ວັນສຸກ ທີ 6 ທັນວາ 2019 17:30:51
ປ່ອຍປາ ແລະ ຊ໋ອດປາ ມີຄວາມໝາຍ ກົງກັນຂ້າມກັນປານໜ້າມືກັບຫຼັງມື, ການປ່ອຍປາ ແມ່ນການເພິ່ມຈຳນວນປາໃຫ້ຫຼາຍຂື້ນ ຕາມແຫຼ່ງນ້ຳທຳມະຊາດ ທັງແມ່ນຄວາມຫ່ວງໃຍຂອງພັກ-ລັດຖະບານແຫ່ງ ສປປລາວ ທີ່ຢາກໃຫ້ທຸກແຫຼ່ງນ້ຳທຳມະຊາດມີປາກໍຄືສັດນ້ຳປະເພດຕ່າງໆ ເພື່ອເປັນແຫຼ່ງອາຫານ ບ່ອນຫາຢູ່ຫາກິນຂອງປະຊາຊົນ ໃນແຕ່ລະທ້ອງຖິ່ນ ແນໃສ່ຄວາມໝັ້ນຄົງທາງດ້ານສະບຽງອາຫານ ຄຽງຄູ່ກັບການສະໜອງຈາກແຫຼ່ງອື່ນໆ.
ເນື່ອງຈາກວ່າປັດຈຸບັນ ຄົນບໍ່ດີຈຳນວນໜຶ່ງ ໄດ້ລະເມີດຂໍ້ຫ້າມກໍຄືລະບຽບການແລະ ກົດໝາຍຂອງບ້ານເມືອງ ໂດຍມຸ່ງໜ້າເຫັນແຕ່ຜົນປະໂຫຍດສ່ວນຕົວທາງເສດຖະກິດ ຄືລ່າປາໃນແຫຼ່ງນ້ຳທຳມະຊາດ, ໃນເວີນວັງສະຫງວນບ່ອນປາຊຸມ ຍາມປາຂື້ນ ຍາມປາລ່ອງ ຫຼື ຫາປາຍາມທີ່ປາກຳລັງວາງໄຂ່... ໂດຍໃຊ້ອຸປະກອນການຫາແບບຊ໋ອດດ້ວຍໄຟຟ້າຈາກໝໍ້ໄຟ ຫຼື ຈາກໝໍ້ກຳເນີດໄຟຟ້າແບບຕ່າງໆ ອັນເຮັດໃຫ້ລັດສະໝີການດັບສູນປາທັງນ້ອຍ ແລະໃຫຍ່ຕາຍເປັນວົງກວ້າງຢ່າງຮາບຄາບ ບໍ່ຕ່າງຫຍັງກັບການຖີ້ມລະເບີດ ຫຼື ລູກແຕກໃນເມື່ອກ່ອນ ກວ່າບ່ອນນັ້ນຈະຟື້ນຕົວໃຫ້ປາຢູ່ອາໄສຄືນໄດ້ກໍເປັນເວລາ 5-10 ປີ.
ດັ່ງນັ້ນ ເມື່ອບໍ່ຫຼາຍປີຜ່ານມານີ້ ພັກ-ລັດ ໄດ້ກຳນົດເອົາ ວັນທີ 13 ກໍລະກົດເປັນວັນປ່ອຍປາ ຫຼືສັດນ້ຳອື່ນໆລົງສູ່ແຫຼ່ງທຳມະຊາດ ໂດຍຖືວ່າເປັນວາລະແຫ່ງຊາດ ເພື່ອເຮັດແນວໃດໃຫ້ແຫຼ່ງນ້ຳທຳມະຊາດດັ່ງກ່າວມີຈຳນວນປາເພິ່ມຂື້ນ ແລະ ມີວິທີບໍລິຫານຈັດການເຮັດໃຫ້ຈຳນວນປາເພິ່ມຂື້ນ ແລະ ການຫາປາກໍມີລະບຽບແບບແຜນ, ລະດູການຕາມເໝາະສົມ ຕະຫຼອດເຖິງການນຳໃຊ້ອຸປະກອນເຄື່ອງມືທີ່ໃຊ້ໃນການຫາບໍ່ມີລັກສະນະດັບສູນກ້ຽງ. ໃນຄະນະດຽວກັນ ກໍປູກຈິດສຳນຶກປະຊາຊົນໃນທ້ອງຖິ່ນໃຫ້ຮູ້ຈັກ ອະນຸລັກຮັກສາເພື່ອເປັນແຫຼ່ງອາຫານສຳຄັນສຳລັບທ້ອງຖິ່ນຕົນ.
ເພື່ອເຮັດໃຫ້ປາໃນແຫຼ່ງນ້ຳທຳມະຊາດ ບໍ່ຂາດຫາຍໄປຢ່າງສິ້ນເຊີງນັ້ນ ສິ່ງສຳຄັນຄື ຕ້ອງກຳຈັດດ້ວຍລະບຽບ ກົດໝາຍ, ຄືການຫ້າມນຳເຂົ້າສິນຄ້າຫາປາແບບດັບສູນເຊື້ອຊາດປາ ເປັນຕົ້ນ ອຸປະກອນຊ໋ອດປາ ເຊິ່ງວາງຂາຍກາດເກື່ອນໃນຕະຫຼາດຂາຍເຄື່ອງທົ່ວໄປ ໂດຍເລິ່ມເກືອດຫ້າມແຕ່ຢູ່ຊາຍແດນບ່ອນແຫຼ່ງສິນຄ້າມາ ນອກຈາກນີ້ ຖ້າເຫັນຂາຍຢູ່ຕະຫຼາດບ່ອນໃດ ເຈົ້າໜ້າທີ່ຕຳຫຼວດສົມທົບເຈົ້າໜ້າທີ່ກະສິກຳ ກໍຕ້ອງມີມາດຕະການຕາມຄວາມເໝາະສົມວ່າຈະແກ້ໄຂແນວໃດ ແລະ ແມ່ນກະທັ້ງພົບເຫັນຢູ່ເຮືອນໃຜກໍໃຫ້ນຳມາມອບຕໍ່ເຈົ້າໜ້າທີ່ ໃຜຄອບຄອງອຸປະກອນດັ່ງກ່າວຖືວ່າຜິດກົດໝາຍ.
ເຮັດໄດ້ແນວນັ້ນຈຶ່ງຈະເອົາຢູ່, ຖ້າບໍ່ດັ່ງນັ້ນ ການປ່ອຍປາກໍຈະບໍ່ມີຄວາມໝາຍ ແລະ ອາດເຮັດໃຫ້ພວກຊ໋ອດປາ ຍັງລອຍນວນ ມີບ່ອນຢືນຢູ່ໃນສັງຄົມ ແລະ ກາຍເປັນຕົວການຄຸມກຳເນີດປາຕໍ່ໄປ.
ໂດຍ: ຊຽງເອງ