ຂ່າວຫຼ້າສຸດ

ຊ່ອງວ່າງກົດໝາຍກັບອະບາຍະມຸກຕ່າງໆໃນສັງຄົມ

175 22 ກ.ລ. 2019 ຫົວຂໍ້ຂ່າວອື່ນໆ

    ປຶ້ມ​ວັດ­ຈະ­ນາ­ນຸ­ກົມ​ພາ­ສາ​ລາວ ເຊິ່ງ​ຈັດ​ພິມ​ໂດຍ​ສະ​ຖາ​ບັນ​ວິ­ທະ­ຍາ­ສາດ​ສັງ­ຄົມ​ແຫ່ງ​ຊາດ ເມື່ອ​ປີ 2012 ໜ້າ 924-925 ໄດ້​ອະ­ທິ­ບາຍ​ຄຳ​ສັບ​ອະ­ບາຍ ແລະ ອະ​ບາ​ຍະ​ມຸກ​ໄວ້​ວ່າ: ອະ­ບາຍ​ແມ່ນ​ບ່ອນ​ບໍ່​ມີ​ຄວາມ​ຈະ­ເລີນ ຄວາມ​ຈິບ­ຫາຍ ອະ​ບາ​ຍະ​ມຸກ​ແມ່ນ​ທາງ​ແຫ່ງ​ຄວາມ​ຈິບ­ຫາຍ ເຫດ​ແຫ່ງ​ຄວາມ​ຈິບ­ຫາຍ ໃນ​ຫຼັກ​ທຳ​ແຫ່ງ​ສາ­ສະ­ໜາ​ພຸດ ໄດ້​ກຳ­ນົດ​ອະ​ບາ​ຍະ​ມຸກ​ມີ​ສອງ​ໝວດ​ຄື ໝວດ​ໜຶ່ງ​ອະ​ບາ​ຍະ​ມຸກ​ສີ່​ໄດ້­ແກ່​ເປັນ​ນັກ­ເລງ ເປັນ​ຂີ້​ເຫຼົ້າ​ເມົາ​ສຸ­ລາ ເປັນ​ນັກ​ຫຼິ້ນ​ການ​ພະ­ນັນ ແລະ ຄົບ​ຄົນ​ຊົ່ວ​ເປັນ​ໝູ່ ໝວດ​ສອງ​ໄດ້­ແກ່​ອະ​ບາ​ຍະ​ມຸກ​ຕິດ​ຢາ​ເສບ​ຕິດ ດື່ມ​ເຫຼົ້າ ທ່ຽວ​ກາງ­ຄືນ ປະ­ພຶດ​ແນວ​ບໍ່​ດີ.

    ສັງ­ຄົມ​ປັດ­ຈຸ­ບັນ ໄດ້​ເອື້ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ອະ­ບາຍ​ຍະ​ມຸກ​ບາງ​ປະ­ເພດ ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ຂອງ​ລັດ​ວາງ​ອອກ (ກົດ­ໝາຍ​ບໍ່​ໄດ້​ເກືອດ​ຫ້າມ) ເຊິ່ງ​ຍັງ​ປ່ອຍ​ໃຫ້​ມີ​ການ​ຊື້-ຂາຍ-ອຸ­ປະ­ໂພກ-ບໍ­ລິ­ໂພກ-ການ​ເສບ-ການ​ຫຼິ້ນ​ໄດ້​ໂດຍ​ບໍ່​ຜິດ​ກົດ­ໝາຍ ເປັນ­ຕົ້ນ​ແມ່ນ​ຍັງ​ມີ​ໂຮງ­ງານ​ຜະ­ລິດ ແລະ ມີ​ການ​ຊື້-ຂາຍ​ຢາ­ສູບ​ກັນ​ຢ່າງ​ເປີດ­ເຜີຍ​ຢູ່​ໃນ​ສັງ­ຄົມ ເພາະ​ຖືກ​ຈັດ​ຢູ່​ໃນ​ໝວດ​ຢາ​ເສບ​ຕິດ​ຊະ­ນິດ​ໜຶ່ງ ເຊິ່ງ​ປະ­ກອບ​ຂຶ້ນ​ດ້ວຍ​ສານ​ນິ​ໂກ​ຕິນ ເມື່ອ​ຜູ້​ໃດ​ສູບ­ຢາ​ເຂົ້າ​ໄປ​ໃນ​ປະ­ລິ­ມານ​ຫຼາຍໆ ສານ​ດັ່ງ­ກ່າວ ຈະ​ໄປ​ທຳ­ລາຍ​ລະ­ບົບ​ປອດ (ປອດ​ແຫ້ງ) ໄອ ປາກ​ເໝັນ ແຂ້ວ​ເຫຼືອງ (ດຳ) ຮ່າງ­ກາຍ​ຈ່ອຍ​ຜອມ ແລະ ອື່ນໆ.

