເຖິງເຫດ ແລະ ຜົນ ຫາກບໍ່ແມ່ນການກະແທກແດກດັນກັນ ສ້າງຄວາມໂດດເດັ່ນ ໂດຍບໍ່ເຫັນແກ່ສັງຄົມສ່ວນລວມ ຖືຕົນເອງເປັນເອກໃນສັງຄົມ ທັງໆທີ່ມີຫຼາຍຄົນ ຫຼາຍທ່ານໂດດເດັ່ນກວ່າຕົນເອງ ຢ່າລືມວ່າ ມະຫາຊົນຄືຜູ້ສ້າງປະຫວັດສາດ.
ທີ່ຍົກບັນຫານີ້ຂຶ້ນມາ ກໍເພາະວ່າ ໃນໄລຍະມໍ່ໆມານີ້ ສື່ອອນລາຍ ຫຼື ສັບພະສື່-ສື່ແບບໃໝ່ນັ້ນ ເຮັດໜ້າທີ່ຫຼາຍຂຶ້ນ ໃນນັ້ນ ກໍມີຫຼາຍເຫດການທີ່ດີ ມີເຫດຜົນໜ້າຊົມເຊີຍ ແຕ່ໃນຂະນະດຽວກັນ ກໍມີປະເພດອ່ອນຫຼາຍ ເພາະຂໍ້ມູນບໍ່ຊັດເຈນ ມີລັກສະນະປັ່ນປ່ວນ ສ້າງຄວາມແຕກແຍກໃນສັງຄົມ ສະນັ້ນ ຈຶ່ງຂໍຮຽກຮ້ອງເຖິງທຸກພາກສ່ວນທີ່ສື່ດັ່ງກ່າວ ພາດພິງ ຫຼື ສະເໜີຂ່າວອອກມານັ້ນ ໄດ້ເປັນເຈົ້າການອອກມາອະທິບາຍຊີ້ແຈງໃນບັນຫາທີ່ຍົກອອກມາໃຫ້ມັນກະຈ່າງແຈ້ງ ຫາກພວກເຮົາໝົດທຸກຄົນຊ່ວຍກັນອະທິບາຍ-ຊີ້ແຈງ ແລ້ວຄິດວ່າສັງຄົມຄົງເຂົ້າໃຈໃນຄວາມເປັນຈິງຂອງບັນຫາ ກົງກັນຂ້າມ ຫາກເສີຍຢູ່ ແລະ ປ່ອຍປະໄປ ເວລານັ້ນຈະຊ້ຳເຮື້ອ-ແກ່ຍາວ ແລະ ແກ້ໄຂໄດ້ຍາກ ທ້າວທີ່ສຸດ ເຮົາກໍແລ່ນນຳມັນ ເຊິ່ງເອີ້ນວ່າ: ເຕັ້ນຕາມຂ່າວ ວຽກນີ້ເປັນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ບໍ່ວ່າສ່ວນບຸກຄົນ ການຈັດຕັ້ງທາງສັງຄົມ ກໍຄື ພາກລັດ ຕ້ອງໄດ້ປະສານສົມທົບກັນອະທິບາຍ-ຊີ້ແຈງບັນຫາຕ່າງໆທີ່ສື່ອອນລາຍນຳສະເໜີ ເພື່ອແກ້ໄຂໃຫ້ທັນການ ບໍ່ໃຫ້ແຜ່ລາມຊະຊາຍ.
ຂໍຊົມເຊີຍຫຼາຍທ້ອງຖິ່ນ ແລະ ການຈັດຕັ້ງກ່ຽວຂ້ອງໃນການອະທິບາຍ-ຊີ້ແຈງ ເຮັດໃຫ້ຫຼາຍບັນຫາທີ່ສື່ອອນລາຍຕັ້ງ ຫຼື ໄດ້ຮັບຄວາມກະຈ່າງແຈ້ງ ແລະ ແກ້ໄຂເກີດມີຄວາມສາມັກຄີປອງດອງໃນທົ່ວສັງຄົມ.
ແນວລາວ