ວັນຈັນ ທີ 16 ທັນວາ 2019 01:14:01
ບໍລິສັດ ສະຫຍາມຄູໂບຕ້າ ຈຳກັດ ໄດ້ຈັບສະຫຼາກມອບໂຊກຄືນກຳໄລໃຫ້ລູກຄ້າຄັ້ງທຳອິດ ຈັດຂຶ້ນວັນທີ 15 ມິຖຸນາ 2019 ຢູ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ມີທ່ານ ບຸນເກີດ ສະລຽວໄຊ ຄະນະຜູ້ບໍລິຫານບໍລິສັດ ສະຫຍາມຄູໂບຕ້າ ຈຳກັດ ພ້ອມດ້ວຍບັນດາຕົວແທນຈຳໜ່າຍລົດຄູໂບຕ້າ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການຈັບສະຫຼາກ Kubota ZT ຄັ້ງນີ້ ເພື່ອຕອບແທນບຸນຄຸນລູກຄ້າທີ່ຊື້ເຄື່ອງຈັກກາຊວນ Kubota ZT RT ຫຼື ໂຄງສະຫຍາມ NC Plus X ທຸກແບບຈະມີສິດລຸ້ນຮັບລາງວັນຫຼາຍກວ່າ 270 ລ້ານກີບ ໃນນັ້ນ ມີລົດຈັກຮອນດ້າເວບ 100 ຈຳນວນ 18 ລາງວັນ ແລະ ໂທລະພາບສີ ຊຳຊຸງ 32 ນິ້ວ ຈຳນວນ 12 ລາງວັນ ໂດຍມີກຳນົດ ແລະ ເງື່ອນໄຂເຊັ່ນ: ລູກຄ້າທີ່ຊື້ຈັກກະຊວນ ZT ຫຼື RT ແລະ ໂຄງສະຫຍາມ NC Plus X ທຸກແບບຈະໄດ້ຮັບສິດລຸ້ນຮັບລາງວັນ ເຊິ່ງການຊີງລາງວັນຄັ້ງນີ້ລູກຄ້າທີ່ຊື້ໃນໄລຍະເດືອນກຸມພາຫາເດືອນທັນວາ 2019 ເທົ່ານັ້ນ ຊື້ຫຼາຍ?ສົ່ງຫຼາຍມີໂອກາດລຸ້ນຮັບລາງວັນຫຼາຍຂຶ້ນ.
ສຳລັບລູກຄ້າທີ່ໄດ້ຮັບລາງວັນຄັ້ງນີ້ມີ ລົດຈັກຮອນດ້າເວບ 100 ຈຳນວນ 6 ລາງວັນ ໄດ້ແກ່ທ້າວ ອາເລ້ ເມືອງນ້ຳບາກ ແຂວງຫຼວງພະບາງ ທ້າວ ມ້າວ ລີຟຸງ ເມືອງຄູນ ແຂວງຊຽງຂວາງ ທ້າວ ກຽງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ທ້າວ ລ້ານ ເມືອງຊະນະຄາມ ແຂວງວຽງຈັນ ທ້າວ ບຸນສີ ເມືອງແປກ ແຂວງຊຽງຂວາງ ແລະ ນາງ ສົມລືດີ ເມືອງສັງທອງ ນະຄອນຫຼວງວຽງຈັນ ລາງວັນໂທລະພາບສີຊຳຊຸງມີ 4 ລາງວັນ ສ່ວນການຈັບສະຫຼາກຄັ້ງທີ 2 ຈະຈັດຂຶ້ນວັນທີ 14 ກັນຍາ 2019 ແລະ ຄັ້ງສຸດທ້າຍວັນທີ 20 ມັງກອນ 2020.