ວັນສຸກ ທີ 6 ທັນວາ 2019 00:12:22
ຮ່າງກົດໝາຍໃໝ່ສະບັບໜຶ່ງ ທີ່ໄດ້ນຳສະເໜີເປັນເທື່ອທຳອິດ ຢູ່ໃນດູມາແຫ່ງຊາດ (ສະພາຕ່ຳ) ຣັດເຊຍ ເມື່ອວັນທີ 18 ກໍລະກົດທີ່ຜ່ານມາ ລະບຸວ່າ ໂທລະສັບສະມາດ (ສະຫຼາດ) ຕະຫຼອດຮອດຄອມພີວເຕີ ແລະ ໂທລະທັດສະມາດທັງໝົດ ທີ່ວາງຈຳໜ່າຍຢູ່ໃນຣັດເຊຍ ນັ້ນ ໃນຕໍ່ໜ້າຈະຕ້ອງໄດ້ລົງໂປແກຣມຊອບແວບາງລາຍການຂອງປະເທດນີ້ໃຫ້ພ້ອມ ເພື່ອເປັນການໜູນຊ່ວຍບັນດາຜູ້ຜະລິດຊອບແວຢູ່ພາຍໃນປະເທດ (ຢູ່ໃນຣັດເຊຍ).
ຮ່າງກົດໝາຍດັ່ງກ່າວ ຈະອະນະຍາດໃຫ້ບັນດາເຈົ້າໜ້າທີ່ ປະກອບບັນຊີລາຍຊື່ບັນດາຊອບແວອອກມາ ທີ່ບັງຄັບໃຫ້ຕ້ອງລົງໂປແກຣມໄວ້ກ່ອນ. ຖ້າຫາກໄດ້ຮັບການຮັບຮອງແລ້ວ ຮ່າງກົດໝາຍດັ່ງກ່າວ ຈະມີຜົນບັງຄັບໃຊ້ ນັບແຕ່ເດືອນກໍລະກົດ ປີ 2020 ເປັນຕົ້ນໄປ.
ຮ່າງກົດໝາຍດັ່ງກ່າວ ກໍນຳສະເໜີການປັບໃໝຕໍ່ການຈຳໜ່າຍຍອຸປະກອນ ໂດຍທີ່ບໍ່ໄດ້ລົງໂປແກຣມຊອບແວຂອງຣັດເຊຍ ນັ້ນແຕ່ 50.000 ຮອດ 200.000 ຣຸບ (ເທົ່າກັບ 790-3.170 ໂດລາສະຫະລັດ) ນັບແຕ່ເດືອນມັງກອນ ປີ 2021 ເປັນຕົ້ນໄປ. ການນຳສະເໜີຮ່າງກົດໝາຍດັ່ງກ່າວ ຈະຖືກກາຍເປັນກົດໝາຍໄດ້ກໍຕໍ່ເມື່ອ ດູມາແຫ່ງຊາດ ຮັບຮອງ ແລະ ຫຼັງຈາກນັ້ນ ສະພາສະຫະພັນ (ສະພາສູງ) ແລະ ປະທານາທິບໍດີ ວາລາດີເມຍ ປູຕິນ ໃຫ້ສັດຕະຍາບັນ.
ຕະຫຼາດໂທລະສັບມືຖືຂອງຣັດເຊຍ ໃນຂະນະນີ້ ຖືກຄອບງຳໂດຍບັນດາຜະລິດຕະພັນຂອງ Apple Samsung ແລະ Huawei.