ວັນອາທິດ ທີ 8 ທັນວາ 2019 04:35:02
ງານຕະຫຼາດນັດ ແລະ ກຽມງານການແຂ່ງຂັນກີລາລົດໃຫຍ່ ອ໊ອບໂຣດນາໆຊາດ ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ (ສສກ) ຄັ້ງທີ l ປະຈຳປີ 2019 ຈັດຂຶ້ນວັນທີ 5 ສິງຫາ 2019 ຢູ່ເຂດເສດຖະກິດສະເພາະ ບຶງທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງ ສສກ ທັງເປັນຮອງປະທານ ແລະ ເລຂາ ທິການຄະນະກຳມະການໂອແລມປິກລາວ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມໜ້າກີລາລະດັບສູງ ກະຊວງ ສສກ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ມີຄະນະບໍລິຫານງານສະຫະພັນກີລາລົດໃຫຍ່ ແລະ ລົດຈັກແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ສົມພອນ ສະຫວັດວິພານ ປະທານສະຫະພັນກີລາລົດໃຫຍ່ ແລະ ລົດຈັກແຫ່ງຊາດລາວ ລາຍງານໃຫ້ຊາບວ່າ: ການຈັດກິດຈະກຳຕະຫຼາດນັດຄັ້ງນີ້ ຈະຈັດຂຶ້ນລະຫວ່າງວັນທີ 5-11 ສິງຫາ 2019 ພາຍໃນງານຈະມີກິດຈະກຳຕ່າງໆເປັນຕົ້ນແມ່ນການວາງສະແດງລົດ ທົດລອງຂັບລົດໂຟວິນ 4X4 ມີຕະຫຼາດນັດຂາຍລົດມືສອງ ການອອກບູດຂອງບໍລິສັດປະກັນໄພລົດ ແລະ ບໍລິ ສັດສິນເຊື່ອລົດ ລວມເຖິງບໍລິສັດນ້ຳມັນເຄື່ອງ ຕະຫຼາດນັດເຄື່ອງອຸປະໂພກ-ບໍລິໂພກທົ່ວໄປ ເຄື່ອງຫຼິ້ນ ເດັກນ້ອຍ ມີເວທີຄອນເສີດ ຫຼື ມິວສິກໂຊນ ສະແດງທຸກໆມື້ ແລະ ອື່ນໆອີກຫຼາຍລາຍການ ສະນັ້ນ ຈຶ່ງຂໍເຊີນຊວນມາຍັງພໍ່ແມ່ປະຊາຊົນລາວ ກໍຄື ຊາວ ນວ ມາທ່ຽວຊົມ ແລະ ເຊຍກັນ ເພື່ອເຮັດ ນວ ສາມາດດຶງດູດການທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນເລື້ອຍໆ.
ສຳລັບການແຂ່ງຂັນລົດໃຫຍ່ ອ໊ອບໂຣດນາໆຊາດ ກຳນົດແມ່ນວັນທີ 9-11 ກໍລະກົດ 2019 ເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ ລະຫວ່າງນັກກີລາລາວ ກັບນັກ ກີລາບັນດາປະເທດເພື່ອບ້ານ ນອກນີ້ ຍັງເປັນການສົ່ງເສີມການທ່ອງທ່ຽວພາຍໃນປະເທດ ໂດຍສະ ເພາະປີນີ້ ກໍແມ່ນເປັນປີທ່ອງທ່ຽວລາວ-ຈີນ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ພ້ອມໃຈກັນມີສ່ວນຮ່ວມ ໃນການເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບ ແລະ ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດ ສ້າງພື້ນ ຖານກີລາປະເພດນີ້ ໃຫ້ເປັນທີ່ຮູ້ຈັກ ແລະ ແຜ່ຫຼາຍ ເພື່ອກ້າວສູ່ການແຂ່ງຂັນໃນລະດັບພາກພື້ນ ນອກຈາກນັ້ນ ຍັງເປັນການພົບປະຂອງຄູ່ຮ່ວມທຸລະກິດດຽວກັນ ພ້ອມກັນສົ່ງເສີມ-ກະຕຸກຊຸກຍູ້ ໃຫ້ແກ່ ການຂະຫຍາຍຕົວຂອງຂົງເຂດອຸດສາຫະກຳລົດຍົນພາຍໃນປະເທດ ກໍຄື ການສົ່ງເສີມເສດຖະກິດ-ສັງ ຄົມຂອງຊາດ.