ວັນອາທິດ ທີ 8 ທັນວາ 2019 04:33:15
ພິທີວາງສີລາລຶກໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ໄລຍະ 3 ຈັດຂຶ້ນວັນທີ 19 ກໍລະກົດ 2019 ທີ່ສະຖາບັນການເງິນດົງຄຳຊ້າງ ເປັນກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທ່ານ ຫງວຽນ ບາຮຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ທ່ານ ດິງ ຕຽນຢຸງ ລັດຖະມົນຕີກະຊວງການເງິນຫວຽດນາມ ມີຫົວໜ້າບໍລິສັດ ຈິດຈະເລີນກໍ່ສ້າງຈຳກັດ ພ້ອມດ້ວຍຂະແໜງການກ່ຽວຂ້ອງ.
ໂຄງການກໍ່ສ້າງສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ໄລຍະ 3 ປະກອບດ້ວຍ ອາຄານຮຽນ 1 ຫຼັງ ສູງ 3 ຊັ້ນ ກໍ່ສ້າງຫໍພັກນັກສຶກສາຈຳນວນ 2 ຫຼັງ ສູງ 3 ຊັ້ນ ສະໜອງທີ່ຢູ່ອາໄສໃຫ້ແກ່ນັກສຶກສາໄດ້ 448 ຄົນ ກໍ່ສ້າງສະໜາມກີລາໃນຮົ່ມ 1 ຫຼັງ ສ້າງສະໜາມກີລາກາງແຈ້ງ 1 ແຫ່ງ ສ້າງໂຄງລ່າງເຕັກນິກນອກອາຄານ ຕິດຕັ້ງ ແລະ ປະກອບບັນດາອຸປະກອນທີ່ຈຳເປັນຈຳນວນໜຶ່ງ ມູນຄ່າການກໍ່ສ້າງ 65,258 ຕື້ກີບ ຫຼື 176,198 ຕື້ດົງ ໃນນີ້ ທຶນການຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ 58,733 ຕື້ກີບ ຫຼື 158,579 ຕື້ດົງ ໂດຍແມ່ນບໍລິສັດຫຸ້ນສ່ວນກໍ່ສ້າງ ບໍລິການ ແລະ ການຄ້າ 68 ເປັນຜູ້ຮັບເໝົາກໍ່ສ້າງ ໄລຍະເວລາການກໍ່ສ້າງແມ່ນ 2 ປີ (2019-2021).
ທັງນີ້ ກໍເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີມິດຕະພາບລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ຕອບສະໜອງຄວາມຕ້ອງການພື້ນຖານວັດຖຸເພື່ອພັດທະນາສະຖາບັນໃຫ້ກາຍເປັນສູນການສຶກສາ ແລະ ຄົ້ນຄວ້າດ້ານການເງິນ ຮັບປະກັນໃນການກໍ່ສ້າງນັກສຶກສາໃຫ້ມີຄວາມຮູ້ຄວາມສາມາດ.