ວັນພະຫັດ ທີ 12 ທັນວາ 2019 07:38:05
ເຄີຍຂຽນເລື່ອງສື່ສັງຄົມອອນລາຍມາຫຼາຍບົດແລ້ວ ຂຽນມາແຕ່ປີ 2014 ພຸ້ນ ໂດຍຍົກໃຫ້ເຫັນອັນດີ ແລະ ອັນອ່ອນ ກໍຄື ໄພອັນຕະລາຍຈະຕາມມາ ຖ້າບໍ່ມີການຄຸ້ມຄອງ ແລະ ເຂົ້າສູ່ລະບຽບກົດໝາຍ ບັນຫານີ້ມີທົ່ວໂລກ ປະເທດໃຫຍ່ໆກໍມີມາດຕະການ ເຊັ່ນ: ປະເທດສະຫະລັດອາເມຣິກາ ຖ້າໃຜຊິວີຊາເຂົ້າປະເທດເພິ່ນຕ້ອງແຈ້ງໃຫ້ຮູ້ກ່ຽວກັບການນຳໃຊ້ສື່ອອນລາຍ ໂດຍສະເພາະ ແມ່ນ Face Book ໃຫ້ເພິ່ນຮູ້ໃນໄລຍະ 5 ປີ ຜ່ານມາ ຢູ່ປະເທດຣັດເຊຍໃຜເຜີຍແຜ່ຂໍ້ມູນເປັນຂ່າວປອມຈະຖືກປັບໃໝມູນຄ່າສູງ ປະເທດໃກ້ຄຽງເຮົາເຊັ່ນ: ປະເທດໄທ ກໍມີຂ່າວຟ້ອງກັນຂຶ້ນໂຮງຂຶ້ນສານບໍ່ໜ້ອຍຄະດີ.
ຢູ່ປະເທດເຮົາກໍຕ້ອງຍອມຮັບວ່າມີກໍລະນີເກີດຂຶ້ນຄືເລົ່າມາຂ້າງເທິງເຊັ່ນກັນນັ້ນຄື ເຈົ້າໜ້າທີ່ເພິ່ນຮຽກຮ້ອງໃຫ້ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍ ໂດຍສະເພາະ ແມ່ນຜູ້ມີໜ້າອອນລາຍໃນເຟສບຸກທີ່ມັກສະເໜີຂ່າວຕ່າງໆຄືສຳນັກງານຂ່າວ.
ອີງຕາມແຫຼ່ງຂ່າວຈາກ ຂປລ ໃນວັນທີ 28/6/2019 ໃຫ້ຮູ້ວ່າ: (ຂປລ) ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນໄດ້ແຈ້ງໃຫ້ສຳນັກຂ່າວສານປະເທດລາວ ຊາບວ່າ: ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆທີ່ຈະມີການເຄື່ອນໄຫວສະໜອງ ເຜີຍແຜ່ ໂຄສະນາ ຂໍ້ມູນຂ່າວສານດ້ານຕ່າງໆ (ຫຼືເອີ້ນວ່າ ການເຄື່ອນໄຫວວຽກງານສື່ມວນຊົນ) ໃຫ້ແກ່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຜ່ານພາຫະນະສື່ມວນຊົນທຸກປະເພດ (ລວມທັງສື່ອອນລາຍທຸກປະເພດ) ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນຈຶ່ງເຄື່ອນໄຫວໄດ້.
ຕໍ່ວຽກງານສື່ມວນຊົນນີ້ ລັດຖະບານ ແຫ່ງ ສປປ ລາວ ຄຸ້ມຄອງສື່ມວນຊົນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງ ຖວທ (ເຊິ່ງມີກົມສື່ມວນຊົນເປັນເສນາທິການ) ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບບັນດາກະຊວງ ຂະແໜງອື່ນ ແລະ ອົງການປົກຄອງທ້ອງຖິ່ນ.
ໃນວັນທີ 27 ມິຖຸນາ 2019 ຜ່ານມານີ້ ສຳນັກຂ່າວສານປະເທດລາວ ໄດ້ອອກຂ່າວກ່ຽວກັບເຈົ້າໜ້າທີ່ກົມປະຊາສຳພັນ ຫ້ອງການ ສຳນັກງານນາຍົກລັດຖະມົນຕີ ແຈ້ງໃຫ້ຊາບວ່າ: ໜ້າຂ່າວອອນລາຍໃນເຟສບຸກ (Face Book) ທີ່ໃສ່ນາມຕົນເອງວ່າ “Support Prime Minister Thongloun Sisoulith” ແມ່ນບໍ່ມີສ່ວນກ່ຽວຂ້ອງກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແຕ່ປະການໃດ ໜ້າຂ່າວອອນລາຍ Face Book ນີ້ເຄື່ອນໄຫວໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕໍ່ບັນຫາດັ່ງກ່າວນີ້ ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ໃນຖານະຜູ້ຄຸ້ມຄອງວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນຂອງກະຊວງ ຖວທ ໄດ້ມີຄຳເຫັນວ່າ: ຕາມກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ປີ 2016 ໄດ້ລະບຸຈະແຈ້ງ ໃນມາດຕາທີ 15 ວ່າ ພາຫະນະສື່ມວນຊົນມີສອງປະເພດ ຄື: ສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ສ່ວນສື່ເອເລັກໂຕຣນິກ ປະກອບມີ ວິທະຍຸກະຈາຍສຽງ ໂທລະພາບ ໂທລະໂຄ່ງ ແລະ ສື່ແບບໃໝ່ (ເວບໄຊ ເວບເພດ ຫຼື ສື່ອອນລາຍຕ່າງໆ).
