ວັນອາທິດ ທີ 8 ທັນວາ 2019 05:08:37
ສະຫະພັນເທຄວັນໂດແຫ່ງຊາດລາວ ຮ່ວມກັບສະຫະພັນເທຄວັນໂດໂລກ ກໍຄື: ໂຄງການພັດທະນາກີລາເທຄວັນໂດໃຫ້ເຕີບໃຫຍ່ຂະຫຍາຍຕົວໄປທົ່ວໂລກ ຫຼື ໂຄງການ TPC ໄດ້ສົ່ງອາສາສະໝັກໜຸ່ມຈາກ ສ ເກົາຫຼີ ຈຳນວນ 4 ຄົນ ຍິງ 2 ຄົນ ປະກອບມີທ່ານ ປາກ ຊັງ ຮິນ ທ່ານນາງ ຈູນ ຣີ ຢູງ ທ່ານນາງ ຄິມ ຣີຊູ ແລະ ທ່ານ ກິນ ດອງ ວຸກ ມາເຝິກແອບຖ່າຍທອດຄວາມຮູ້ຄວາມສາມາດ ການຫຼິ້ນກີລາເທຄວັນໂດລະດັບຂັ້ນພື້ນຖານ ແລະ ແລກປ່ຽນວັດທະນະທຳ ໃຫ້ກັບນັກກີລາສະໂມສອນຕະວັນ ທັງສອງຂາສາຄື: ສະໂມສອນຕະວັນ 1 ທີ່ສູນກີລາໃນຮົ່ມ ບູໂດລາວ-ຍີ່ປຸ່ນ ບ້ານອານຸ ເມືອງຈັນທະບູລີ ແລະ ສະໂມສອນຕະວັນ 2 ທີ່ສູນການຄ້າໄອເຕັກ ມໍຊັ້ນ 4 ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 18 ກໍລະກົດ ຫາ 18 ສິງຫາ 2019.
ທ່ານ ເດດດາວົງ ບຸດນາໂຄ ຄູເຝິກກີລາເທຄວັນໂດສະໂມສອນຕະວັນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງທີ່ສະຫະພັນເທຄວັນໂດແຫ່ງຊາດ ແລະ ສະຫະພັນເທຄວັນໂດໂລກ ສົ່ງອາສາສະໝັກມາຊ່ວຍເຝິກແອບຄັ້ງນີ້ ເປັນຕົ້ນແມ່ນການອົບອຸ່ນຮ່າງກາຍ ການເຕະໃນແຕ່ລະຈັງຫວະ ແລະ ພື້ນຖານການສະແດງກີລາເທຄວັນໂດ ລວມໄປເຖິງການແລກປ່ຽນວັດທະນະທຳ ເຊັ່ນ: ການນຸ່ງຖື ແລະ ການເວົ້າພາສາເກົາຫຼີນຳອີກ ແນວໃດກໍຕາມ ຝາກເຖິງຜູ້ທີ່ສົນໃຈຢາກເຝິກແອບກີລາເທຄວັນໂດ ໃນໄລຍະພັກໂຮງຮຽນນີ້ ກໍນັບວ່າເປັນໂອກາດດີ ທີ່ມີອາສາສະໝັກ ຈາກ ສ ເກົາຫຼີ ໄດ້ມາຖ່າຍຖອດຄວາມຮູ້ໃຫ້ເພາະນັກກີລາ ຈະໄດ້ເຝິກແອບກັບເຈົ້າຂອງຕົ້ນກຳເນີດກີລາເທຄວັນໂດຢ່າງແທ້ຈິງ.