ວັນອາທິດ ທີ 8 ທັນວາ 2019 04:34:09
ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ຮ່ວມກັບບໍລິສັດ ອິງໂວລູເຊັນ ຈຳກັດ ແຫ່ງປະເທດໄທ ຈັດເຝິກອົບຮົມຫຼັກສູດ ການພັດທະນາຜູ້ນຳດ້ານຂໍ້ມູນຂ່າວສານຂຶ້ນວັນທີ 17 ກໍລະກົດ 2019 ທີ່ ສຊປລ ມີທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ທ່ານ ປີຢາ ຢາທໍ່ຕູ້ ຫົວໜ້າກົມພັດທະນາອາຊີບ ສຊປລ ທ່ານນາງ ສຸມານີ ປິ່ນເວຫາ ປະທານກຳມະການຜູ້ຈັດການບໍລິສັດ ອິງໂວລູເຊັນ ຈຳກັດ ແຫ່ງປະເທດໄທ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ສຳມະນາກອນເຂົ້າຮ່ວມ.
ເພື່ອເປັນການສ້າງຂະບວນການຕ້ອນຮັບ ກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ສຊປລ ເປັນເຈົ້າພາບ ແລະ ເປັນການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ບັນດາຊາວໝຸ່ມ ກໍຄື ຜູ້ປະກອບການໃນຂະແໜງການຕ່າງໆໃຫ້ທັນຍຸກທັນສະໄໝ ໃນຍຸກຂອງການແຂ່ງຂັນດ້ານຂໍ້ມູນຂ່າວສານ ເຕັກໂນໂລຊີ ເພື່ອກຽມຄວາມພ້ອມໃນການຮັບມືກັບສະພາບການປ່ຽນແປງໃໝ່ ຍົກລະດັບການຄຸ້ມຄອງ-ບໍລິຫານ ເພື່ອພັດທະນາທັກສະໃນການບໍລິຫານ-ຈັດການໃຫ້ທັນສະໄໝເປັນກ້າວໆ.
ການສຳມະນາຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການຮູ້ຈັກຄວາມເປັນຕົນເອງ ຮູ້ຈັກສຶກສາຕົນເອງ ແລະ ເປັນຜູ້ນຳທີ່ມີວິໄສທັດທີ່ເປັນເອກະລັກສະເພາະ ການສະແດງອອກ ແລະ ການສື່ສານທີ່ສອດຄ່ອງກັບຕົນເອງ ແລະ ຄວາມເປັນຜູ້ນຳອົງການດ້ວຍຫົວໃຈ.