ຜ່ານມາໄດ້ມີການຈັດຕັ້ງຕ່າງໆ ບຸກຄົນ ແລະ ນິຕິບຸກຄົນ ໄດ້ສະເໜີສ້າງຕັ້ງສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ໃນນັ້ນ ມີທັງເວບໄຊ ເວບເພດ ແລະ ສື່ອອນລາຍປະເພດຕ່າງໆ ເຊັ່ນ: muan.la lao economic daily ແລະ ອື່ນໆ ເຊິ່ງໄດ້ເຄື່ອນໄຫວເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບແນວທາງນະໂຍບາຍ ກົດໝາຍ ແລະ ລະບຽບການ ຜົນງານການສ້າງສາພັດທະນາ ແລະ ປົກປັກຮັກປະເທດຊາດ ສ່ອງແສງວຽກດີຄົນເດັ່ນ ທັງເປີດເວທີແລກປ່ຽນຄຳຄິດ ຄຳເຫັນຂອງມວນຊົນ ແລະ ອື່ນໆ ແຕ່ໃນຂະນະດຽວກັນນີ້ ກໍຍັງມີ ເວບໄຊ ເວບເພດ ແລະ ສື່ອອນລາຍຈຳນວນໜຶ່ງ ເຄື່ອນໄຫວເຜີຍແຜ່ຂໍ້ມູນຂ່າວສານໃຫ້ມວນຊົນ ໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ ຍິ່ງໄປກວ່ານັ້ນ ຍັງມີສື່ອອນລາຍຈຳນວນບໍ່ໜ້ອຍໄດ້ເຜີຍແຜ່ຂ່າວປອມ ຂ່າວປັ້ນແຕ່ງຂຶ້ນ ຂ່າວຫຼອກລວງ ຂ່າວບິດເບືອນຄວາມຈິງ ຂ່າວລື ຂ່າວອະກຸສົນ ຂ່າວສຽດສີໃສ່ຮ້າຍປ້າຍສີຕ່າງໆນາໆ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ທັງສ້າງຄວາມສັບສົນໃນສັງຄົມ.
ທ່ານກ່າວຢ້ຳໃນຕອນທ້າຍວ່າ: ສະນັ້ນ ເພື່ອສົ່ງເສີມບົດບາດຂອງສື່ມວນຊົນ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ເກີດຜ່ານມາ ຈຶ່ງຮຽກຮ້ອງໃຫ້ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ເຄື່ອນ ໄຫວວຽກງານສື່ມວນຊົນທີ່ບໍ່ຖືກຕ້ອງຕາມກົດໝາຍ ຈົ່ງໄດ້ຮີບຮ້ອນມາສະເໜີຂໍອະນຸຍາດເຄື່ອນໄຫວຕາມກົດໝາຍ ແລະ ລະບຽບການຢູ່ທີ່ກົມສື່ມວນຊົນ ກະຊວງ ຖວທ ສ່ວນບຸກຄົນ ແລະ ການຈັດຕັ້ງທີ່ຢູ່ທ້ອງຖິ່ນກໍໃຫ້ພົວພັນກັບພະແນກ ຖວທ ແຂວງ ແລະ ນະຄອນຫຼວງ.
ສະນັ້ນ ຜູ້ເຄື່ອນໄຫວກໍຄວນປະຕິບັດຕາມເພິ່ນ ເຂົ້າໄປພົວພັນແຈ້ງ ແລະ ອະທິບາຍບັນຫາຈະດີທີ່ສຸດ...ຫາກຍັງເຄື່ອນໄຫວດ້ວຍການລົງພິມຂ່າວຢູ່ຕໍ່ໄປ ແນ່ນອນການຈັດຕັ້ງເພິ່ນກໍຈະມີມາດຕະການອື່ນຕາມລະບຽບກົດໝາຍ ໝົດທຸກຄົນໃນສັງຄົມຕ້ອງຢູ່ພາຍໃຕ້ກົດໝາຍນໍ ?.
ຂໍໃຫ້ເຂົ້າໃຈວ່າ ເພິ່ນຮຽກຮ້ອງໃຫ້ໄປລົງ ທະບຽນ ບໍ່ແມ່ນເພິ່ນສັ່ງປິດ... ຫາກມີການເຄື່ອນໄຫວສ້າງກະແສວ່າ ຖືກສັ່ງປິດນັ້ນ ມັນຈະລາມປາມໄປເປັນເລື່ອງໃໝ່ເນີ ! ຂໍສະເໜີແລກປ່ຽນ.