    ນອກ­ຈາກ​ນັ້ນ ອະ​ບາ​ຍະ​ມຸກ​ທີ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ຍັງ​ມີ​ເຫຼົ້າ-ເບຍ ແລະ ນ້ຳ​ມຶນ­ເມົາ​ຕ່າງໆ ເຊິ່ງ​ແມ່ນ​ສິນ­ຄ້າ​ຟຸມ​ເຟືອຍ​ປະ­ເພດ​ໜຶ່ງ ທີ່​ລັດ​ມີ​ການ​ຈັດ​ເກັບ​ພາ­ສີ-ອາ­ກອນ​ສູງ​ສົມ­ຄວນ ແຕ່​ສິນ­ຄ້າ​ເຫຼົ່າ​ນີ້ ກໍ​ຍັງ​ຖື​ວ່າ​ເປັນ​ອະ­ບາຍ​ຍະ​ມຸກ​ທີ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ຢູ່ ເພາະ​ມີ​ການ​ອະ­ນຸ­ຍາດ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ ຫຼື ຜະ­ລິດ​ເອງ​ພາຍ​ໃນ​ປະ­ເທດ ແລະ ມີ​ການ​ຊື້-ຂາຍ-ດື່ມ​ກັນ​ແບບ​ເປີດ​ແປນ​ໃນ​ທົ່ວ​ສັງ­ຄົມ ທັງ​ທີ່​ຮູ້​ວ່າ​ມັນ​ບໍ່​ດີ ດື່ມ​ແລ້ວ​ເສຍ​ຊັບ​ສິນ-ເງິນ​ຄຳ ເສຍ​ສຸ­ຂະ­ພາບ ເສຍ​ນິ­ໄສ ເສຍ​ບົດ­ບາດ ເສຍ​ການ-ເສຍ​ງານ ເສຍ​ຄອບ-ເສຍ​ຄົວ ດື່ມ​ແລ້ວ​ຂັບ ກາຍ­ເປັນ​ສາ­ເຫດ​ຫຼັກ​ພາ­ໃຫ້​ເກີດ​ມີ​ອຸ­ບັດ­ເຫດ ແຕ່​ຕາບ­ໃດ​ທີ່​ຍັງ​ມີ​ໂຮງ­ງານ​ຜະ­ລິດ-ມີ​ການ​ໂຄ­ສະ­ນາ​ຊວນ​ເຊື່ອ​ໃນ​ການ​ຊື້-ຂາຍ-ອຸ­ປະ­ໂພກ-ບໍ­ລິ­ໂພກ ຄົນ​ຢູ່​ໃນ​ສັງ­ຄົມ​ເຮົາ​ຄື​ຊູ່​ມື້­ນີ້ ກໍ​ຄົງ​ຢຸດ​ເຊົາ​ການ​ດື່ມ​ອະ­ບາຍ​ຍະ​ມຸກ​ປະ­ເພດ​ນ້ຳ​ເມົາ​ນີ້​ບໍ່​ໄດ້​ແນ່­ນອນ...

    ຫວຍ (ເລກ) ເປັນ​ການ​ພະ­ນັນ​ປະ­ເພດ​ໜຶ່ງ​ທີ່​ຖືກ​ກົດ­ໝາຍ ເພາະ​ທາງ​ການ​ເພິ່ນ​ເປີດ​ໃຫ້​ຊື້-ຂາຍ​ກັນ 1 ຄັ້ງ​ຕໍ່​ອາ­ທິດ​ຄື: ວັນ​ພຸດ (ຍົກ­ເວັ້ນ​ຫວຍ​ເຖື່ອນ) ເພາະ​ທີ່​ສາ­ມາດ​ເວົ້າ​ແນວ​ນີ້​ໄດ້ ກໍ​ເພາະ­ວ່າ​ນິ​ຍາມ​ຂອງ​ການ​ພະ­ນັນ​ຂັນ​ຕໍ່​ແມ່ນ​ການ​ສັນ­ຍາ​ກັນ ແລະ ມີ​ຜູ້​ໄດ້-ຜູ້​ເສຍ ຮູບ​ແບບ​ຂອງ​ຫວຍ​ກໍ​ຄື​ກັນ ຜູ້​ຊື້​ຫວຍ​ເປັນ​ຜູ້​ຈ່າຍ (ເສຍ) ເງິນ​ຊື້ ໃນ​ຂະ­ນະ​ທີ່​ຜູ້​ຂາຍ (ແມ່​ຫວຍ) ເປັນ​ຜູ້​ໄດ້​ເງິນ ໝາຍ​ຄວາມ​ວ່າ ຄົນ​ຊື້​ເປັນ​ລ້ານ ຄົນ​ຖືກ​ຫວຍ​ພຽງ​ເປັນ​ຮ້ອຍ ຫຼື​ບາງ​ງວດ​ອາດ​ບໍ່​ມີ​ຈັກ​ຄົນ​ຖືກ​ຫວຍ​ຊ້ຳ​ກໍ​ມີ ເວົ້າ​ງ່າຍໆ​ກໍ​ຄື​ເກັບ​ເງິນ​ນຳ​ຄົນ​ຈຳ­ນວນ​ຫຼາຍ (ຂາຍ​ຫວຍ) ເອົາ​ມາ​ໃຫ້​ຄົນ​ຈຳ­ນວນ​ໜ້ອຍ (ຖ້າ​ມີ​ຄົນ​ຖືກ​ຫວຍ) ແລະ ຖ້າ​ບໍ່​ມີ​ໃຜ​ຖືກ ກໍ​ຖື​ວ່າ​ມີ​ໂອ­ກາດ​ເສຍ​ເງິນ​ໄປ​ລ້າໆ.

ໂດຍ: ມະ­ຕິ​ຊົນ

ຂ່າວທີ່ກ່ຽວຂ້ອງ