ວັນພະຫັດ ທີ 12 ທັນວາ 2019 08:33:27
ຕົວເລກຈາກອົງການສະຖິຕິເອີຣົບ (Eurostat) ໃຫ້ຮູ້ວ່າ ໃນປີ 2018 ລາຄາບໍລິໂພກໂດຍສະເລ່ຍຢູ່ໃນປະເທດອິສລັງ ສູງກວ່າ 56% ເມື່ອທຽບໃສ່ສ່ວນທີ່ຍັງເຫຼືອຂອງທະວີບເອີຣົບ ສົ່ງຜົນໃຫ້ອິສລັງ ກາຍເປັນປະເທດທີ່ມີຄ່າຄອງຊີບແພງທີ່ສຸດໃນເອີຣົບ ແພງກວ່າຢູ່ໃນສະວິດ (52%) ນອກແວ (48%) ແລະ ດານມາ (38%).
ຫ້ວຍນ້ຳອຸ່ນຢູ່ໃນອິສລັງ ບໍ່ເປັນພຽງລາຍການດຽວເທົ່ານັ້ນ ທີ່ເຮັດໃຫ້ນັກທ່ອງທ່ຽວເກີດອາການ “ເຫື່ອແຕກ” ຫາກແຕ່ວ່ານັບແຕ່ຄ່າຫ້ອງພັກໃນໂຮງແຮມ ໄປຈົນຮອດໃບບິນເກັບເງິນຄ່າອາຫານທ່ຽງ ແລະ ອື່ນໆ ເກືອບວ່າແພງກວ່າຫຼາຍ ເມື່ອທຽບໃສ່ປະເທດອື່ນໆໃນເອີຣົບ.
ເວບໄຊ Numbeo ທີ່ດຳເນີນການປຽບທຽບລາຄາບໍລິໂພກ ໃຫ້ຮູ້ວ່າ ໃບບິນເກັບເງິນຄ່າອາຫານຄ່ຳຄາບໜຶ່ງ ສຳລັບ 2 ຄົນ ຢູ່ໃນຮ້ານອາຫານໃນອິສລັງ ໂດຍສະເລ່ຍແມ່ນຢູ່ທີ່ປະມານ 85 ເອີໂຣ ໃນຂະນະທີ່ເຫຼົ້າແວງຂວດໜຶ່ງຢູ່ໃນຮ້ານຄ້າ ມີລາຄາປະມານ 17 ເອີໂຣ ແລະ ໄຂ່ໜຶ່ງໂຫຼ (12 ໜ່ວຍ) ມີລາຄາ 5 ເອີໂຣ.
ເພື່ອໃຫ້ຄຳອະທິບາຍເຖິງລາຄາແພງດັ່ງກ່າວ ເຫັນວ່າມີສາມສາເຫດຕົ້ນຕໍ ນັ້ນກໍຄືວ່າ ປະຊາກອນຂອງອິສລັງ ມີພຽງປະມານ 355.000 ຄົນ ປະກອບກັບການຂຶ້ນກັບສິນຄ້ານຳເຂົ້າເປັນສ່ວນໃຫຍ່ ແລະ ລະດັບພາສີສູງສຳລັບເຄື່ອງດື່ມປະສົມແອນກໍຮໍ. ໃນຂະນະດຽວກັນ ຂໍ້ກຳນົດຕ່າງໆ ກໍເປັນອີກສາເຫດໜຶ່ງ ໃນເມື່ອວ່າບັນດາຜະລິດຕະພັນນຳເຂົ້າ ເຊັ່ນວ່າໄຂ່ດິບ ຫຼືນ້ຳນົມທີ່ຍັງບໍ່ທັນຜ່ານຂ້າເຊື້ອ ນັ້ນພົບກັບຮົ້ວກີດກັນຢ່າງເຂັ້ມງວດດ້ານພາສີ. ຄຽງຄູ່ກັນນັ້ນ ອັດຕາແລກປ່ຽນຂອງເງິນ ໂກຣນາ ຂອງອິສລັງ ໃນປີ 2016-2017 ກໍນຳໄປສູ່ລະດັບຂຶ້ນລາຄາໂດຍລວມ.
ອົງການສະຖິຕິຂອງອິສລັງ ໃຫ້ຮູ້ວ່າ ໃນປີ 2018 ລະດັບເງິນເດືອນໂດຍສະເລ່ຍໃນແຕ່ລະເດືອນ ຂອງຜູ້ອອກແຮງງານເຕັມເວລາຜູ້ໜຶ່ງ ຢູ່ໃນອິສລັງ ທີ່ຍັງບໍ່ທັນເສຍພາສີ ຢູ່ທີ່ 632.000 ໂກຣນາ (ເທົ່າກັບປະມານ 4.450 ເອີໂຣ ຫຼື 5.000 ໂດລາສະຫະລັດ).
ດັ່ງນັ້ນ ເຖິງວ່າຄ່າໃຊ້ຈ່າຍໃຫ້ແກ່ການຄອງຊີບມີສູງຢູ່ໃນອິສລັງ ອາດຈະເຮັດໃຫ້ເກີດ “ເຫື່ອແຕກ” ສຳລັບນັກທ່ອງທ່ຽວຕ່າງປະເທດ ແຕ່ວ່າປະຊາຊົນອິສລັງ ພັດໄດ້ຮັບເງິນເດືອນທີ່ເໝາະສົມ.