ວັນອາທິດ ທີ 8 ທັນວາ 2019 04:43:05
ກອງປະຊຸມສັບປະດາຊາວໜຸ່ມອາຊຽນ ຄັ້ງທີ 23 ຈັດຂຶ້ນວັນທີ 18 ກໍລະກົດ 2019 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີບັນດານັກທຸລະກິດຊາວໜຸ່ມ 10 ປະເທດອາຊຽນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນຕໍ່ກັບບົດບາດຂອງນັກທຸລະກິດໜຸ່ມ ເພື່ອສ້າງປະຊາຄົມອາຊຽນຕາມວິໄສທັດ ເພື່ອເສີມສ້າງຄວາມເຂັ້ມແຂງທາງດ້ານຄວາມສາມັກຄີ ຄວາມຍືນຍົງ ແລະ ຄວາມອຸດົມສົມບູນໃນໝູ່ຊາວໜຸ່ມອາຊຽນ ພ້ອມນັ້ນ ເພື່ອສົ່ງເສີມຄວາມເຂົ້າໃຈ ການແລກປ່ຽນປະສົບການ ທັດສະນະ ແລະ ຄວາມຄິດເຫັນໃນໝູ່ຊາວໜຸ່ມອາຊຽນ ແລະ ເພື່ອຄວາມສຳເລັດ ສືບຕໍ່ສ້າງເປົ້າໝາຍສູ່ສັນຕິພາບ ແລະ ຄວາມເຫັນດີໃນຊາວໜຸ່ມອາຊຽນ.
ກອງປະຊຸມບັນດາຊາວໜຸ່ມແຕ່ລະປະເທດອາຊຽນໄດ້ຂຶ້ນນຳສະເໜີຜົນງານຂອງຕົນທີ່ໄດ້ຜ່ານການຄັດເລືອກຜົນງານດີເດັ່ນ ເພື່ອຮັບລາງວັນຊາວໜຸ່ມດີເດັ່ນ ປະຈຳປີ 2019 ໂດຍເລີ່ມຈາກປະເທດ ບຣູໄນ ດາລູສະລາມ ນຳສະ ເໜີຫົວຂໍ້ກ່ຽວກັບການແບ່ງປັນ ແລກປ່ຽນຄວາມຄິດເຫັນຂອງຄົນຮຸ່ນໜຸ່ມ ຕົວແທນຊາວໜຸ່ມ ກຳປູເຈຍ ສະເໜີຜົນງານການເປັນອາສາສະໝັກຊ່ວຍເຫຼືອສັງຄົມ ຕົວແທນຊາວໜຸ່ມ ອິນໂດເນເຊຍ ນຳສະເໜີການເຮັດກະສິກຳເພື່ອອາຫານສະອາດ ຕົວແທນຊາວໜຸ່ມ ສສ ຫວຽດນາມ ສະເໜີກ່ຽວກັບການສ້າງອະນາຄົດຂອງຊາດ ຕ້ອງສ້າງຄົນຮຸ່ນໜຸ່ມ ແລະ ປະເທດອື່ນໆ ສຳລັບນັກທຸລະກິດໜຸ່ມແຫ່ງຊາດລາວໄດ້ຮັບລາງວັນແມ່ນກຸ່ມບໍລິສັດ ລ່ອງແຈ້ງພັດທະນາ ຈຳກັດ ຂອງທ່ານ ຖາວອນ ອາດສະໝຸດ ທີ່ໄດ້ນຳສະເໜີ ກ່ຽວກັບໂຄງການພັດທະນາການທ່ອງທ່ຽວທີ່ຕິດພັນກັບການຊຸກຍູ້ສ້າງວຽກເຮັດງານທຳໃຫ້ກັບຊາວໜຸ່ມ ແລະ ການພັດທະນາການສຶກສາ ການປະກອບສ່ວນສ້າງໂຮງຮຽນ.
ໃນກອງປະຊຸມດັ່ງກ່າວ ທ່ານ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດມອບລາງວັນແກ່ນັກທຸລະກິດໜຸ່ມດີເດັ່ນແຫ່ງຊາດລາວ ປະກອບມີ ບໍລິສັດທີ່ປຶກສາຟ້າວັດທະນາ ໂຮງຮຽນນາໆຊາດ ອົດສະຕຣາລີ ຮ້ານຂາຍຄຳພູວົງ ແລະ ບໍລິສັດອື່ນໆ ລວມທັງໝົດ 38 ຫົວໜ່ວຍທຸລະກິດ ເຊິ່ງການມອບລາງວັນດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງການເຄື່ອນໄຫວທີ່ດີເດັ່ນຂອງບັນດານັກທຸລະກິດໜຸ່ມ ທີ່ມີຄວາມຫ້າວຫັນໃນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດຂອງບໍລິສັດ ເຫັນໄດ້ກົນໄກການຄຸ້ມຄອງ ເຮັດໃຫ້ຫົວໜ່ວຍບໍລິສັດ ຫ້າງຮ້ານປະສົບຜົນສຳເລັດສູງ ກາຍເປັນຕົວແທນດີເດັ່ນໃນຂົງເຂດເສດຖະກິດ ແລະ ກາຍເປັນປັດໄຈໜຶ່ງຊຸກຍູ້ສ້າງທ່າແຮງໃຫ້ແກ່ສັງຄົມກ້າວໄປເຖິງການພັດທະນາປະເທດຊາດ.