ວັນສຸກ ທີ 13 ທັນວາ 2019 14:47:57
ຂ້າພະເຈົ້າຢາກບອກວ່າ ການຮູ້ເທົ່າທັນຄວາມເປັນໄປຂອງສື່ສັງຄົມອອນລາຍນັ້ນ ຖືເປັນສິ່ງຈຳເປັນສຳລັບທຸກຄົນ ຜູ້ຊົມໃຊ້ສື່ສານດັ່ງກ່າວ ເພາະວ່າຖ້າເຮົາເຂົ້າໃຈບໍ່ຖືກຕ້ອງ ແລະ ບໍ່ຮູ້ຈັກທ່າອ່ຽງດ້ານລົບຂອງມັນກໍຈະເຮັດໃຫ້ຊີວິດເກີດຄວາມທຸກ ຫຼື ເກີດ ແຮງກົດດັນນ້ອຍເນື້ອຕ່ຳໃຈທີ່ເຫັນຄວາມສຳເລັດ ໝູ່ໃນເຟດບຸກໂພສລົງໂຊອວດກັນ ທ່າອ່ຽງດ້ານລົບຂອງສື່ດັ່ງກ່າວທີ່ມາແຮງ ກໍຄື ມານຍາກົນຂອງການສ້າງພາບ ເຊິ່ງດຶງດູດໃຫ້ຄົນໂຫຍຫິວຢາກສຳເລັດຄືຄົນອື່ນ ແຕ່ບໍ່ເຂົ້າໃຈແຈ້ງສິ່ງທີ່ຕົນເຫັນນັ້ນ ສ່ວນໜຶ່ງກໍແມ່ນການໂຊອວດກັນຊື່ໆ.
ເຫດຜົນຂ້າງເທິງທີ່ຜູ້ຂຽນໄດ້ຍົກມາເປັນປະເດັນ ເພາະວ່າ ໄດ້ອ່ານຕິດຕາມເຫັນສື່ສັງຄົມອອນລາຍຂອງຕ່າງປະເທດ ໄດ້ອອກມາເຜີຍແຜ່ໃຫ້ເຫັນບັນຫາຂອງການໃຊ້ສື່ສານດັ່ງກ່າວ ທີ່ເຮັດໃຫ້ຜູ້ຊົມໃຊ້ເກີດຄວາມຄຽດເຄັ່ງຕຶງ ເຊັ່ນ: ດຣ. ອາພາພັດ ບຸນລອດ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ກັນຕາ ອິນໄຊ ຂອງປະເທດໄທ ໄດ້ເຜີຍໃຫ້ເຫັນບັນຫາຂອງສື່ສັງຄົມອອນລາຍໃນອາຊຽນ ຜູ້ຂຽນນຳມາສະເໜີຫຍໍ້ບາງປະເດັນດັ່ງນີ້: ຄົນໄທເປັນຫ່ວງເລື່ອງສຸຂະພາບ ເພາະເທັກໂນໂລຊີເປັນສາເຫດຂອງບັນຫາເວລາຊົມໃຊ້ເປັນເວລາດົນນານ ເຮັດໃຫ້ເກີດບັນຫາສາຍຕາ ບັນຫາຄວາມເຄັ່ງຄຽດຂອງຄົນບາງກຸ່ມທີ່ເກີດຈາກການເຫັນຄວາມສຳເລັດຂອງຄົນອື່ນ ທີ່ໂພດລົງເຟດບຸກແລ້ວ ນຳມາປຽບທຽບກັບຊີວິດຕົນເອງ ບາງຄົນກໍເກີດຄວາມນ້ອຍເນື້ອຕ່ຳໃຈ ບາງຄົນເກີດຄວມກົດດັນຕົນເອງ ແລະ ບາງຄົນກໍໝົກໝຸ້ນກັບການສ້າງພາບລັກຂອງຕົນໃນສື່ອອນລາຍ ຈົນເກີດຄວາມເປັນຫ່ວງກັງວົນ ເພາະຫຼາຍອັນກໍມີຂໍ້ບົກຜ່ອງ ໂດຍບໍ່ໄດ້ເປັນຈິງ ແລະ ເຟີເຟັກ (perfect) ຄືກັບຊີວິດຈິງ.
ແຫຼ່ງຂໍ້ມູນດັ່ງກ່າວຍັງເປີດເຜີຍໃຫ້ຮູ້ວ່າ ປະເທດມາເລເຊຍ ສິງກະໂປ ເກົາຫຼີໃຕ້ ແລະ ໄທ ໄດ້ດຳເນີນການນຳໃຊ້ສື່ສັງຄົມອອນລາຍແລ້ວ ໃນການຕິດຕາມເບິ່ງແຍງຜູ້ຊົມໃຊ້ສື່ສານດັ່ງກ່າວ ສຳລັບບ້ານເຮົາຂ່າວສານປະເທດລາວ ໄດ້ອອກຂ່າວກ່ຽວກັບຄວາມຮູ້ບາງດ້ານກ່ຽວກັບສື່ແບບໃໝ່ ລົງວັນທີ 10/5/2019 ທີ່ເຜີຍໃຫ້ຮູ້ວ່າ: ສະຖິຕິຈາກສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ປີ 2018 ທີ່ຜູ້ນຳໃຊ້ເຟສບຸກທົ່ວປະເທດທັງໝົດ 2,4 ລ້ານບັນຊີ ກວມເອົາ 30 ກວ່າສ່ວນຮ້ອຍຂອງພົນລະເມືອງລາວ ເຊິ່ງປີ 2019 ກໍມີທ່າອ່ຽງເພີ່ມຂຶ້ນ ມີຜູ້ອ່ານຂ່າວອອນລາຍເຖິງ 91% ແຫຼ່ງຂ່າວດັ່ງກ່າວເນັ້ນວ່າ ຕ້ອງການວິທີການທີ່ຖືກຕ້ອງເພື່ອແນະນຳໃຫ້ສັງຄົມບໍລິໂພກສື່ຢ່າງຖືກວິທີ ແລະ ມີຄວາມຮັບຜິດຊອບ.
ສັງລວມແລ້ວ ຜູ້ຂຽນຍັງປາກົດເຫັນໝູ່ເພື່ອນທີ່ໂພດລົງເຟສບຸກ ເພື່ອຕັກເຕືອນເຖິງການນຳໃຊ້ພາສາລາວໃຫ້ຖືກຕ້ອງ ມີບາງຄົນເວລາເວົ້າ ເວລາລົມ ຫຼື ໂພດຂໍ້ຄວາມກໍນຳໃຊ້ສັບສຳນວນພາສາເພື່ອນບ້ານຂານຮັບກັນຈົນບໍ່ຮູ້ສຶກກະດຽມຄີງ ວ່າຕົນເປັນຄົນລາວ ບັນຫານີ້ບໍ່ຄວນຖືເບົາລະເລີຍ ເພາະມັນຈະກືນກິນວັດທະນະທຳໄປໃນໂຕ.
ດັ້ນກີບເມກ