ວັນພະຫັດ ທີ 12 ທັນວາ 2019 08:45:51
ທ່ານຊຸນກີຟລີ ອັບດູ ຮີເອີ ລັດຖະມົນຕີກະຊວງສາທາລະນະສຸກມາເລເຊຍ ກ່າວເມື່ອວັນທີ 28 ກໍລະກົດທີ່ຜ່ານມາວ່າ ກະຊວງສາທາລະນະສຸກມາເລເຊຍ ພວມຄົ້ນຄວ້າຮ່າງກົດໝາຍວ່າດ້ວຍຢາສູບ ເພື່ອຄວບຄຸມຢາສູບດັ້ງເດີມ ຢາສູບອາຍນ້ຳ, ຢາສູບເອເລັກໂຕຣນິກ ແລະ ອື່ນໆ ຢ່າງມີປະສິດທິພາບ ໂດຍສະເພາະແມ່ນຫວັງຢາກໃຫ້ຊາວໜຸ່ມທີ່ມີອາຍຸບໍ່ຮອດ 18 ປີ ບໍ່ສາມາດໃຊ້ຢາສູບດັ່ງກ່າວ.
ອົງການອະນາໄມໂລກ ໄດ້ອອກບົດລາຍງານໃນວັນທີ 26 ກໍລະກົດນີ້ວ່າ ຢາສູບເອເລັກໂຕຣນິກເປັນໄພອັນຕະລາຍ ແລະ ຮຽກຮ້ອງໃຫ້ປະເທດຕ່າງໆ ເພີ່ມທະວີການຕິດຕາມຄຸ້ມຄອງຕໍ່ຢາສູບເອເລັກໂຕຣນິກ.
ທ່ານຊຸນກີຟລີ ໄດ້ໃຫ້ສຳພາດໃນມື້ດຽວກັນວ່າ ຮ່າງກົດໝາຍດັ່ງກ່າວ ຈະຍື່ນໃຫ້ອົງການໄອຍະການມາເລເຊຍໃນມໍ່ໆນີ້ ໂດຍຫວັງວ່າຈະສາມາດແກ້ໄຂບັນຫາທີ່ກົດໝາຍ ແລະ ລະບຽບການກ່ຽວຂ້ອງໃນປັດຈຸບັນ ທີ່ີບໍ່ສາມາດຄວບຄຸມຜະລິດຕະພັນທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ ກະຊວງສາທາລະນະສຸກມາເລເຊຍໄດ້ສ້າງຕັ້ງຄະນະກຳມະການ ທີ່ນຳພາໂດຍຮອງລັດຖະມົນຕີກະຊວງສາທາລະນະສຸກມາເລເຊຍ ເພື່ອປຶກສາຫາລືບັນຫາເພີ່ມທະວີການຕິດຕາມຄຸ້ມຄອງຢາສູບເອເລັກໂຕຣນິກ.