ວັນຈັນ ທີ 16 ທັນວາ 2019 02:10:22
ຄົນລາວຄວນພູມໃຈໃນບັນພະບຸລຸດຂອງຕົນທີ່ສາມາດສອນໃຫ້ເບິ່ງບັນຫາ ແລະ ຮູ້ຈັກບັນຫາຈາກການຫຼັບນອນ ເຊັ່ນ: ເພິ່ນສອນວ່າ ຜູ້ຢູ່ຕ່ຳໃຫ້ນອນຫງາຍ ຜູ້ຢູ່ສູງໃຫ້ນອນຂວ້ຳ ໃນມູມກັບກັນ ຖ້າວ່າຜູ້ຢູ່ຕ່ຳຜັດຂວ້ຳ ແລະ ຜູ້ຢູ່ສູງຜັດນອນຫງາຍອີກ ທ່ານຜູ້ອ່ານລອງຄິດທຽບເບິ່ງວ່າການນອນແບບນັ້ນ ຜູ້ກ່ຽວຈະເຫັນຫຍັງແນ່ ? ຜູ້ຢູ່ຕ່ຳຖ້າບໍ່ຮູ້ໂຕເອງວ່າລະດັບທີ່ຕົນຢູ່ນັ້ນຕ່ຳແລ້ວຫຼົງຫຼຽວເບິ່ງແຕ່ມູມຕ່ຳກໍຈະເຫັນແຕ່ດິນ ແລະ ຫຍ້າ ແຕ່ຖ້າຮູ້ໂຕເອງແລ້ວນອນຫງາຍກໍຈະເບິ່ງເຫັນຫຼັງຄາເຮືອນວ່າມັນມີບ່ອນຮົ່ວ ຫຼື ບໍ່ ?.
ຜູ້ຢູ່ສູງ ຖ້ານອນຫງາຍຢ່າງດຽວກໍຄົງຈະເຫັນແຕ່ເດືອນດາວສວຍງາມ ຈົນເບິ່ງບໍ່ເຫັນວ່າຂ້າງລຸ່ມນັ້ນມີຜູ້ຮ້າຍຊາຍໂຈນມາລັກ ງົວ-ຄວາຍ ຫຼື ນອນຂວ້ຳກໍສາມາດເບິ່ງເຫັນບັນຫາຕ່າງໆທີ່ຈະເກີດຂຶ້ນອ້ອມຕົວເຮົາ ແລ້ວຄິດຫາທາງແກ້ປ້ອງກັນໄວ້ຈຶ່ງເປັນການບໍ່ປະໝາດ ເອີ້ນວ່າ: ກັນໄວ້ດີກວ່າ ຈະມາແກ້ໄຂໃນພາຍຫຼັງ ບົດຮຽນຈາກການນອນ ຄົນລາວບູຮານບໍ່ພຽງແຕ່ສອນໃຫ້ມີສະຕິເບິ່ງບັນຫາໃຫ້ຮອບຄອບຢ່າງດຽວ ແຕ່ເພິ່ນຍັງສອນໃຫ້ມີສະຕິວ່າ ຄົນເຮົາບໍ່ຄວນຫຼົງສະຕິນອນລະເມີ ລໍຄອຍໃຫ້ໂຊກວາດສະໜາດົນບັນດານ ແລະ ບໍ່ຄວນເຂົ້າໃຈແບບຜິດໆວ່າ ພະພຸດທະສາສະໜາສອນໃຫ້ເຊື່ອໃນໂຊກວາດສະໜາ ຈົນຜູ້ກ່ຽວບໍ່ລົງມືປະກອບວຽກງານ ເພາະໃນຄວາມເປັນຈິງ ຄຳວ່າວາດສະໜາມັນມີຄວາມໝາຍວ່າ ຄື: ພຶດຕິກຳທີ່ເກີດຂຶ້ນຈາກຊີວິດຈິງ ເຊັ່ນ: ຖ້າຄົນໃດສ້າງກຳດີກໍຈະໄດ້ຜົນດີ ສ້າງກຳຊົ່ວກໍຈະໄດ້ຮັບຜົນຄືບາບ ເປັນທຸກເກີດຂຶ້ນໃນຊີວິດບໍ່ສາມາດໜີມົ້ມກຳທີ່ຕົນສ້າງໄດ້ !.
ເຫດຜົນຂ້າງເທິງທີ່ເວົ້າເລື່ອງການນອນຫຼັບໃຫ້ເປັນ ຫຼື ໃຫ້ເກີດປະໂຫຍດນັ້ນ ຖືເປັນຄະຕິການດຳເນີນຊີວິດທີ່ຄົນລາວບູຮານຢາກສອນລູກຫຼານ ບໍ່ວ່າເຮົາຈະຕີຄວາມໝາຍທາງການປົກຄອງກໍສາມາດສື່ສານຄວາມໝາຍໄດ້ວ່າ ການບຳບັດທຸກ ບຳລຸງສຸກ ໃຫ້ປະຊາຊົນນັ້ນ ຍ່ອມຕ້ອງໄດ້ຫຼຽວເບິ່ງຮອບດ້ານໃຫ້ເຫັນຫຼາຍມູມ ທັງບໍ່ເປັນຜູ້ເຫັນແກ່ເງິນແສນໄຖ່ໃຫ້ເຫັນແກ່ໃຜ່ແສນເມືອງ.
ການສ້າງຄອບຄົວຂອງຄົນລາວທີ່ອາໄສຢູ່ເຮືອນໃຫ້ມີຂື່ ຂ້າວ ແລະ ຂາງ ຫຼື ມີກະລ່າງເຮືອນທີ່ສາມາດເປັນທີ່ເກັບຮັກສາເຄື່ອງໃຊ້ຫາກິນ ຫຼື ສັດລ້ຽງ ຜູ້ນຳຄອບຄົວ ເຊັ່ນ: ພໍ່ ແມ່ ຈຶ່ງມີພາລະໜັກພໍສົມຄວນ ທັງຕ້ອງອົບຮົມບົ່ມສອນນິໄສໃຈຄໍ ແລະ ຮີດຄອງປະເພນີລາວໃຫ້ແກ່ລູກຍິງ ແລະ ຊາຍ ເຊັ່ນ: ເລື່ອງການອອກເຮືອນຂອງລູກຍິງໃຫ້ຮູ້ຈັກເຮືອນສາມນ້ຳສີ່ ຫຼື ໄຟໃນບໍ່ໃຫ້ອອກ ໄຟນອກບໍ່ໃຫ້ເຂົ້າໃຈບັນດາຂະໜົບທຳນຽມຕ່າງໆທີ່ເປັນວັດທະນະທຳຊີວິດຂອງຄົນລາວໃນອະດີດ ຖ້າຄິດວ່າອັນໃດນຳມາປະຕິບັດ ແລ້ວເກີດຄວາມສະຫງົບໃຫ້ສັງຄົມເຮົາຈະຍັງຖືເບົາອີກ ຫຼື ບໍ່ ?.