ວັນພະຫັດ ທີ 12 ທັນວາ 2019 07:37:31
ເນື່ອງຈາກໄດ້ຮັບຟັງຄຳເຫັນຈາກຄົນອ້ອມຂ້າງ ທີ່ຢາກໃຫ້ຂຽນເລື່ອງກຳທີ່ສົ່ງຜົນຕໍ່ຊີວິດ ທັງກຳດີ ແລະ ກຳຊົ່ວ ຫຼື ຈະເປັນເວນກຳກໍຕາມ ເຊິ່ງທັງໝົດນັ້ນ ກໍຄື ການກະທຳທີ່ທຸກຄົນບໍ່ອາດສາມາດ ໜີມົ້ມຈາກຜົນກຳທີ່ຕົນໄດ້ສ້າງໄວ້ ແຕ່ຍາມໃດກໍຕາມທີ່ກຳຂອງຜູ້ກ່ຽວຍັງບໍ່ສົ່ງຜົນ ຄົນທີ່ສ້າງກຳຊົ່ວກໍຈະດີໃຈວ່າບາບບຸນຄຸນໂທດບໍ່ມີຈິງ.
ພະພຸດທະເຈົ້າໄດ້ສອນໄວ້ຢ່າງກົງໄປກົງມາວ່າ: ບຸກຄົນຫວ່ານພືດເຊັ່ນໃດ ຍ່ອມໄດ້ຮັບຜົນເຊັ່ນນັ້ນ ເຊິ່ງໝາຍຄວາມວ່າເຮັດດີຍ່ອມໄດ້ດີຄືຜົນຂອງການສ້າງກຳດີ ກໍຄື ຄວາມສຸກຈະຕາມມາ ເຊິ່ງຕ່າງກັບຜູ້ສ້າງກຳຊົ່ວ ເຊິ່ງຈະໄດ້ຜົນຄື ຄວາມທຸກທັງກາຍ ແລະ ໃຈ ເຖິງແມ່ນວ່າບາງຄົນຈະນອນຢູ່ເຮືອນຫຼັງໃຫຍ່ຂີ່ລົດຄັນງາມ ແຕ່ຊີວິດກໍຂາດຄວາມສຸກ ເພາະຈິດໃຈເປັນກັງວົນກັບພຶດຕິກຳຊົ່ວຂອງຕົນທີ່ສ້າງໄວ້ກັບຄົນອື່ນ ຫຼື ສັງຄົມ ແລະ ບາງກໍລະນີຖ້າຢູ່ໃນລະດັບເສຍຫາຍໃຫຍ່ຫຼວງ ສັງຄົມເຂົາກໍນຳເອົາໄປຊຸບຊິບນິນທາ ຮອດຕອນຍ່າງເຂົ້າຕະຫຼາດແມ່ຄ້າເຂົາກໍນິນທາກັນ ເຖິງພຶດຕິກຳສໍ້ໂກງ ຫຼື ທຸດຈະລິດ... ດັ່ງນັ້ນ ຈຶ່ງເຫັນໄດ້ວ່າເລື່ອງຂອງກຳ ຫຼື ກົດແຫ່ງກຳບໍ່ມີໃຜສາມາດໜີມົ້ມໄດ້ ແນ່ນອນບໍ່ໄວກໍຊ້າ ຄົນເຮົາກໍຍ່ອມໄດ້ຮັບຜົນຂອງກຳທີ່ຕົນສ້າງໄວ້.
ເວົ້າເລື່ອງກຳຄືການກະທຳ ພຸດທະສາສະໜາໄດ້ສອນໄວ້ລະອຽດ ເຊັ່ນ: ກຳເກົ່າ ແລະ ກຳໃຫມ່ຄື ໝາຍຄວາມວ່າບາງຄົນເກີດມາດີ ກຳເກົ່າກໍດີ ແຕ່ຊີວິດເລືອກທາງຜິດຈຶ່ງສ້າງກຳຊົ່ວໃໝ່ເກີດຂຶ້ນ ແນ່ນອນຜູ້ກ່ຽວຕ້ອງໄດ້ຮັບຜົນຂອງກຳນັ້ນ ແລະ ບາງຄົນໃນອະດີດເຄີຍສ້າງກຳເກົ່າບໍ່ດີໄວ້ພໍ ຕົກມາຊາດປັດຈຸບັນ ກໍຍັງສ້າງກຳຊົ່ວໜັກເຂົ້າຕື່ມອີກ ຊີວິດຈຶ່ງໄດ້ຮັບຜົນຂອງກຳຊົ່ວນັ້ນຢ່າງໄວວາ ເພາະບຸນເກົ່າບໍ່ມີຈະມາຊ່ວຍຄ້ຳໜູນໄວ້ໄດ້ !.
ບາງຄົນເພື່ອຄວາມສຸກສຳລານໃນຊີວິດ ຍ່ອມເຮັດກຳຊົ່ວ ຜິດສິນລະທຳ ແລະ ຜິດກົດໝາຍ ຊີວິດໄດ້ແຕ່ຫຼົບໆຊ້ອນໆຢູ່ບໍ່ເປັນສຸກ ຢ້ານເຂົາຈັບໄດ້ໄລ່ທັນ ແຕ່ບາງກໍລະນີຖືກຄູ່ກໍລະນີຈັບໄດ້ໄລ່ທັນ ຖືກຟ້ອງຮ້ອງຕົກຕຳແໜ່ງໜ້າທີ່ ຫຼື ບາງກໍລະນີກໍຖືກຄູ່ກໍລະນີທຸບຕີແກ້ແຄ້ນ ຈົນກາຍເປັນການລ້າງແຄ້ນຈອງເວນຈອງກຳກັນໄປກໍມີ ດ້ວຍເຫດນີ້ສຳລັບຜູ້ທີ່ຍັງບໍ່ເຫັນຜົນຂອງກຳຊົ່ວຈຶ່ງຍັງຄິດດີໃຈວ່າ: ນາລົກສະຫວັນບໍ່ມີດອກ ມີແຕ່ສຸກກັບທຸກ ຫຼື ລວຍກັບຈົນ ເຊິ່ງຄິດແບບນັ້ນເປັນພຽງການຄິດປອບໃຈຕົນເອງເທົ່ານັ້ນ ເພາະຖ້າວ່າໃຜທີ່ສ້າງກຳຊົ່ວໄວ້ແລ້ວ ເຖິງຈະບິນໜີກໍບໍ່ມົ້ມ ເວນກຳຈະຕາມມາແນ່ນອນ.
ດັ້ນກີບເມກ