ວັນອາທິດ ທີ 8 ທັນວາ 2019 04:33:44
ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງແຊັມອາຊຽນ 2019 ທີ່ແຂວງຊົນບູຣີ ປະເທດ ໄທ ລະຫວ່າງ ວັນທີ 27 ກໍລະກົດ ຫາວັນທີ 9 ສິງຫາ 2019 ໃນວັນທີ 30 ກໍລະກົດ ນີ້ ທີ່ສະໜາມ Chonburi Campus Stadium 1 ເປັນການແຂ່ງຂັນນັດທີ 2 ຂອງກຸ່ມ B ຢູ-15 ປີ ທີມຊາດລາວ ເສຍໃຫ້ ອົດສະຕຣາລີ 0-3 ອົດສະຕຣາລີ ໄດ້ປະຕູໃນນາທີ ທີ 32 72 ແລະ 78 ທີມຊາດລາວ ເສຍເປັນນັດ ທີ 2 ຕິດກໍ່ກັນ ຫຼັງຈາກນັດທຳອິດເສຍໃຫ້ ໄທ ເຈົ້າພາບ ຮອງແຊັມຈາກປີຜ່ານມາ ທັງເປັນອະດີດແຊັມ 3 ສະໄໝ 1-2.
ສຳລັບ ຢູ-15 ລາວ ແຂ່ງ 2 ນັດ ເສຍທັງ 2 ນັດ ຍັງບໍ່ມີຄະແນນ ສ່ວນອົດສະຕຣາລີ ແຂ່ງ 2 ນັດ ຊະນະທັງ 2 ນັດມີ 6 ຄະແນນ ນັດຕໍ່ໄປ ລາວ ພົບກັບ ບູຣໄນ ໃນວັນທີ 1 ສິງຫານີ້ ເວລາ 15:00 ໂມງ ສ່ວນອົດສະຕຣາລີ ພົບກັບ ມາເລເຊຍ ເວລາ 15:30 ໂມງ ແລະ ໄທ ເຈົ້າພາບ ພົບກັບ ກຳປູເຈຍ ເວລາ 18:00 ໂມງ.