ວັນອາທິດ ທີ 8 ທັນວາ 2019 05:05:54
ວັນທີ 11 ສິງຫານີ້ ລັດຖະບານອິນເດຍ ໄດ້ຜັນຂະຫຍາຍຄວາມພະຍາຍາມ ໃນການຊ່ວຍເຫຼືອກູ້ໄພຄັ້ງໃຫຍ່ ທ່າມກາງທີ່ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຍ້ອນຝົນຕົກໜັກ ຢູ່ທາງພາກຕາເວັນຕົກ ແລະ ພາກໃຕ້ອິນເດຍເພີ່ມຂຶ້ນ ໂດຍມີຜູ້ເສຍຊີວິດແລ້ວ 144 ຄົນ. ໃນຂະນະດຽວກັນ ນ້ຳນອງ ກໍເຮັດໃຫ້ເປັນຜົນກະທົບຮ້າຍແຮງຕໍ່ການຄົມມະນາຄົມ ໃນເມື່ອມີເສັ້ນທາງ 136 ສາຍ ຖືກເປ່ເພ ຫຼືຖືກໂດດດ່ຽວ.
ຢູ່ໃນລັດ ເກຣາລາ (ພາກໃຕ້ອິນເດຍ) ເປັນພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍໜັກໜ່ວງທີ່ສຸດ ໂດຍໄລ່ມາຮອດວັນທີ 11 ສິງຫານີ້ ມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 67 ຄົນ ແລະ ມີຜູ້ຕ້ອງໄດ້ອົບພະຍົບໜີໄພນ້ຳຖ້ວມ 165.000 ຄົນ ໄປອາໄສຢູ່ໃນຄ້າຍອາໄສຊົ່ວຄາວ 1.318 ແຫ່ງ ຢູ່ໃນ 4 ເມືອງຂອງລັດນີ້.
ຈຳນວນຜູ້ເສຍຊີວິດຍ້ອນນ້ຳນອງຢູ່ໃນລັດ ການາຕາກາ ໄດ້ຮັບການຢັ້ງຢືນຢູ່ທີ່ 34 ຄົນ ຫາຍສາບສູນ 14 ຄົນ ແລະ ຜູ້ອົບພະຍົບໜີໄພນ້ຳຖ້ວມ ມີ 300.000 ຄົນ ໄປອາໄສຢູ່ໃນສູນຮອງຮັບຊົ່ວຄາວ 1.100 ແຫ່ງ.
ສ່ວນຢູ່ໃນລັດ ມາຮາຣາຕຣາ ຄາດວ່າມີຜູ້ເສຍຊີວິດ 29 ຄົນ ຈາກສະພາບຝົນຕົກໜັກ ພາໃຫ້ເກີດນ້ຳຖ້ວມໃນຫຼາຍວັນທີ່ຜ່ານມາ.
ກ່ອນໜ້ານັ້ນ ນ້ຳນອງທີ່ເກີດຈາກຝົນຕົກໜັກຢູ່ໃນລັດ ພິຫານ ແລະ ລັດ ອັສສຳ ຂອງອິນເດຍ ໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ 200 ກວ່າຄົນ.