ວັນອາທິດ ທີ 8 ທັນວາ 2019 04:34:33
ແຫຼ່ງຂ່າວທາງການແພດ ແຈ້ງໃຫ້ຮູ້ເມື່ອວັນທີ 10 ສິງຫາທີ່ຜ່ານມາວ່າ ເຫດລະເບີດລາຍໜຶ່ງ ທີ່ໃຊ້ລົດເປັນພາຫະນະ ໄດ້ເກີດຂຶ້ນທີ່ນະຄອນ ເບນກາຊີ (ພາກຕາເວັນອອກຂອງປະເທດລີບີ) ສົ່ງຜົນໃຫ້ເຈົ້າໜ້າທີ່ຂອງສະຫະປະຊາຊາດ (ສປຊ) ເສຍຊີວິດ 2 ຄົນ.
ເຫດລະເບີດດັ່ງກ່າວ ເກີດຂຶ້ນຢູ່ດ້ານໜ້າປະຕູເຂົ້າສູນການຄ້າ ແລະ ທະນາຄານແຫ່ງໜຶ່ງ ຊຶ່ງເກີດຂຶ້ນທ່າມກາງທີ່ ສປຊ ພວມພະຍາຍາມເປັນຕົວກາງໄກ່ເກ່ຍ ໃຫ້ແກ່ຂໍ້ຕົກລົງຢຸດຍິງ ຢູ່ໃນນະຄອນຫຼວງ ຕຣີໂປລີ ຂອງລີບີ.
ເຖິງຢ່າງໃດກໍຕາມ ທ່ານນາງ ບິນຕູ ເກອີຕາ ຜູ້ຊ່ວຍວຽກຂອງເລຂາທິການໃຫຍ່ ສປຊ ຖະແຫຼງຕໍ່ກອງປະຊຸມສຸກເສີນຂອງສະພາຄວາມໝັ້ນຄົງ ສປຊ ເພື່ອປຶກສາຫາລື ກ່ຽວກັບສະພາບການ ຢູ່ໃນລີບີ ເມື່ອວັນທີ 10 ສິງຫາ ວ່າ ສປຊ ຈະບໍ່ອົບພະຍົບເຈົ້າໜ້າທີ່ຂອງຕົນອອກໄປຈາກລີບີ ທ່າມກາງທີ່ເກີດເຫດການໂຈມຕີດັ່ງກ່າວ.
ໃນຂະນະດຽວກັນ ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ນັບແຕ່ຕົ້ນເດືອນເມສາປີນີ້ ເປັນຕົ້ນມາ ການຍິງຕໍ່ສູ້ຢູ່ໃນລີບີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1.000 ກວ່າຄົນ ບາດເຈັບ 5.700 ຄົນ ແລະ ມີ 120.000 ກວ່າຄົນ ຕ້ອງໄດ້ອອກໄປຈາກເຮືອນຊານເພື່ອໜີໄພ.