ວັນເສົາ ທີ 7 ທັນວາ 2019 01:01:23
ວັນທີ 23 ມິຖຸນາ 2019 ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ບາງກອກ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດເຂົ້າຮ່ວມງານລ້ຽງ ຈັດໂດຍສະຖາບັນຍຸດທະສາດ ຄິງສະລີ ຂອງມາເລເຊຍ ສະຖາບັນສ້າງຊາດ ປະເທດໄທ ຫ້ອງການເສດຖະກິດ-ການຄ້າຮົງກົງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບລາງວັນກຽດຕິຄຸນ (Distinguished ASEAN Lifetime Achievement Award) ອັນສູງສົ່ງໜຶ່ງຂອງອາຊຽນ ໂດຍຍ້ອງຍໍສະເພາະລະດັບຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາ ການພັດ ທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ.
ໃນໂອກາດດັ່ງກ່າວ ພະນະທ່ານ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວຄວາມຮູ້ສຶກທີ່ໄດ້ຮັບກຽດຢ່າງສູງ ທີ່ສະຖາບັນຍຸດທະສາດ ຄິງສະລີ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຊີນເຂົ້າຮ່ວມງານລ້ຽງ ແລະ ມອບລາງວັນກຽດຕິຄຸນນີ້ ເຊິ່ງມີຄວາມ ໝາຍບໍ່ສະເພາະແຕ່ຕໍ່ຂ້າພະເຈົ້າ ແຕ່ຍັງຕໍ່ກັບປະຊາຊົນລາວນຳອີກ ໂດຍສະແດງເຖິງການຮັບຮູ້ຜົນງານການປະກອບ ສ່ວນອັນເລັກນ້ອຍເຂົ້າໃນການພັດທະນາລວມຂອງພາກພື້ນ ກໍຄື ການຫຼຸດຜ່ອນລະດັບຄວາມແຕກໂຕນດ້ານການພັດ ທະນາຂອງອາຊຽນ ໃນນີ້ ຍັງໄດ້ຕີລາຄາສູງຕໍ່ບົດບາດສຳຄັນຂອງສະຖາບັນຍຸດທະສາດ ຄິງສະລີ ທີ່ໄດ້ສົ່ງເສີມການຮ່ວມມືຢ່າງໃກ້ຊິດ ເປັນຂົວຕໍ່ທີ່ສຳຄັນລະຫວ່າງພາກລັດ ແລະ ເອກະຊົນ ໃນພາກພື້ນ ທີ່ສະຖາບັນໄດ້ສະໜອງບັນດາຂໍ້ສະເໜີແນະທາງດ້ານນະໂຍບາຍ ທີ່ມີລັກສະນະຍຸດທະສາດຕໍ່ພາກລັດ ແລະ ໃຫ້ຄຳປຶກສາແກ່ພາກທຸລະກິດ ເພື່ອຊຸກຍູ້ໃຫ້ການພົວພັນ ລະຫວ່າງພາກລັດ ແລະ ເອກະຊົນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ພ້ອມກັນນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ມີຄຳເຫັນວ່າ ສປປ ລາວ ຈະສືບຕໍ່ສຸມໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ ດ້ວຍການປັບປຸງລະບຽບ ກົດໝາຍ ແລະ ກົນໄກໃຫ້ມີຄວາມສອດ ຄ່ອງຂຶ້ນ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ.
ທ້າຍສຸດ ກໍໄດ້ສະແດງຄວາມຂອບໃຈ ໂດຍສະເພາະ ທ່ານ ໄມເຄີນ ໂຢ ປະທານສະຖາບັນຍຸດທະສາດ ຄິງສະລີ ແລະ ສະແດງຄວາມຊົມເຊີຍ ທ່ານ ອານັນ ປັນຍາລາຊຸນ ອະດີດນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ ທີ່ໄດ້ຮັບລາງວັນກຽດຕິຄຸນໃນມື້ດຽວກັນ.